3 ເດືອນຕົ້ນປີ 2024 ສປປ ລາວ ມີການລົງທຶນທັງໝົດ 17,469.36 ຕື້ກີບ


ໃນໄລຍະ 3 ເດືອນຕົ້ນປີ 2024 ສປປ ລາວ ມີການລົງທຶນທັງໝົດ ປະມານ 17,469.36 ຕື້ກີບ ເທົ່າກັບ 30,8% ຂອງແຜນການປີ

ຕົວເລກດັ່ງກ່າວ ຖືກລາຍງານໂດຍ ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຫໍສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ໃນວັນທີ 10 ມິຖຸນາ 2024, ໂດຍ ການເປັນ ປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມມີບັນດາຈາກພັກ-ລັດ ແລະ ບັນດາສະມາຊິກສະພາເຂົ້າຮ່ວມ.

ໂດຍທ່ານ ເພັດ ພົມພິພັກ ລາຍງານວ່າ ໃນຕົວເລກດັ່ງກ່າວ ລວມມີການລົງທຶນຈາກງົບປະມານຂອງລັດທີ່ມີການຢັ້ງຢືນເບີກຈ່າຍ 3 ເດືອນ ປະຕິບັດໄດ້ 1,051 ໂຄງການ ມີມູນຄ່າ 904.47 ຕື້ກີບ ເທົ່າກັບ 18.08% ຂອງແຜນການ ແລະ 6 ເດືອນ ຄາດວ່າປະຕິບັດໄດ້ 2,450 ຕື້ກີບ ເທົ່າກັບ 49% ຂອງແຜນການ. ສໍາລັບການລົງທຶນຈາກໂຄງການ ODA ໃນ 3 ເດືອນ ປະຕິບັດໄດ້ 2,245.89 ຕື້ກີບ ຫຼື ເທົ່າກັບ 104.46 ລ້ານໂດລາສະຫະລັດ ເທົ່າກັບ 15% ຂອງແຜນການ ແລະ 6 ເດືອນ ຄາດວ່າຈະປະຕິບັດໄດ້ 34%.

ສ່ວນການລົງທຶນຈາກພາກ ເອກະຊົນພາຍໃນ ແລະຕ່າງປະເທດ ໃນ 3 ເດືອນ ທີ່ໄດ້ອະນຸມັດການລົງທຶນຂອງພາກເອກະຊົນທັງໝົດ ຈຳນວນ 6,007 ກິດຈະການ (ໂຄງການ) ມີມູນຄ່າ 11,029.50 ລ້ານໂດລາສະຫະລັດ, ທຶນນຳເຂົ້າຕົວຈິງ ປະຕິບັດໄດ້ 666 ລ້ານໂດລາສະຫະລັດ ເທົ່າກັບ 14,319 ຕື້ກີບ ຫຼື ເທົ່າກັບ 44.15% ຂອງແຜນການ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/