- ວັກຊີນ Johnson & Johnson ແມ່ນຫຍັງ?
ວັກຊີນ Janssen ຫຼື ຮູ້ຈັກກັນດີໃນຊື່ ວັກຊີນ ຈອນສັນ ແອນ ຈອນສັນ (Johnson & Johnson) ເປັນວັກຊີນຊະນິດເຊື້ອໄວຣັສເປັນພາຫະ ໂດຍນັກວິໄຈຈະຕັດຕໍ່ສານພັນທຸກຳບາງສ່ວນຂອງເຊື້ອພະຍາດໂຄວິດ-19 ມາໃສ່ໃນໄວຣັສອາດີໂນຂອງມະນຸດສາຍພັນທີ 26 (Human Adenovirus type 26) ເຊິ່ງເປັນໄວຣັສພາຫະທີ່ຖືກດັດແປງໃຫ້ບໍ່ສາມາດແບ່ງຕົວໄດ້ ຫຼື ອ່ອນກຳລັງລົງຈົນບໍ່ສາມາດເຮັດໃຫ້ເກີດພະຍາດໄດ້ ແລ້ວກໍນຳມາສັກໃຫ້ມະນຸດເພື່ອກະຕຸ້ນໃຫ້ຮ່າງກາຍສ້າງພູມຕ້ານທານຂຶ້ນມານັ້ນເອງ.
- ວັກຊີນ Johnson & Johnson ຕ້ອງສັກຈັກເຂັມ?
ວັກຊີນ Johnson & Johnson ເປັນວັກຊີນປ້ອງກັນໂຄວິດ-19 ຊະນິດດຽວທີ່ສັກພຽງ 1 ເຂັມ ໂດຍສັກໃນບໍລິເວນກ້າມຊີ້ນຂອງກົກແຂນ.
ສາເຫດທີ່ວັກຊີນຊະນິດນີ້ ຕ້ອງສັກພຽງແຕ່ເຂັມດຽວ ຍ້ອນວ່າການທົດລອງໃນໄລຍະທີ 1 ແລະ 2 ພົບວ່າ ການສັກວັກຊີນເຂັມທີ 1 ສາມາດກະຕຸ້ນພູມຕ້ານທານໄດ້ດີແລ້ວ ໃນຂະນະທີ່ການສັກເຂັມທີ 2 ບໍ່ໄດ້ເພີ່ມລະດັບພູມຕ້ານທານຫຼາຍປານໃດ ເຊິ່ງການສັກພຽງເຂັມດຽວ ກໍຈະຊ່ວຍເພີ່ມຄວາມສະດວກໃນການໃຫ້ວັກຊີນ ແລະ ລົດຕົ້ນທຶນໃນການຂົນສົ່ງ ແລະ ສັກວັກຊີນໄດ້ຫຼາຍອີກດ້ວຍ.

- ວັກຊີນ Johnson & Johnson ອາດຈະມີຜົນຂ້າງຄຽງແນວໃດ ?
ຜົນຂ້າງຄຽງຂອງວັກຊີນ Johnson & Johnson ອາດຈະມີດັ່ງນີ້:
- ປວດ, ບວມ ແລະ ມີຮອຍແດງ ບໍລິເວນທີ່ສັກ
- ອ່ອນເພຍ
- ວິນວຽນ
- ປວດເມື່ອຍຕາມຕົນຕົວ
- ມີໄຂ້ ແລະ ອາການໜາວສັ່ນ
- ປວດຮາກບາງເວລາ
ຜົນຂ້າງຄຽງເຫຼົ່ານີ້ສາມາດເກີດຂຶ້ນໄດ້ ພາຍໃນເວລາ 1-2 ວັນ ແລະ ອາການເຫຼົ່ານີ້ຈະເຊົາພາຍໃນເວລາບໍ່ດົນ.
- ວັກຊີນ Johnson & Johnson ເໝາະສົມກັບໃຜ?
- ຜູ້ຊາຍທີ່ມີອາຍຸ 18 ປີຂຶ້ນໄປ
- ຜູ້ຍິງທີ່ມີອາຍຸ 50 ປີຂຶ້ນໄປ
- ວັກຊີນ Johnson & Johnson ບໍ່ເໝາະສົມກັບໃຜ?
- ຜູ້ຍິງທີ່ອາຍຸຕ່ຳກວ່າ 50 ປີ ຫຼື ແມ່ຍິງມີລູກ ແລະ ແມ່ຍິງທີ່ກຳລັງໃຫ້ນົມລູກ ເນື່ອງຈາກມີຄວາມສ່ຽງທີ່ຈະເກີດພາວະເລືອດກ້າມ ຮ່ວມກັບພາວະເກັດເລືອດຕ່ຳ ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດອາເມລິກາແນະນຳໃຫ້ສັກວັກຊີນຊະນິດອື່ນ.
- ຜູ້ຊາຍທີ່ມີອາຍຸຕ່ຳກວ່າ 18 ປີ
- ຜູ້ທີ່ມີອາການແພ້ຢາຮຸນແຮງຕໍ່ສ່ວນປະກອບຂອງວັກຊີນ
- ຜູ້ທີ່ມີພູ້ມຕ້ານທານບົກຜ່ອງ ແລະ ຜູ້ຕິດເຊື້ອເອດ (HIV) ເນື່ອງຈາກວັກຊີນຊະນິດເຊື້ອເປັນ ອາດຈະກໍ່ເປັນພະຍາດໄດ້ ເພາະພູມຕ້ານທານບໍ່ແຂງແຮງ.
ທີ່ມາ: https://hdmall.co.th/c/covid-vaccine-johnson-and-johnson
ພາບ: The Conversation, DW
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/