ນັບແຕ່ວັນທີ 1 ມັງກອນ 2024 ທາງລົດໄຟ ລາວ-ຈີນ ຂົນສົ່ງສິນຄ້າ 8,368 ລ້ານໂຕນ ເພີ່ມຂຶ້ນຫຼາຍກວ່າ 15%.
ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ 5 ເດືອນ ຕົ້ນປີ ທາງລົດໄຟ ຈີນ-ລາວໄດ້ ຂົນສົ່ງສິນຄ້າທັງໝົດ 7,578 ຄັນ, ຂົນສົ່ງສິນຄ້າໄດ້ 8,368 ລ້ານໂຕນ, ເພີ່ມຂຶ້ນ 15.1% ທຽບໃສ່ປີຜ່ານມາ.
ໂດຍ ຂອບເຂດການຂົນສົ່ງສິນຄ້າທາງລົດໄຟສາກົນສາຍ “ແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ” ລະຫວ່າງ ຈີນ ແລະ ລາວ, ເວລາການຂົນສົ່ງໄດ້ຄົງຕົວຢູ່ທີ່ 26 ຊົ່ວໂມງ; ລົດຂົນໝາກໄມ້ພາຍຫຼັງ 90 ນາທີ ທີ່ມາຮອດສະຖານີລົດໄຟໄດ້ເຂົ້າສູ່ສະຖານທີ່ຕູ້ບັນຈຸສິນຄ້າ ຫຼື ຕູ້ຄອນເທັນເນີຂົນສິນຄ້າລົງເດີ່ນ, ຫຼັງຈາກຂົນສິນຄ້າລົງແລ້ວ ຕູ້ສິນຄ້າເປົ່າຈະຖືກຂົນສົ່ງຄືນພາຍໃນ 90 ນາທີ. ເພື່ອບັນລຸໄດ້ໃນການຮັບ-ສົ່ງ, ເຄື່ອນຍ້າຍ, ຈັດເຄື່ອງເຂົ້າ ແລະ ຂົນສິນຄ້າລົງຈາກຕູ້ສິນຄ້າບໍ່ໃຫ້ມີຈຸດຄາດເຄື່ອນ.
ປັດຈຸບັນ, ເຄືອຂ່າຍການບໍລິການຂົນສົ່ງທາງລົດໄຟ ຈີນ-ລາວ ໄດ້ຂະຫຍາຍ ໄປສູ່ 12 ປະເທດ ທີ່ເຂົ້າຮ່ວມແນວຄິດ “ໜຶ່ງແລວທາງໜຶ່ງເສັ້ນທາງ” ເຊິ່ງລວມທັງລາວ, ໄທ, ຫວຽດນາມ, ມຽນມາ ແລະ ມີເມືອງໃຫຍ່ ໃນ 31 ແຂວງ ພາຍໃນທົ່ວປະເທດ (ໃນນັ້ນມີເຂດປົກຄອງຕົນເອງ ແລະ ເມືອງ) ແລະ ເຮັດໃຫ້ການແລກປ່ຽນດ້ານເສດຖະກິດການຄ້າ ລະຫວ່າງ ຈີນ ກັບ ອິນດູຈີນ ຂະຫຍາຍຕົວຢ່າງມີປະສິດທິພາບ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/