ການສອບເສັງນັ້ນ ຖືວ່າເປັນສິ່ງທີ່ຄົນເຮົາເກືອບທຸກຄົນໃນປັດຈຸບັນ ຕ້ອງເຄີຍພົບພໍ້ມາຕັ້ງແຕ່ສະໄໝຍັງນ້ອຍ. ດັ່ງນັ້ນ ການສອບເສັງບໍ່ແມ່ນເລື່ອງແປກໃໝ່ ແລະ ການສອບເສັງໃນແຕ່ລະຄັ້ງກໍລ້ວນແຕ່ມີປັດໄຈ ຫຼື ທີ່ໄປທີ່ມາ ທີ່ແຕກຕ່າງກັນອອກໄປ ຈຶ່ງຈຳເປັນຕ້ອງສຶກສາໃຫ້ຫຼາກຫຼາຍ ແລະ ເຮັດແບບສອບເສັງທົດລອງເບິ່ງໃນບ້າງຄັ້ງ. ນອກຈາກນັ້ນແລ້ວ, ການສອບເສັງແຕ່ລະຄັ້ງກໍຄວນທີ່ຈະກຽມຕົວໃຫ້ດີເຊັ່ນກັນ ເພື່ອໃຫ້ໄດ້ຜົນລັບທີ່ດີອອກມາ ເຊິ່ງເຮົາມີເທັກນິກດັ່ງນີ້:
- ວາງແຜນການອ່ານ
ການອ່ານປຶ້ມຖືເປັນສິ່ງທີ່ພື້ນຖານຫຼາຍເມື່ອເຮົາຢາກຮຽນຮູ້ ຫຼື ຈະເຂົ້າສອບເສັງອັນໃດອັນໜຶ່ງ ເຊິ່ງເປັນສິ່ງທີ່ຈຳເປັນ ແລະ ຕ້ອງເຮັດກັນທຸກຄົນໃນລະຫວ່າງທີ່ກຽມຕົວກ່ອນເຂົ້າເສັງ ເພາະນອກຈາກຈະໄດ້ຄວາມຮູ້ເພີ່ມແລ້ວນັ້ນ ຍັງຊ່ວຍໃນການທວນຄືນຄວາມຮູ້, ຄວາມສາມາດຕ່າງໆທີ່ໄດ້ຮ່ຳຮຽນມາ. ແຕ່ການອ່ານທີ່ດີນັ້ນ ຄວນມີການວາງແຜນເພື່ອຊ່ວຍໃຫ້ການອ່ານໄດ້ປະສິດທິພາບສູງສຸດ, ໂດຍການວາງແຜນການອ່ານນັ້ນ ຄວນເລີ່ມຈາກການແບ່ງວິຊາ ແລະ ເວລາ ທີ່ຈະສອບເສັງອອກຈາກກັນ ວິຊາລະ 2 ຊົ່ວໂມງ ບວກກັບເວລາທວນຄືນຄວາມຮູ້ໃນແຕ່ລະວິຊາອີກເຄິ່ງຊົ່ວໂມງ ການເຮັດແບບນີ້ຈະເປັນການຊ່ວຍການຈື່ຈຳໄດ້ດີຂຶ້ນ ແລະ ໄດ້ຜົນຫຼາຍຂຶ້ນ.
- ທວນຄືນເນື້ອໃນຂອງການສອບເສັງ
ການທວນຄືນບົດຮຽນກ່ອນສອບເສັງກໍເປັນສິ່ງໜຶ່ງທີ່ຈຳເປັນຫຼາຍ ບໍ່ວ່າຈະຢູ່ຊັ້ນຮຽນໃດ ຫຼື ລະດັບໃດກໍຕາມ ເພາະຫຼັງຈາກການຮຽນ ຫຼື ອ່ານບົດຮຽນແລ້ວ ກໍຄວນໃຊ້ເວລາຢ່າງໜ້ອຍ 30 ນາທີ ໃນການທົບທວນເນື້ອຫາໃນສິ່ງທີ່ຮຽນໄປແລ້ວ, ເພື່ອທຳຄວາມເຂົ້າໃຈບົດຮຽນນັ້ນໆໃຫ້ຫຼາຍຂຶ້ນ ຫຼື ຖ້າບໍ່ເຂົ້າໃຈກໍຍັງສາມາດຈົດຄຳຖາມເພື່ອນຳໄປຖາມອາຈານ ຫຼື ໝູ່ເພີ່ມຕື່ມໄດ້. ນອກຈາກນັ້ນ, ການທວນຄືນຍັງຊ່ວຍໃຫ້ເຮົາຮຽນຮູ້ໄດ້ໄວ ແລະ ເຂົ້າໃຈໄວຂຶ້ນ.

- ລອງເຮັດແບບສອງເສັງທົດລອງ ຫຼື ລອງເຮັດບົດເສັງເກົ່າ
ການເຮັດບົດເສັງເກົ່າ ຫຼື ແບບທົດລອງຈະສາມາດຊ່ວຍໃນການລົດເວລາອ່ານປຶ້ມ ແລະ ບີບຂໍ້ມູນໃຫ້ສາມາດເຫັນພາບໄດ້ຊັດເຈນຫຼາຍຍິ່ງຂຶ້ນ ເພາະວ່າເນື້ອຫາທີ່ບົດສອບເສັງເກົ່າ ຫຼື ແບບທົດລອງອອກມາແລ້ວນັ້ນ ລ້ວນແຕ່ເປັນຄຳຖາມ ຫຼື ຂໍ້ມູນທີ່ສຳຄັນໃນວິຊານັ້ນໆ ຈຶ່ງຖືກເລືອກເອົາມາເປັນໂຈດໃຫ້ພວກເຮົາໄດ້ຕອບ, ແຕ່ກໍບໍ່ໄດ້ໝາຍຄວາມວ່າ ບົດເສັງເກົ່າ ແລະ ໃໝ່ຈະຄືກັນໝົດ 100%. ດັ່ງນັ້ນ ເຮົາຄວນອ່ານ ແລະ ລອງເຮັດເພື່ອເປັນຄວາມຮູ້ ແລະ ຈຸດສັງເກດວ່າການສຶກສາວິຊານີ້ໄດ້ໄປໃນທິດທາງໃດ.
- ພັກຜ່ອນໃຫ້ພຽງພໍ
ການພັກຜ່ອນອາດຈະເປັນສິ່ງທີ່ຫຼາຍໆຄົນບໍ່ໃຫ້ຄວາມສຳຄັນ ແຕ່ການນອນ ແລະ ພັກຜ່ອນໃຫ້ເປັນເວລານັ້ນຈະຊ່ວຍໃຫ້ຮ່າງກາຍຂອງເຮົາໄດ້ກຽມພ້ອມ ແຖມຍັງຊ່ວຍໃຫ້ສະໝອງໄດ້ຮັບການພັກຜ່ອນ ແລະ ສາມາດຈື່ຈຳສິ່ງຕ່າງໆໄດ້ງ່າຍຂຶ້ນ ພ້ອມກັບຍັງເຮັດໃຫ້ຮູ້ສຶກສົດຊື່ນ ສາມາດອ່ານປຶ້ມ ແລະ ຈື່ຈຳໄດ້ດີຂຶ້ນ.
- ແລກປ່ຽນຄວາມຮູ້ກັບໝູ່ເພື່ອນ
ນອກຈາກການອ່ານປຶ້ມ ແລະ ທວນຄືນແລ້ວ ເຮົາຄວນເເລກປ່ຽນຄວາມຮູ້ກັບໝູ່ເພື່ອນ ເພື່ອເປັນການເສີມຄວາມຮູ້ໃຫ້ກັນແລະກັນຕື່ມ ພ້ອມກັນນັ້ນກໍຍັງເສີມຄວາມຮູ້ໃນສິ່ງທີ່ເຮົາບໍ່ຮູ້ ແລະ ໝູ່ກໍຍັງຈະໄດ້ໃນສິ່ງທີ່ເຂົາເຈົ້າຍັງບໍ່ຮູ້ອີກດ້ວຍ. ນອກຈາກນັ້ນ, ຍັງເປັນການເສີມກຳລັງໃຈໃນການທວນຄືນບົດຮຽນຕື່ມອີກ.
ທີ່ມາ:
shorturl.asia/Jeovu
shorturl.asia/OMkLm
ພາບ: Los Replicantes, Shutterstock
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/