7 ທ່າແຮງໃນຊຸກຍູ້ການພັດທະນາໃຫ້ຂະຫຍາຍຕົວ ຂອງແຂວງບໍ່ແກ້ວ


ໃນຊຸມປີມໍ່ໆມານີ້ ແຂວງ ບໍ່ແກ້ວ ເປັນອີກໜຶ່ງແຂວງທາງພາກເໜືອຂອງ ສປປ ລາວ ທີ່ມີການພັດທະນາ ໃນຫຼາຍໆດ້ານ ດ້ານເລື່ອງຂອງການຄົມມະນາຄົມ, ການລົງທຶນ, ການກະສິກຳ ແລະ ອື່ນໆ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ກ່າວຕໍ່ກອງປະຊຸມແລກປ່ຽນວຽກງານການທ່ອງທ່ຽວແຂວງເມືອບໍ່ດົນມານີ້ວ່າ: ແຂວງບໍ່ແກ້ວເປັນແຂວງໜຶ່ງຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງ ສປປ ລາວ ມີຊາຍແດນຕິດກັບສປ ຈີນ, ໄທ ແລະ ມຽນມາ. ແຂວງບໍ່ແກ້ວມີພົນລະເມືອງທັງໝົດ 2 ແສນກວ່າຄົນ, ລວມມີ 13 ເຜົ່າ. ໃນນັ້ນ, ມີເຂດເສດຖະກິດສາມຫຼ່ຽມຄຳທີ່ເປັນເຂດການລົງທຶນຂະໜາດໃຫຍ່ຂອງນັກທຸລະກິດຈີນ, ປັດຈຸບັນມີຜູ້ທີ່ເຂົ້າມາເຮັດວຽກ ແລະ ອອກແຮງງານຢູ່ໃນເຂດດັ່ງກ່າວມີ 60.000 ກ່ວາຄົນ ລວມມີຫຼາຍສັນຊາດ. ໃນນັ້ນ, ແຂວງບໍ່ແກ້ວມີທ່າແຮງຫຼາຍຢ່າງໂດຍສະເພາະມີ 7 ທ່າແຮງໃນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ມີການຂະຫຍາຍຕົວ.

ທ່ານເຈົ້າແຂວງບໍ່ແກ້ວກ່າວຕື່ມວ່າ: 7 ທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງປະກອບມີ:

1. ແຂວງມີຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ ເພື່ອເປັນເງື່ອນໄຂເປັນສິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ;

2. ມີການເຊື່ອມຕໍ່ການພັດທະນາຄົມມະນາຄົມຂົນສົ່ງທີ່ມີຄຸນະພາບກັບບັນດາແຂວງພາກເໜືອຂອງລາວ ແລະປະເທດໃກ້ຄຽງອະນຸພາກພື້ນ;

3. ມີການພັດທະນາການທ່ອງທ່ຽວທີ່ຍືນຍົງໃຫ້ມີການເຊື່ອມຕໍ່ກັບບັນດາ ແຂວງພາກເໜືອຂອງລາວ ແລະປະເທດໃກ້ຄຽງ;

4. ມີການຜະລິດສິນຄ້າກະສິກໍາທີ່ສະອາດ, ປອດສານພິດ ເພື່ອສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກໄປຕ່າງປະເທດ;

5. ມີການພັດທະນາພະລັງງານໄຟຟ້າ ເພື່ອສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ແລະຂາອອກ;

6. ມີການການພັດທະນາຊັບພະຍາກອນມະນຸດທີ່ມີຄຸນະພາບ ເພື່ອສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ;

7. ຖືເອົາເຂດເສດຖະກິດພິເສດສາມຫຼ່ຽມຄຳ ເປັນແມ່ແຮງເພື່ອດຶງເສດຖະກິດຂອງແຂວງບໍ່ແກ້ວໃຫ້ມີການຂະຫຍາຍຕົວ ໂດຍໄດ້ກຳນົດເອົາ 4 ຂະແໜງການທີ່ເປັນຂະແໜງເສດຖະກິດລາຍໄດ້ເຊັ່ນ: ຂະແໜງຂົນສົ່ງ, ກະສິກຳ, ທ່ອງທ່ຽວ ແລະ ການຄ້າ, ໃນການຈັດຕັ້ງປະຕິບັດຍຸດທະສາດ ແລະຂະແໜງເສດຖະກິດດັ່ງກ່າວ ກໍມີຫຼາຍໂຄງການ, ຫຼາຍກິດຈະກຳ, ມີບັນຊີໃນດ້ານການລົງທືນເປັນຢ່າງດີ.

ສຳລັບ, ປີທ່ອງທ່ຽວລາວ 2024 ແຂວງບໍ່ແກ້ວກໍມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າໄປທ່ຽວຊົມມີທັງແຫຼ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະວັດທະນະທໍາເປັນຕົ້ນແຫຼ່ງທ່ອງທ່ຽວໃນເຂດພິເສດສາມຫຼ່ຽມຄຳແມ່ນມີລັກສະນະຄົບວົງຈອນສາມມາດເລືອກເຂົ້າທ່ຽວຊົມໄດ້ເຊັ່ນ: ຕະຫຼາດວັດທະນະທຳນານາຊາດ ຫຼືຕະຫຼາດນໍ້າ, ສະຖານທີ່ທ່ອງທ່ຽວດອນຊາວ, ສະໜາມບິນສາກົນບໍ່ແກ້ວ, ສວນທະເລດອກໄມ້, ເຂດກະສິກໍາ-ລ້ຽງສັດ, ສະໜາມກອຟສາກົນພູກິ່ວລົມ ແລະ ສະຖານທີ່ອື່ນໆ ພ້ອມນັ້ນ, ຍັງມີແຜນການຂະຫຍາຍແຫຼ່ງທ່ອງທ່ຽວເປັນຕົ້ນສະຖານທີ່ທ່ອງທ່ຽວເມືອງເກົ່າສຸວັນນະໂຄມຄຳ, ບໍ່ນໍ້າຮ້ອນ ແລະ ແຫ່ງອື່ນໆ ພ້ອມຈະພັດທະນາໃຫ້ມີຫຼາຍກິດຈະກໍາທີ່ຈະເກີດຂຶ້ນຢູ່ໃນເຂດດັ່ງກ່າວ.

https://www.facebook.com/PasaxonNewspaper/posts/pfbid02fsd4eeGYiDo5yqWxWEYyi6Fm2SmMADiFbnJ1xh1c8oVNAHTgz7Kxomo2tzVrFgGgl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/