ເນື່ອງຈາກບັນຫາຂີ້ເຫຍື້ອພລາສຕິກທີ່ຍ່ອຍສະຫຼາຍໄດ້ຍາກ ແລະ ເປັນມົນລະພິດແກ່ສິ່ງແວດລ້ອມ ຈຶ່ງເຮັດໃຫ້ເກີດມີພາຊະນະບັນຈຸ ຫຼື ຜະລິດຕະພັນຫຼາຍແບຣນ ເລີ່ມຫັນມາເຮັດສ່ວນປະກອບຈາກພລາສຕິກທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ ເອີ້ນວ່າ Biodegradable ຫຼື ພລາສຕິກທີ່ຍ່ອຍສະຫຼາຍທາງຊີວະພາບແລ້ວກາຍເປັນປຸ໋ຍ (Compostable) ຫຼາຍຂຶ້ນ ເພື່ອຫວັງຈະລົດປະລິມານຂີ້ເຫຍື້ອພລາສຕິກລົງ.

ປະເທດອອສເຕເລຍ ກຳລັງຈະອອກກົດໝາຍ “National Plastics Plan” ແບນພລາສຕິກຢູ່ 3 ຊະນິດພາຍໃນປີ 2022 ຄື:
- Polystyrene ພລາສຕິກທີ່ຢູ່ໃນພາຊະນະບັນຈຸໃສ່ອາຫານ ແລະ ພາຊະນະໂຟມ EPS.
- ພລາສຕິກ PVC ທີ່ຢູ່ໃນປ້າຍສະຫຼາກສິນຄ້າ.
- ພລາສຕິກຍ່ອຍສະຫຼາຍໄດ້ ທີ່ບໍ່ເປັນໄປຕາມມາດຕະຖານ AS4736-2006, AS5810-2010 ແລະ EN13432

ມາດຕະຖານ Australian Standard “AS4736-2006” ສ້າງໂດຍ Australian Bioplastics Association ຫຼື ABA ເປັນມາດຕະຖານການນຳເອົາອຸປະກອນການໃຊ້ພາຍໃນເຮືອນທີ່ສາມາດຝັງລົງດິນໄດ້. ສຳລັບເຄື່ອງໃຊ້ທີ່ສາມາດຝັງໄດ້ ຈະໄດ້ຮັບໂລໂກ້ Looped Seedling Logo ຈາກ ABA ຕິດໄວ້ທີ່ເຄື່ອງໃຊ້ ເຮັດໃຫ້ຜູ້ໃຊ້ຮູ້ວ່າມັນສາມາດແຍກໄປຝັງໄດ້.
ມາດຕະຖານ AS5810-2010 ເປັນມາດຕະຖານລະບຸຂໍ້ກຳນົດ ແລະ ຂັ້ນຕອນເພື່ອກວດສອບວ່າພລາສຕິກສາມາດຍ່ອຍສະຫຼາຍທາງຊີວະພາບໄດ້ດ້ວຍການໝັກພາຍໃນບ້ານໄດ້ບໍ່ ແລະ ໄດ້ຮັບປ້າຍສະຫຼາກເຊັ່ນດຽວກັບ AS4736-2006 ແຕ່ເປັນປ້າຍສະຫຼາກວັດຖຸຍ່ອຍສະຫຼາຍໃນບ້ານ ສຳລັບໃຊ້ໃນຂະບວນການໝັກປຸ໋ຍຊີວະພາບ.
ມາດຕະຖານ EN13432 ເປັນມາດຕະຖານຂອງຢູໂຣບ ເພື່ອໃຊ້ທົດສອບພາຊະນະບັນຈຸທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ ແລະ ໃຊ້ເຂົ້າໃນຂະບວນການໝັກປຸ໋ຍຊີວະພາບ.
ເຊິ່ງພລາສຕິກ Biodegradable ຫຼື ພລາສຕິກທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ ຖືກຈັດໄປຢູ່ໃນຊະນິດທີ 3 ທີ່ຖືກແບນ.
ເຮົາອາດຈະກຳລັງຄິດວ່າ ມັນເປັນສິ່ງທີ່ດີ ແລ້ວເປັນຫຍັງມັນຈຶ່ງຖືກແບນ?

ຍ້ອນຄຳວ່າ “Biodegradable” ໄດ້ມາຈາກຄຳກົງຕົວ Biodegradable ມັນຍັງມີຄວາມໝາຍຄຸມເຄືອບໍ່ຊັດເຈນ, ຍັງຂາດຂໍ້ບັງຄັບ ຫຼື ມາດຕະຖານກ່ຽວກັບການໃຊ້ຄຳນີ້ຢູ່ ແລະ ບໍ່ມີຫຍັງກຳນົດໄດ້ວ່າມັນຍ່ອຍສະຫຼາຍໃນໄລຍະເວລາເທົ່າໃດ ເພາະສະນັ້ນ Biodegradable ກໍອາດຈະເປັນພລາສຕິກທີ່ເປັນມິດ ແລະ ບໍ່ເປັນມິດຕໍ່ສິ່ງແວດລ້ອມໄດ້.
Biodegradable ອາດຈະເຮັດມາຈາກເຊື້ອໄຟແບບເກົ່າທີ່ຍ່ອຍສະຫຼາຍ ຫຼື ພລາສຕິກ Oxo-Degradable ທີ່ປະສົມສານອອກໂຊ (Oxo) ເຊິ່ງເປັນສານທີ່ເລັ່ງໃຫ້ເກີດການແຕກຕົວໄວ ແຕ່ທີ່ອັນຕະລາຍແມ່ນ ມັນອາດຈະແຕກຕົວໄປແຕ່ບໍ່ຍ່ອຍສະຫຼາຍແທ້ ແລ້ວກາຍເປັນໄມໂຄຣພລາສຕິກ ອະນຸພາກນ້ອຍໆທີ່ຍາກຈະເບິ່ງດ້ວຍຕາເປົ່າ.

ເຖິງແມ່ນວ່າພລາສຕິກປະເພດດັ່ງກ່າວ ຈະມີສ່ວນປະກອບມາຈາກພືດຕ່າງໆເຊັ່ນ: ມັນຕົ້ນ, ສາລີ, ອ້ອຍ… ເປັນສ່ວນປະກອບໜຶ່ງ ມັນກໍອາດຈະຍ່ອຍສະຫຼາຍໄດ້ຍາກກວ່າ ຫຼື ດົນກວ່າເກົ່າ ເພາະວ່າບໍ່ແມ່ນພລາສຕິກທີ່ເຮັດຈາກພືດທຸກອັນຈະສາມາດຍ່ອຍສະຫຼາຍກັບໄປເປັນປຸ໋ຍໄດ້ງ່າຍໆ, ຍິ່ງເປັນພລາສຕິກປະເພດນີ້ ຍິ່ງຕ້ອງອາໄສສິ່ງແວດລ້ອມທີ່ເໝາະສົມຕ່າງກັນໄປ ເພື່ອຊ່ວຍໃຫ້ສາມາດຍ່ອຍສະຫຼາຍໄດ້ຢ່າງສົມບູນ.
ດັ່ງນັ້ນ ອອສເຕເລຍຈຶ່ງພະຍາຍາມທີ່ຈະປະສານວຽກກັບບັນດາໂຮງງານຕ່າງໆ ເພື່ອກຳຈັດພລາສຕິກ Biodegradable ຫຼື ພລາສຕິກທີ່ຍ່ອຍສະຫຼາຍທາງຊີວະພາບ ທີ່ບໍ່ໄດ້ມາດຕະຖານເຫຼົ່ານີ້ ພາຍໃນປີ 2022.
ຂອບໃຈຂໍ້ມູນຈາກ:
- https://phys.org/news/2021-03-biodegradable-plastic-australiathat-big-environment.html?fbclid=IwAR1EZXCplrfTUgEW3VMYVHKrSoG6C9Is0uBwEirK01ePENwSxU3OZcqn09I
- https://www.uts.edu.au/news/social-justice-sustainability/biodegradable-plastic-will-soon-be-banned-australia?fbclid=IwAR3ld-4i5_VyfnjaITf7GukSEkRXbBQN6TE6wm_tKaEwaC8g8Af3-gfpKjY
- http://plastic.oie.go.th/ReadArticle.aspx?id=12353
- https://infostore.saiglobal.com/en-us/standards/as-5810-2010-129547_saig_as_as_274016/
- https://www.tpa.or.th/publisher/pdfFileDownloadS/TN211A_p090-92.pdf