ເມື່ອວັນທີ 2 ພຶດສະພາ 2021 ທີ່ຜ່ານມາ ໄດ້ມີການຈັດງານສະເຫຼີມສະຫຼອງບຸນບັ້ງໄຟຂຶ້ນທີ່ ວັດໃນບ້ານໂພນສິມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃນງານບຸນດັ່ງກ່າວແມ່ນມີປະຊາຊົນເຂົ້າຮ່ວມເປັນຈຳນວນຫຼາຍ ເຊິ່ງເປັນການລະເມີດມາດຕະການປ້ອງກັນ,ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງຄະນະສະເພາະກິດວາງອອກ ພ້ອມກັນນັ້ນ, ເຫດການໃນຄັ້ງນີ້ເຮັດໃຫ້ຄົນໃນສື່ສັງຄົມອອນລາຍອອກມາວິພາກວິຈານຢ່າງຫຼວງຫຼາຍ ດັ່ງນັ້ນຈຶ່ງໄດ້ສະຫຼຸບເຫດການໃຫ້ຮູ້ດັ່ງນີ້:
- ທາງປະຊາຊົນເອງ ກໍມີຄວາມເຊື່ອຖື ບັນພະບູລຸດເຈົ້າຖິ່ນເຈົ້າຖານບ້ານເມືອງຢ່າງແຮງກ້າ ແລະ ອີກເຫດຜົນໜຶ່ງກໍຍ້ອນວ່າປີທີ່ຜ່ານມາກໍບໍ່ໄດ້ຈັດຍ້ອນພະຍາດໂຄວິດ-19 ເຊັ່ນກັນ ປະຊາຊົນຈຶ່ງຍຶດໝັ້ນຢາກຈັດ ເພື່ອເປັນຮີດບ້ານຮີດເມືອງ, ພ້ອມກັນນັ້ນ, ກໍມີຄົນມາ Live ເພື່ອຕາງໜ້າອະທິບາຍແທນປະຊາຊົນພາຍໃນບ້ານວ່າ ໄດ້ພາກັນຈັດພາຍໃນບ້ານ ເຊິ່ງບໍ່ໃຫ້ຄົນພາຍນອກເຂົ້າໄປ ແລະ ຈັດຕາມປະເພນີເທົ່ານັ້ນ.

- ທາງພຣະສົງເອງ ກໍໄດ້ມາໂພສໃນເຟສບຸກສ່ວນຕົວກັບເຫດການດັ່ງກ່າວວ່າ ຕົນເອງໄດ້ເຕືອນແລ້ວ ແຕ່ປະຊາຊົນບໍ່ຟັງ ແລະ ຍັງຊີ້ແຈງຕື່ມວ່າ ງານໃນຄັ້ງນີ້ ແມ່ນບໍ່ກ່ຽວກັບຄູບາອາຈານ ແລະ ອຳນາດການປົກຄອງແຕ່ຢ່າງໃດ ເພາະບໍ່ໄດ້ອະນຸຍາດຕັ້ງແຕ່ຕົ້ນ ງານນີ້ແມ່ນປະຊາຊົນພາຍໃນບ້ານພາກັນຈັດເອງ ເນື່ອງຈາກຄວາມເຊື່ອ ນັບຖືຜີຫຼາຍກວ່າ.
- ໃນຕອນຄ່ຳຂອງມື້ທີ່ຈັດງານ ອຳນາດການປົກຄອງກໍຄື ທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້າຄອງນະຄອນໄກສອນພົມວິຫານ ໄດ້ອອກມາຊີ້ແຈງຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ຍອມຮັບວ່າ “ການຈັດງານບຸນບັ້ງໄຟ ຢູ່ໂພນສິມ ນະຄອນໄກສອນພົມວິການ ແຂວງສະຫວັນນະເຂດ ໃນວັນທີ 2 ພຶດສະພາ 2021 ແມ່ນໄດ້ຈັດຂຶ້ນແທ້ ເຊິ່ງໄດ້ຂັດຕໍ່ມາດຕະການສະກັດກັ້ນພະຍາດໂຄວິດ-19 ແລະ ທຸກພາກສ່ວນທີ່ມີສ່ວນຮ່ວມຈັດງານໃນຄັ້ງນີ້ຈະຕ້ອງຖືກປະຕິບັດວິໄນ ແລະ ໃຫ້ຢຸດປະຕິບັດໜ້າທີ່”

ຢ່າງໃດກໍຕາມ, ສື່ສັງຄົມອອນລາຍຍັງວິພາກວິຈານເຫດການທີ່ເກີດຂຶ້ນ ແລະ ຮຽກຮ້ອງໃຫ້ມີການປະຕິບັດວິໄນຢ່າງເດັດຂາດ ເຊິ່ງເຫດການຈະເປັນແນວໃດຕໍ່ນັ້ນ ທາງທີມງານ ຈະອັບເດດໃຫ້ທ່ານໄດ້ຮັບຮູ້ນຳກັນຕໍ່ໄປ.
ທີ່ມາ:
– https://bit.ly/3gWUVb1
– https://bit.ly/3t7Ve5a
– https://bit.ly/3nHoO0c
ພາບ: ຈຳປາເມືອງລາວ, ສີວິໄລ ວະນາຣາມ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/