ໃນຍຸກສັງຄົມປັດຈຸບັນທີ່ເທັກໂນໂລຢີພັດທະນາຂຶ້ນໄປຢ່າງກ້າວໄກ ມັນໄດ້ຊ່ວຍໃຫ້ມະນຸດເຮົາມີຄວາມສະດວກສະບາຍໃນການສື່ສານບໍ່ວ່າຈະທາງໃກ້ຫຼືໄກ. ສິ່ງທີ່ພັດທະນາເພີ່ມຂຶ້ນມາອີກນັ້ນກໍຄື Emoji ຫຼື ໃບໜ້າສະແດງອາລົມ ໃຫ້ຜູ້ໃຊ້ເທັກໂນໂລຢີໄດ້ມ່ວນຫົວໄປກັບມັນ, ບໍ່ພຽງເທົ່ານັ້ນ ມັນໄດ້ຊ່ວຍເພີ່ມອາລົມເຂົ້າໄປໃນຕົວອັກສອນຂອງຂໍ້ຄວາມທີ່ຕ້ອງການຈະສື່ໄປອີກ. ແຕ່ວ່າກໍບໍ່ແມ່ນຈະມີທຸກຄົນທີ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງອີໂມຈິບາງອັນ ທີ່ຜູ້ສ້າງຕັ້ງໃຈໃຫ້ເປັນ ແລະ ບາງຄັ້ງຄວາມໝາຍທີ່ຜິດພ້ຽນໄປກໍກາຍເປັນສິ່ງທີ່ເບິ່ງເປັນທາງການກວ່າຂອງແທ້ໄປແລ້ວ. ສະນັ້ນ, 5 ອີໂມຈິທີ່ຫຼາຍຄົນມັກຈະເຂົ້າໃຈຜິດກັບຄວາມໝາຍຂອງມັນ ຈະມີອັນໃດແນ່ນັ້ນ ມາເບິ່ງກັນເລີຍ.
- ໜ້າທີ່ເຕັມໄປດ້ວຍນ້ຳຕາແຫ່ງຄວາມສຸກ

ຖືກນຳເຂົ້າໃຊ້ໃນກຸ່ມອີໂມຈິເມື່ອປີ 2010. ໜຶ່ງໃນຕົວອີໂມຈິທີ່ໃຊ້ຫຼາຍທີ່ສຸດ ແລະ ຖືກເຂົ້າໃຈຜິດຫຼາຍທີ່ສຸດວ່າເປັນການຫົວຈົນໄຫ້ ຫຼື ທັງຫົວທັງໄຫ້ ແຕ່ທີ່ຈິງແລ້ວແມ່ນໜ້າທີ່ເຕັມໄປດ້ວຍນ້ຳຕາແຫ່ງຄວາມສຸກ.
- ໜ້າອ້ອນວອນ

ອີໂມຈິນ້ອງໃໝ່ຖືກນຳເຂົ້າມາໃຊ້ເມື່ອປີ 2018 ເຊິ່ງເປັນທີ່ນິຍົມຫຼາຍ ແຕ່ກໍເປັນທີ່ເຂົ້າໃຈຜິດ ຫຼື ບໍ່ຮູ້ຄວາມໝາຍເລີຍກໍມີ. ບາງຄົນກໍວ່າມັນແມ່ນໜ້າທີ່ກຳລັງຈະໄຫ້ ແລະ ບາງຄົນກໍວ່າມັນແມ່ນໜ້າທີ່ສະແດງຄວາມໜ້າຮັກ ແຕ່ຄວາມຈິງແລ້ວ ມັນແມ່ນໜ້າອ້ອນວອນ ຫຼື ການຂໍຮ້ອງດ້ວຍສາຍຕາໃສໆເປັນປະກາຍ ເມື່ອໄດ້ໃຊ້ຄູ່ກັບອີໂມຈິມື ຈະເປັນການສະແດງອອກວ່າເຂີນອາຍ.
- ແລ່ນໜີ

ອີໂມຈິດັງທີ່ທຸກຄົນໜ້າຈະຮູ້ ແຕ່ເກືອບວ່າທຸກຄົນອາດຈະໃຊ້ມັນຜິດມາຕະຫຼອດວ່າແມ່ນຕົດ. ຄວາມເປັນຈິງແລ້ວມັນສະແດງໃຫ້ເຫັນເຖິງການເຄື່ອນທີ່ທີ່ໄວ ສາມາດໃຊ້ຕໍ່ກັບລົດ ຫຼື ຄົນ ເປັນການຮີບຟ້າວແລ່ນໄປສະຖານທີ່ໃດໜຶ່ງຢ່າງໄວວາ.
- ຖືກຕີຫົວແລ້ວເຫັນດາວ

ຫຼາຍຄົນເຂົ້າໃຈວ່າມັນແມ່ນດາວ ຫຼື ດາວຕົກ ແຕ່ຄວາມຈິງແລ້ວ ມັນສະແດງເຖິງການວິນຫົວ ຫຼື ອາການຂອງຄົນທີ່ຖືກຕີຫົວແລ້ວເຫັນດາວ.
- ຊາຍໂປ້ມດິນ

ສືບຕໍ່ຈາກການນົບທີ່ສະແດງຄວາມເຄົາລົບແລະມາລະຍາດແລ້ວ ກໍຕ້ອງຕາມມາພ້ອມກັບການກົ້ມໜ້າສະແດງຄວາມເຄົາລົບ ແຕ່ທີ່ຈິງແລ້ວຜູ້ສ້າງຕັ້ງໃຈໃຫ້ມັນເປັນການອອກກຳລັງກາຍໂປ້ມດິນ
ຮູ້ແບບນີ້ແລ້ວ, ກໍບໍ່ແນ່ໃຈວ່າຈະຕ້ອງປ່ຽນໃຊ້ອີໂມຈິໃໝ່ຫຼືບໍ່ ແຕ່ຢ່າງໜ້ອຍພວກເຮົາກໍໄດ້ຮູ້ຄວາມໝາຍທີ່ແທ້ຈິງຈາກທີມຜູ້ສ້າງແລ້ວ.
ອ້າງອີງຈາກ: https://cutt.ly/AIR2TwO
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/