ເມື່ອກັບໄປຫຼາຍເດືອນ, Riot Games ຜູ້ພັດທະນາ League of Legends (LoL) ໄດ້ປະກາດຂ່າວໃຫຍ່, ຂໍຈັດງານ LoL World Championship 2021 ໃນປະເທດຈີນອີກຄັ້ງໜຶ່ງ ເຖິງແມ່ນວ່າຈະໄດ້ຈັດງານ LoL World Championship 2020 ໃນຈີນໄປບໍ່ດົນມາແລ້ວກໍຕາມ. ການຕັດສິນໃຈດັງກ່າວໄດ້ສ້າງສຽງວິພາກວິຈານຢ່າງໜັກ ເນື່ອງຈາກຕອນນັ້ນ ຫຼາຍຄົນຄິດວ່າການແຂ່ງຂັນໃນ ຊຽງໄຮ, ເສິງຕູ, ຊິງເຕົ່າ, ເຊິນເຈິ້ນ ແລະ ອູຮັ່ນ ອາດໄດ້ຮັບຜົນກະທົບຈາກໂຣກລະບາດຈາກໄວຣັດໂຄວິດ-19.

ແຕ່ຫຼ້າສຸດກໍມີຂ່າວຫຼຸດອອກມາວ່າ Riot Games ກຳລັງຈະປ່ຽນໃຈ ຍ້າຍສະຖານທີ່ຈັດງານຊິງແຊ້ມໃໝ່ ເຊິ່ງຈະຈັດຂຶ້ນທີ່ໂຊນເອີຣົບ ແທນ ປະເທດຈີນ. ການຕັດສິນໃຈໃນຄັ້ງນີ້ອາດຈະເປັນການຕັດສິນໃຈທີ່ດີທີ່ສຸດແລ້ວ ແລະ Riot ກໍຍັງມີປະສົບການ ການຈັດງານໃຫຍ່ມາກ່ອນ ນັ້ນກໍຄື: ງານ VALORANT Master ຈັດທີ່ Reykjavik ປະເທດໄອແລນ ແລະ VALORANT Master ທີ່ປະເທດເຢຍລະມັນ. ເຫຼືອເວລາພຽງໜຶ່ງເດືອນກ່ອນການຈັດການແຂ່ງຂັນຈະເລີ່ມຂຶ້ນ ແຕ່ກໍຍັງບໍ່ມີການຢືນຢັນວ່າຈະເປັນສະຖານທີ່ໃດ ທີ່ສາມາດຮອງຮັບຜູ້ຫຼິ້ນ ແລະ ເຈົ້າໜ້າທີ່ຈຳນວນຫຼາຍໄດ້.

ຈາກລາຍງານເບື້ອງຕົ້ນໂດຍ Upcomer ແລະ ການຢືນຢັນຂອງ Dot Esports ໄດ້ລາຍງານວ່າ: ສາເຫດທີ່ຍ້າຍສະຖານທີ່ ສ່ວນໜຶ່ງເກີດຈາກບັນຫາໃນການຂໍ VISA ເດີນທາງໄປທີ່ປະເທດຈີນຂອງທີມງານ ແລະ ມີລາຍງານວ່າທີມ LCS ກໍໄດ້ດຳເນີນການຂໍ VISA ເພື່ອເຂົ້າປະເທດຈີນ ແຕ່ບໍ່ມີຄວາມຄືບໜ້າ, ທາງ Riot Games ຈຶ່ງປ່ຽນໄປຈັດງານຢູ່ສະຖານທີ່ໃໝ່.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/