
ສືບເນື່ອງຈາກຄວາມເຄື່ອນໄຫວທີ່ເກີດຂຶ້ນເມື່ອວັນທີ 30 ກັນຍາທີ່ຜ່ານມາ ທີ່ປະທານາທິບໍດີໂວໂດດິເມຍ ເຊເລນສະກີ ໄດ້ປະກາດນໍາຢູເຄຣນເຂົ້າເປັນສະມາຊິກຂອງອົງການສົນທິສັນຍາແອັດແລນຕິກເໜືອ (NATO) ແບບເລັ່ງດ່ວນ (Fast Track) ຫຼັງຈາກທີ່ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍໄດ້ປະກາດຮັບຮອງເອົາ 4 ດິນແດນຂອງຢູເຄຣນເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ.
ແລະຫຼ້າສຸດນີ້ເມື່ອວັນທີ 2 ຕຸລາ ປະທານາທິບໍດີຈາກ 9 ປະເທດສະມາຊິກ NATO ໄດ້ຮ່ວມກັນອອກຖະແຫຼງການປະນາມຣັດເຊຍກ່ຽວກັບປະເດັນການຮັບຮອງດິນແດນຂອງຢູເຄຣນເຂົ້າເປັນສ່ວນໜຶ່ງຂອງຕົນ ພ້ອມນັ້ນບັນດາຜູ້ນຳທັງ 9 ຄົນຈາກ NATO ຍັງຮຽກຮ້ອງໃຫ້ສະມາຊິກ NATO ທັງ 30 ປະເທດຍົກລະດັບຄວາມຊ່ວຍເຫຼືອທາງການທະຫານຕໍ່ຢູເຄຣນ.

ໂດຍຖະແຫຼງການລະບຸວ່າຜູ້ນຳ 9 ປະເທດເຊິ່ງໄດ້ແກ່ ສາທາລະນະລັດເຊັກ, ເອສໂຕເນຍ, ລັດເວຍ, ລິທົວເນຍ, ມາຊິໂດເນຍເໜືອ, ມອນເຕຣເນໂກຣ, ໂປແລນ, ສະໂລວາເກຍ ແລະ ໂຣມາເນຍ ໄດ້ເດີນທາງໄປຍັງນະຄອນຄຽບ ໃນໄລຍະທີ່ເກີດສົງຄາມ ແລະເຫັນດ້ວຍຕາຕົນເອງວ່າຜົນຈາກການຮຸກຮານຂອງຣັດເຊຍນັ້ນສ້າງຄວາມເສຍຫາຍຫຼາຍພຽງໃດ.
ເຊິ່ງຂໍ້ຄວາມໃນຖະແຫຼງການຂອງ 9 ຜູ້ນຳລະບຸວ່າ “ພວກເຮົາເນັ້ນຢ້ຳເຖິງການສະໜັບສະໜູນອະທິປະໄຕ ແລະ ບູລະນະພາບແຫ່ງດິນແດນຂອງຢູເຄຣນ ແລະຈະບໍ່ມີທາງຍອມຮັບຄວາມພະຍາຍາມຂອງຣັດເຊຍທີ່ຈະລວມດິນແດນໃດໆຂອງຢູເຄຣນ”

“ເຮົາສະໜັບສະໜູນໃນການປ້ອງກັນປະເທດຈາກກາກຮຸກຮານຂອງຣັດເຊຍ ພ້ອມກັບຮຽກຮ້ອງໃຫ້ຣັດເຊຍຖອນຕົວຄືນດິນແດນທີ່ຢຶດຄອງມາທັງໝົດໂດຍທັນທີ ແລະສະໜັບສະໜູນໃຫ້ພັນທະມິດທັງໝົດເພີ່ມຄວາມຊ່ວຍເຫຼືອທາງທະຫານແກ່ຢູເຄຣນ” ພ້ອມລະບຸອີກວ່າ ຜູ້ກໍ່ອາຊະຍາກໍາທຸກຄົນຈະຕ້ອງຮັບຜິດຊອບ ແລະຖືກຕັດສິນຕາມຂະບວນການ.
ນອກຈາກນີ້ ຜູ້ນຳຈາກ 9 ປະເທດຍັງປະກາດສະໜັບສະໜູນມະຕິຂອງການປະຊຸມສຸດຍອດບູຄາເຣສປີ 2008 ທີ່ມີການຊຸກຍູ້ໃຫ້ຢູເຄຣນເປັນສະມາຊິກໃໝ່ຂອງ NATO ໃນອະນາຄົດເຖິງຈະບໍ່ໄດ້ກໍານົດໄລຍະເວລາທີ່ຊັດເຈນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment