ໃນ 8 ເດືອນ ຕົ້ນປີ 2024 ສປປ ລາວ ດຶງດູດນັກທ່ອງທ່ຽວຈາກທັງຕ່າງປະເທດ ແລະ ພາຍໃນ ໄດ້ຫຼາຍກວ່າ 5 ລ້ານເທື່ອຄົນ ເພີ່ມຂຶ້ນຈາກໄລຍະດຽວກັນປີ 2023 ກວ່າ 42.92%, ຄາດຄະເນລາຍຮັບກວ່າ 1,189 ລ້ານໂດລາ.

ອີງຕາມໂຕເລກຈາກ ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຫັນວ່າ ໃນຈຳນວນນັກທ່ອງທ່ຽວ 5 ລ້ານເທື່ອຄົນ ແບ່ງອອກເປັນ ນັກທ່ອງທ່ຽວຕ່າງປະເທດ 2,652,697 ຄົນ ເພີ່ມຂຶ້ນ 19% ຄາດຄະເນລາຍຮັບຈາກນັກທ່ອງທ່ຽວ ຕ່າງປະເທດ 801 ລ້ານໂດລາ.

ນັກທ່ອງທ່ຽວພາຍໃນ ມີຈຳນວນ 2,395,277 ຄົນ ເພີ່ມຂຶ້ນກວ່າ 84.2%, ຄາດຄະເນເປັນລາຍຮັບກວ່າ 388 ລ້ານໂດລາ.

ໂດຍ ນັກທ່ອງທ່ຽວຕ່າງປະເທດ 5 ອັນດັບທີ່ເຂົ້າມາທ່ຽວລາວຫຼາຍທີ່ສຸດໄດ້ແກ່: ໄທ, ຫວຽດນາມ, ຈີນ, ເກົາຫຼີ ແລະ ອາເມຣິກາ ຕາມລໍາດັບ.

ເມື່ອບໍ່ດົນມານີ້, Agoda ເວັບໄຊ ທ່ອງທ່ຽວຊື່ດັງຂອງໂລກ ເຜີຍຜົນສຳຫຼວດ ສປປ ລາວ ເປັນໜຶ່ງໃນສະຖານທີ່ ທີ່ນັກທ່ອງທ່ຽວໄທ ຢາກກັບມາທ່ຽວຫຼາຍເທື່ອທີ່ສຸດ ຈາກແຮງດຶງດູດທາງດ້າານສິລະປະວັດທະນະທຳທ້ອງຖິ່ນ ແລະ ການເດີນທາງທີ່ສະດວກສະບາຍ.

ເພື່ອຊຸກຍູ້ຈຳນວນນັກທ່ອງທ່ຽວໃນໄລຍະປີທ່ອງທ່ຽວລາວ 2024, ລັດຖະບານໄດ້ອະນຸມັດໃຫ້ນັກທ່ອງທ່ຽວຈາກບາງປະເທດເຂົ້າມາໂດຍບໍ່ມີວີຊາ ແລະ ໄດ້ເພີ່ມຈຳນວນມື້ທີ່ນັກທ່ອງທ່ຽວຈາກປະເທດເຫຼົ່ານີ້ສາມາດຢູ່ໃນລາວໄດ້, ໂດຍຈະມີກົດລະບຽບໃໝ່ໃນ ບັງຄັບແຕ່ວັນທີ 1 ກໍລະກົດ ຫາ ວັນທີ 31 ທັນວາ.

ຂໍ້ມູນ: ກົມພັດທະນາການທ່ອງທ່ຽວ.