11 ປີ ແລະ ອີກ 7 ເດືອນ ກັບການຕໍ່ສູ້ອັນຍາວນານລະຫວ່າງຜູ້ຄົນ ແລະ ໄທທັນຍັກ ໄດ້ສິ້ນສຸດລົງກັບ Chapter 139 ທີ່ເປັນບົດສຸດທ້າຍຂອງການຕໍ່ສູ້, ໄດ້ຖິ້ມຄວາມປະທັບໃຈ ແລະ ຄວາມເສຍໃຈໄວ້ໃຫ້ໃຜຫຼາຍໆຄົນໄດ້ຝັງໄວ້ໃນໃຈ.
Attack on Titan (shingeki no kyojin) ຜົນງານການແຕ້ມ ແລະ ຂຽນຂອງນັກຂຽນກາຕູນຊາວຍີ່ປຸ່ນ ອາຈານ Hajime Isayama. ເປັນເລື່ອງທີ່ເວົ້າເຖິງຜູ້ທີ່ຢູ່ໃນກຳແພງເມືອງທີ່ຊ່ວຍປ້ອງກັນພວກເຂົາຈາກເຫຼົ່າຍັກກິນຄົນ ເຊິ່ງໃນເລື່ອງເອີ້ນວ່າ ໄທທັນ. ໃນນັ້ນໄດ້ເລົ່າເລື່ອງຜ່ານຕົວລະຄອນເອກທີ່ຊື່ວ່າ Eren Yeager (ເອເຣນ ເຍເກີ) ເດັກນ້ອຍທີ່ມີຄວາມຄຽດແຄ້ນ ແລະ ມີຄວາມມຸ່ງຫວັງທີ່ຈະກຳຈັດໄທທັນໃຫ້ໝົດໄປ.
ເປັນໜຶ່ງໃນໜັງສືກາຕູນທີ່ໄດ້ຮັບຄວາມນິຍົມສູງຈົນໄດ້ຖືກນຳໄປເຮັດເປັນອະນິເມະ ຮອດ 4 ຊີຊັນ.

ດ້ວຍເນື້ອເລື່ອງທີ່ເຂັ້ມຂຸ້ນປົນກັບຄວາມດຣາມ່າ ແລະ ຕົວລະຄອນທີ່ເປັນເອກະລັກເຮັດໃຫ້ຕັ້ງແຕ່ Chapter ທຳອິດທີ່ເປີດຕົວ ຈົນຮອດຕອນສຸດທ້າຍມີຄົນຕິດຕາມຢ່າງຫຼວງຫຼາຍ.
ອີກສິ່ງໜຶ່ງທີ່ກາຕູນເລື່ອງນີ້ເຮັດອອກມາດີຫຼາຍ ນັ້ນກໍຄືເລື່ອງຄວາມເປັນມາ ແລະ ຄວາມຮູ້ສຶກຂອງແຕ່ລະຕົວລະຄອນ ຕໍ່ກັບແຕ່ລະເຫດການທີ່ຜ່ານເຂົ້າມາໃນຊີວິດ ເພື່ອເຜີຍເຫດຜົນຂອງແຕ່ລະການກະທຳ ໂດຍສະເພາະຕົວລະຄອນເອກ Eren Yeager ເອງ.
ສິ່ງທີ່ເກີດຂຶ້ນໃນເລື່ອງ Attack On Titan ອາດບໍ່ແມ່ນພຽງແຕ່ການຕໍ່ສູ້ເພື່ອເອົາຊີວິດລອດ ແຕ່ຍັງເຜີຍໃຫ້ເຫັນເຖິງຄວາມເປັນຈິງຂອງຊີວິດ ແລະ ຄວາມຮູ້ສຶກຂອງຄົນທີ່ປ່ຽນຜັນໄປຕາມເຫດການທີ່ຜ່ານເຂົ້າມາໃນແຕ່ລະຄັ້ງ, ຄວາມໂສກເສົ້າຂອງການສູນເສຍເມື່ອເວລາຄົນທີ່ເຮົາຜູກພັນໄດ້ຈາກໄປໃນແຕ່ລະຕອນ.
ດ້ວຍຄວາມນິຍົມ ແລະ ຄວາມຜູກພັນຕ່າງໆທີ່ເກີດຂຶ້ນໃນເລື່ອງນີ້ ອາດບໍ່ແມ່ນເລື່ອງແປກທີ່ກາຕູນ Attack On Titan ຈະກາຍເປັນຕຳນານ ແລະ ຈະຢູ່ໃນຄວາມຊົງຈຳຂອງຄົນຫຼາຍໆຄົນອີກຍາວນານ.

ຮຽບຮຽງໂດຍ: ເຊັນໄປ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/