ສົມກັບເປັນປະເທດທີ່ບໍ່ເຄີຍຢຸດພັດທະນາແທ້ໆ ສຳລັບປະເທດຈີນທີ່ຕອນນີ້ກຳລັງສ້າງ Smart City ໃນພື້ນທີ່ຊົນນະບົດນອກເມືອງເສີງຕູ ໂດຍມີບໍລິສັດສະຖາປັດຕະຍະກຳຢ່າງ OMA ແລະ GMP ຜູ້ຊະນະການແຂ່ງຂັນອອກແບບເມືອງວິທະຍາສາດ ແລະ ເທັກໂນໂລຢີແຫ່ງອະນາຄົດ ມາເປັນຜູ້ດູແລໂຄງການນີ້.

“Chengdu Future Science and Technology City” ເມືອງແຫ່ງອະນາຄົດນີ້ຈະກາຍເປັນສູນກາງເສດຖະກິດ, ເທັກໂນໂລຢີ ແລະ ການສຶກສາ ໂດຍສະຖາປັດຕະຍະກຳ ແລະຕົວອາຄານທັງໝົດພາຍໃນເມືອງໃໝ່ຈະຖືກອອກແບບໃຫ້ມີຫຼັງຄາໂຄ້ງເປັນຊັ້ນໆ ເພື່ອປູກຕົ້ນໄມ້ໄວ້ດ້ານເທິງ ຮຽນແບບພູມສັນຖານດັ້ງເດີມທີ່ເປັນພູເຂົາ ແລະ ນາຂັ້ນໄດ ເອີ້ນໄດ້ວ່າເປັນການອອກແບບທີ່ຜະສົມຜະສານຄວາມເປັນເມືອງເຂົ້າໄປຢູ່ໃນຊົນນະບົດໄດ້ຢ່າງລົງຕົວ.
ແນວຄິດຫຼັກຂອງເມືອງນີ້ຄືຕ້ອງການໃຫ້ທຸກຄົນເຂົ້າເຖິງພື້ນທີ່ ແລະ ລະບົບຂົນສົ່ງສາທາລະນະຢ່າງທົ່ວເຖິງ, ລົດການໃຊ້ລົດສ່ວນຕົວ ໂດຍທຸກຕຶກສາມາດຍ່າງຫາກັນໄດ້ໃນເວລາບໍ່ເທົ່າໃດນາທີ ເຊິ່ງຄາດວ່າສ່ວນທຳອິດຂອງໂຄງການນີ້ຈະສ້າງສຳເລັດບໍ່ເກີນປີນີ້ ເພື່ອຮອງຮັບການຂະຫຍາຍຕົວຂອງປະຊາກອນຈີນທີ່ເພີ່ມຂຶ້ນຢ່າງໄວວາໃນອະນາຄົດອັນໃກ້.



ພາບ: Dezeen.com
ຂອບໃຈຂໍ້ມູນຈາກ: