ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ມີໃຜບອກໄດ້ວ່າສະຖານະການດັ່ງກ່າວ ຈະສິ້ນສຸດຮອດມື້ໃດ ໜ່ວຍງານທີ່ກ່ຽວຂ້ອງກັບສາທາລະນະສຸກກໍໄດ້ເອົາໃຈໃສ່ ພະຍາຍາມສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ.
ຫຼາຍຄົນກໍອາດຈະເສຍດາຍທີ່ປີໃໝ່ ຕ້ອງໄດ້ງົດການຫຼິ້ນນ້ຳ ຫຼື ຈັດງານສັງສັນຕ່າງໆ ແລະ ບາງຄອບຄົວກໍອາດຈະບໍ່ໄດ້ໄປຫຼິ້ນ ຫຼື ໄປສົງພຣະຕາມວັດ. ແຕ່ກໍບໍ່ມີບັນຫາ ເພາະເຮົາສາມາດສົງພຣະຢູ່ໃນເຮືອນຂອງຕົນເອງໄດ້ ເຊິ່ງຊາວພຸດເຮົາຕ່າງກໍມີພຣະພຸດທະຮູບປະຈຳໄວ້ທີ່ເຮືອນ ແລະ ຈະມີວິທີການສົງພຣະແບບງ່າຍໆຫ່າງໄກໂຄວິດຄືດັ່ງນີ້:

- ອຸປະກອນທີ່ຄວນກຽມ
- ຕ້ອງມີໂຕະເພື່ອເອົາພຣະວາງໄວ້
- ຟອງນ້ຳ ຫຼື ຜ້າແພ ສຳລັບການອະນາໄມ ຫຼື ເຊັດຖູ
- ຖາດ ມີໄວ້ເພື່ອຮອງນ້ຳ ປ້ອງກັນໄວ້ເພື່ອບໍ່ໃຫ້ພື້ນເຮືອນເປື້ອນ
- ຂັນເງິນ ຫຼື ທອງ ເອົາໄວ້ໃສ່ນ້ຳຫອມ ຫຼື ນ້ຳສະອາດ ເພື່ອກຽມໄວ້ສົງພຣະ
- ເຄື່ອງຫອມເຊັ່ນ: ນ້ຳຫອມ, ຂີ້ໝິ້ນ, ດອກຈຳປາ, ດອກຄູນ, ດອກດາວເຮືອງ ຫຼື ດອກອື່ນໆ.

- ເມື່ອໄດ້ອຸປະກອນຄົບແລ້ວ ຕ້ອງເຮັດຕາມຂັ້ນຕອນດັ່ງຕໍ່ໄປນີ້:
ກ່ອນຈະເຊີນພຣະພຸດທະຮູບລົງຈາກຫ້ອງພຣະ ຫຼື ຫ້ອງສິ່ງສັກສິດ ຄວນກ່າວຂໍຂະມາດັ່ງນີ້:
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3 ຈົບ)
“ຣະຕະນັດຕະເຍ ປະມາເທນະ ທະວາຣະຕະເຍນະ ກະຕັງ ສັງພັງ ອະປະຣາຣັງ ຊະມະຕຸ ໂນ ພັນເຕ”
ກາຍະກຳ 3 ວະຈີກຳ 4 ມະໂນກຳ 3 ທີ່ຂ້າພະເຈົ້າ (ຊື່ນາມສະກຸນ-ບ້ານເລກທີ) ໄດ້ປະໝາດຜິດພາດໃນ ພຣະຣັດຕະນະໄຕຣ ດ້ວຍຄວາມຕັ້ງໃຈກໍດີ ບໍ່ຕັ້ງໃຈກໍດີ ຕໍ່ໜ້າກໍດີ ລັບຫຼັງກໍດີ ຂໍພຣະຣັດຕະນະໄຕຣ ຈົ່ງຍົກໂທດໃຫ້ແກ່ຂ້າພະເຈົ້າດ້ວຍເຖີດ.
- ເມື່ອນຳເອົາພຣະພຸດທະຮູບລົງມາແລ້ວກໍທຳຄວາມສະອາດ ແລ້ວກໍປຸງນ້ຳຫົດດ້ວຍເຄື່ອງຫອມ, ດອກໄມ້, ນ້ຳອົບ. ແລະກ່ອນສົງນ້ຳພຣະ ກໍໃຫ້ສວດບົດດັ່ງນີ້:
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3 ຈົບ)
“ອິມິນາ ສິນຈະເນເນວະ ໂຣໂຄ ໂສໂກ ອຸປັດທະໂວນິບພັນຕຸ ສັບພະໂສ ເອເຕ ສຸຂີ ໂຫນຕຸ ນິຣັນຕະຣັງ”
ດ້ວຍປີໃໝ່ນີ້ ຂໍໃຫ້ທຸກໂສກໂຣກໄພທັງຫຼາຍ ຈົ່ງດັບຫາຍສິ້ນ ຂໍໃຫ້ຂ້າພະເຈົ້າ (ຊື່ ແລະ ນາມສະກຸນ-ບ້ານເລກທີ) ແລະ ບຸກຄົນຜູ້ເປັນທີ່ຮັກທັງຫຼາຍ ຈົ່ງເປັນຜູ້ທີ່ມີຄວາມສຸກຕະຫຼອດການເຖີດ. ຈາກນັ້ນອະທິຖານຂໍພອນຕ່າງໆ.

ເມື່ອນຳພຣະພຸດທະຮູບ ແລະ ສິ່ງສັກສິດກັບຄືນສູ່ຫ້ອງພຣະ ກໍສາມາດສູດມົນຕາມທີ່ເຄີຍສູດເຊັ່ນ: ອິຕິປິໂສ, ໄຊມຸງຄຸນຄາຖາ ຫຼື ພາຫຸງ ທຳມະຈັກກັບປະວັດຕະນະສູດ ແລະ ຄາຖາຊິນນະບັນຊອນ ກໍຕາມແຕ່ສະດວກ ເພື່ອເປັນສິຣິມຸງຄຸນກັບຕົນເອງ ແລະ ຄົນໃນຄອບຄົວ.
ປີໃໝ່ກໍຂໍໃຫ້ ທຸກຄົນສຸກກາຍສະບາຍໃຈ ເດີນທາງໄປໃສກໍຂໍໃຫ້ມີຄວາມສຸກ ຫຼິ້ນປີໃໝ່ຢ່າງມ່ວນຊື່ນເຮຮາ ງົດເຄື່ອງດື່ມສິ່ງມຶນເມົາເວລາຂັບລົດ.
ຂອບໃຈຂໍ້ມູນຈາກ: https://bit.ly/3mTEE7L
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/