ສາລະພາບມາດີໆໃຜທີ່ແຟນຄັບນັກຮ້ອງສາວ Taylor Swift ທ່ານອາຍຸບໍ່ນ້ອຍແລ້ວ. ໂດຍ Taylor Swift ເປັນນັກຮ້ອງ ແລະ ນັກແຕ່ງເພງຊື່ດັງຊາວອາເມຣິກາ ທີ່ມີແຟນຄັບທັງນອກ ແລະ ໃນປະເທດ ເປັນນັກຮ້ອງທີ່ມີຊື່ສຽງລະດັບໂລກ.

ຫຼ້າສຸດທາງ Morning Consult ໄດ້ໄປສຳຫຼວດ ແລະ ວິເຄາະຜົນຈາກເຫຼົ່າແຟນຄັບຂອງ Taylor Swift ໃນໄລຍະກ່ອນທີ່ Taylor Swift ຈະເລີ່ມຕົ້ນທົວຄອນເສີດ, ໂດຍທາງບໍລິສັດ Morning Consult ໄດ້ເປີດເຜີຍວ່າພວກເຂົາຕ້ອງການສຶກສາໜຶ່ງໃນແຟນດ້ອມຂອງສິລະປິນທີ່ເປັນທີ່ສຸດຂອງແຟນດ້ອມ ເພື່ອຄົ້ນຫາວ່າພວກເຂົາເຫຼົ່ານີ້ແມ່ນໃຜ? ແມ່ນຫຍັງທີ່ເຮັດໃຫ້ເຂົາກາຍເປັນແຟນຄັບຂອງ Taylor Swift ແລະ ອາລະບ້ຳໃນດວງໃຈຂອງແຟນຄັບ ແມ່ນອາລະບ້ຳໃດ? ໂດຍຜົນສຳຫຼວດທີ່ທາງ Morning Consult ເປີດເຜີຍພົບວ່າ ຜູ້ໃຫຍ່ໃນອາເມຣິກາ ທັງໝົດ 53% ໄດ້ບອກວ່າຕົນເອງເປັນ Swifties ຫຼື ແຟນຄັບຂອງ Taylor Swift ແລະ ມີ 16% ທີນິຍາມຕົນເອງວ່າເປັນ “ແຟນພັນແທ້”.

ນອກຈາກນີ້ Morning consult ຍັງເປີດເຜິຍອີກວ່າໂດຍສ່ວນໃຫຍ່ກຸ່ມຄົນທີ່ຕິດຕາມ Taylor Swift ສ່ວນຫຼາຍຈະເປັນຄົນຮຸ່ນມິເລນຽມ ເປັນຄົນຜິວຂາວທີ່ອາໄສຢູ່ຊານເມືອງ ເປັນຜູ້ຍິງ 52% ເປັນຜູ້ຊາຍ 48% ແລະ ອາລະບ້ຳທີ່ຢູ່ໃນດວງໃຈຂອງຊາວ Swifties ອັນດັບ 1 ຕົກເປັນຂອງອະລະບຳ 1989 ທີ່ມີເພງຮິດຕິດຫູຢ່າງເພງ Blank Space ແລະ Shake It off ສ່ວນອັນດັບ 2 ແມ່ນອາລະບ້ຳທຳອິດທີ່ມີຊື່ວ່າ Taylor Swift ນັ້ນເອງ.
Taylor Swift ປ່ອຍອາລະບ້ຳທຳອິດໃນປີ 2006 ເຊິ່ງກໍໄດ້ຮັບຜົນຕອບຮັບທີ່ຈາກແຟນເພງ ສົ່ງຜົນໃຫ້ອະລະບ້ຳຢູ່ອັນດັບທີ 5 ຂອງ Billboard 200 chart ແລະ ຢູ່ໃນ chart ດົນທີ່ສຸດໃນທົດສະວັດ 2000.
ຕໍ່ມາໃນປີ 2015 Taylor Swift ຍັງຖືກບັນທຶກສະຖິຕິໂລກ 6 ລາຍການ ພ້ອມຍັງໄດ້ມີລາຍຊື່ໃນ “100 ບຸກຄົນທີ່ມີອິດທິພົນທີ່ສຸດໃນໂລກ” ຈັດໂດຍວາລະສານ TIME (ປີ 2010, 2015 ແລະ 2019).
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/