ວັນທີ 7 ເມສາ 2022 ສະມັດຊາສະຫະປະຊາຊາດ (UNGA) ໄດ້ຕັດສິນໃຈລົງມະຕິຂັບຣັດເຊຍອອກຈາກຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ (UNHRC) ຈາກກໍລະນີທີ່ມີລາຍງານວ່າກອງທັບຣັດເຊຍໄດ້ເຮັດການລະເມີດສິດທິມະນຸດໃນລະຫວ່າງການບຸກໂຈມຕີຢູເຄຣນ.

ຫຼັງຈາກການປະຊຸມ ກໍໄດ້ເປີດໃຫ້ຊາດສະມາຊິກລົງມະຕິອອກສຽງ ເຊິ່ງມີຜົນລາຍລະອຽດດັ່ງລຸ່ມນີ້:
⁃ ມີ 93 ຊາດເຫັນດີ
⁃ ມີ 24 ຊາດຄັດຄ້ານ
⁃ ມີ 58 ຊາດງົດອອກສຽງ
ທັງນີ້ ມະຕິດັ່ງກ່າວຕ້ອງການສຽງສະໜັບສະໜູນໃນສັດສ່ວນ 2/3 ຂອງບັນດາຊາດສະມາຊິກ ທີ່ລົງຄະແນນ ‘ເຫັນດີ’ ແລະ ‘ບໍ່ເຫັນດີ’ ທັງໝົດ ໂດຍບໍ່ນັບຊາດຫຼືປະເທດທີ່ບໍ່ລົງຄະແນນແລະບໍ່ອອກສຽງ ເຊິ່ງໃນການລົງຄະແນນຄັ້ງນີ້ ແມ່ນຈະນັບເອົາ 117 ຊາດເທົ່ານັ້ນ ແລະ ຕ້ອງການຄະແນນ 78 ສຽງເທົ່ານັ້ນເພື່ອທີ່ຈະເຮັດໃຫ້ມະຕິນີ້ຜ່ານໄປຕາມກົດລະບຽບ.
ດັ່ງນັ້ນ ຈາກຜົນການອອກສຽງ ແມ່ນມີ 93 ຊາດທີ່ເຫັນດີ ຈຶ່ງເຮັດໃຫ້ກອງປະຊຸມມີການຮັບຮອງມະຕິໃນການລະງັບການເປັນສະມາຊິກຂອງຣັດເຊຍໃນຄະນະມົນຕີສິດທິມະນຸດ.
ໂດຍການລົງມະຕິໃນຄັ້ງນີ້ ປະເທດລາວເປັນ 1 ໃນ 24 ປະເທດທີ່ຄັດຄ້ານກັບມະຕິຄັ້ງນີ້ ຮ່ວມກັບຊາດອື່ນໆ ເຊັ່ນ: ຫວຽດນາມ, ຈີນ, ອີຣ່ານ…ເປັນຕົ້ນ.

ພາຍຫຼັງຈາກການລົງມະຕິ ເກນນາດີ ຄຸຊມິນ (Gennady Kuzmin) ຮອງເອກອັກຄະລັດຖະທູດຜູ້ແທນຣັດເຊຍປະຈຳສະຫະປະຊາຊາດ ເປີດເຜີຍວ່າ ມະຕິດັ່ງກ່າວເປັນການກະທຳທີ່ບໍ່ເຫັນດີດ້ວຍກົດໝາຍ ແລະ ໄດ້ແຮງບັນດານໃຈຈາກທາງການເມືອງ ແລະ ປະກາດວ່າຣັດເຊຍຕັດສິນໃຈລາອອກຈາກຄະນະມົນຕີສິດທິມະນຸດ.
ທາງດ້ານ ເຊີເກ ຄິສລິຕສະຍາ (Sergiy Kyslytsya) ເອກອັກຄະລັດຖະທູດຜູ້ແທນຖາວອນປະຈຳສະຫະປະຊາຊາດລະບຸວ່າ” ເຈົ້າຍື່ນໃບລາອອກ ຫຼັງຈາກຖືກໄລ່ອອກແລ້ວບໍ່ໄດ້”.
ຂະນະທີ່ ລິນດາ ໂທມັສ-ກຣີນຟິລ (Linda Thomas-Greenfield) ເອກອັກຄະລັດຖະທູດຜູ້ແທນຖາວອນສະຫະລັດອາເມຣິກາປະຈຳສະຫະປະຊາຊາດ ເຊິ່ງເປັນຜູ້ຍື່ນຂໍລົງມະຕິໃນຄັ້ງນີ້ ກໍໄດ້ກ່າວເຖິງຜົນການອອກສຽງວ່າ ນີ້ຄືການສົ່ງຂໍ້ຄວາມທີ່ຊັດເຈນວ່າ ຄວາມເຈັບປວດຂອງເຫຍື່ອແລະຜູ້ລອດຊີວິດຈະບໍ່ຖືກເມີນເສີຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/