ໜຸ່ມສາວຄູ່ໜຶ່ງ ເປັນຄູ່ຮັກກັນຕັ້ງແຕ່ສະໄໝມັດທະຍົມ ຕອນອາຍຸ 15 ປີ ຝ່າຍຊາຍກໍຂໍຝ່າຍຍິງແຕ່ງງານ ແຕ່ພໍ່ແມ່ຂອງພວກເຂົາຄັດຄ້ານເພາະພວກເຂົາຍັງນ້ອຍຢູ່ ແລະ ຈັບພວກເຂົາແຍກຈາກກັນ ໄປຮຽນຄົນລະບ່ອນ.

ພວກເຂົາຍັງລັກຂຽນຈົດໝາຍຫາກັນ ແຕ່ກໍຖືກຈັບໄດ້ ແລະ ຈົດໝາຍກໍບໍ່ຮອດມືທັງສອງອີກເລີຍ ຈົນທັງສອງຄ່ອຍໆຫ່າງກັນອອກໄປ.
ຫຼາຍປີຜ່່ານໄປຫຼັງຈາກຮຽນຈົບທັງສອງຕ່າງກໍແຕ່ງງານ ແລະ ມີລູກ ຈົນຜ່ານໄປ 22 ປີ ໃນມື້ທີ່ທັງສອງເປັນໝ້າຍ ກໍໄດ້ກັບມາພົບກັນອີກຄັ້ງ ແລະ ກໍໄດ້ກັບມາຕົກຂຸມຮັກກັນອີກຄັ້ງໜຶ່ງ ຈົນໄດ້ຕັດສິນໃຈແຕ່ງງານກັນໃນທີ່ສຸດ ໂດຍໃຊ້ແຫວນວົງເກົ່າວົງດຽວກັບຕອນທີ່ເຄີຍມອບໃຫ້ກັນຕອນຍັງນ້ອຍ.


ນີ້ຫຼືບໍ່ ທີ່ເພິ່ນວ່າ “ພົມລິຂິດ” ຄົນທີ່ຖືກລິຂິດໃຫ້ເປັນຄູ່ກັນ ບໍ່ວ່າເວລາຜ່ານໄປດົນເທົ່າໃດ ຫຼື ຈາກກັນໄປໄກເທົ່າໃດ ກໍກັບມາພົບກັນຄືເກົ່າ.
ຂອບໃຈຂໍ້ມູນຈາກ: https://bit.ly/3pSHACO
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/