10 ຂໍ້ສິດທິພື້ນຖານຂອງມະນຸດ
ການປະກາດສິດທິຂອງມະນຸດນັ້ນບໍ່ແມ່ນການປະກາດຄັ້ງດຽວແລ້ວເປັນຜົນ, ແຕ່ມັນໄດ້ຜ່ານການເຫັນດີ ເພື່ອທີ່ຈະນຳໃຊ້ໃຫ້ເກີດຜົນຕໍ່ທຸກປະເທດທົ່ວໂລກ. ເຊິ່ງເມື່ອປີ 1948, ໄດ້ມີການຢືນຢັນສິດທິມະນຸດພື້ນຖານທີ່ມີຜົນທົ່ວໂລກ ກ່າວວ່າສິດທິມະນຸດບໍ່ຄວນຂຶ້ນກັບສີຜິວ, ເພດ, ຊົນຊັ້ນ, ຄວາມຮູ້ສຶກທາງເພດ, ຄວາມສາມາດ, ສາສະໜາ ຫຼື ພາກສ່ວນທີ່ລະບຸຕົວຕົນຂອງບຸກຄົນ. ເຊິ່ງສິດທິມະນຸດນີ້ແມ່ນຈະເປັນສິດທິຕິດຕົວ ຕັ້ງແຕ່ບຸກຄົນນັ້ນໄດ້ເກີດມາ.
ໃນໂລກປັດຈຸບັນທີ່ທຸກຢ່າງເລີ່ມເປັນທີ່ຮູ້ຈັກ ແລະ ຍອມຮັບໄດ້ຫຼາຍຂຶ້ນ ອາດເຮັດໃຫ້ຫຼາຍຄົນບໍ່ໄດ້ຄຳນຶງເຖິງສິດທິພື້ນຖານຂອງມະນຸດທັງ 10 ຂໍ້ ມີຄື:
- ສິດໃນການມີຊີວິດ

ໝາຍຄວາມວ່າບໍ່ມີຜູ້ໃດ ລວມໄປເຖິງລັດຖະບານສາມາດສັງຫານເຮົາໄດ້. ເນື່ອງຈາກວ່າລັດຖະບານຕ້ອງໄດ້ປົກປ້ອງສິດທິມະນຸດ, ພວກເຂົາຈຶ່ງຕ້ອງສ້າງກົດໝາຍຂຶ້ນມາ ເພື່ອປົກປ້ອງຊີວິດຂອງຄົນ ເມື່ອເວລາຕົກຢູ່ໃນອັນຕະລາຍ. ສິດທິໃນການມີຊີວິດນັ້ນສ່ວນໃຫຍ່ຈະຖືກນຳໄປຢູ່ໃນບົດສົນທະນາທີ່ກ່ຽວກັບສົງຄາມ, ຄວາມຮຸນແຮງຂອງເຈົ້າໜ້າທີ່ຕຳຫຼວດ ແລະ ການປ້ອງກັນຕົນເອງ.
- ສິດທິທີ່ໄດ້ຮັບອິດສະຫຼະພາບຈາກການຂົ່ມເຫັງ ແລະ ການປະຕິບັດທີ່ອະມະນຸດ

ສິດທິດັ່ງກ່າວໝາຍເຖິງການເປັນອິດສະຫຼະອອກຈາກສິ່ງໃດໜຶ່ງ. ເຊິ່ງໄດ້ມີການບັນຍັດໄວ້ວ່າ ບໍ່ຄວນມີໃຜ “ຖືກທໍລະມານ, ຖືກຂົ່ມເຫັງ, ຖືກປະຕິບັດທີ່ອະມະນຸດ ຫຼື ການຖືກລົດຄຸນຄ່າ” ສິດທິນີ້ສາມາດນຳມາໃຊ້ໃນການປິ່ນປົວ ຫຼື ການທົດລອງທາງວິທະຍາສາດວ່າ ມະນຸດບໍ່ສາມາດເປັນຕົວທົດລອງໄດ້ຖ້າບໍ່ມີຄວາມຍິນຍອມ. ພ້ອມທັງຕ້ອງໄດ້ປົກປ້ອງຜູ້ທີ່ມີຄວາມບົກຜ່ອງ ເນື່ອງຈາກພວກເຂົາແມ່ນກຸ່ມຄົນທີ່ມີຄວາມສ່ຽງໃນການຖືກປະຕິບັດທີ່ລົດຄຸນຄ່າລົງ.
- ສິດທິທີ່ໄດ້ຮັບການປະຕິບັດຢ່າງເທົ່າທຽມ ມາກ່ອນກົດໝາຍ

ສິດທິໃນການໄດ້ຮັບການປົກປ້ອງຢ່າງເທົ່າທຽມ, ເຊິ່ງໝາຍຄວາມວ່າແຕ່ລະບຸກຄົນຈະຕ້ອງໄດ້ຮັບການປະຕິບັດທີ່ເທົ່າທຽມກັນ. ການປະຕິບັດຕໍ່ບຸກຄົນທີ່ບໍ່ເທົ່າທຽມໂດຍອ້າງກົດໝາຍອັນກ່ຽວເຖິງ ສີຜິວ ຫຼື ເພດ ແມ່ນຝ່າຝືນສິດທິເທົ່າທຽມຂອງມະນຸດ.
- ສິດທິສ່ວນຕົວ

ສິດທິສ່ວນຕົວໄດ້ປົກປ້ອງປະຊາຊົນຈາກລັດຖະບານ ຫຼື ອົງການທີ່ຮຸກຮານ ແລະ ກວດກາ. ເຊິ່ງແມ່ນອິດສະຫຼະຈາກການແຊກແຊງໂດຍຕາມໃຈ ຕໍ່ຄວາມເປັນສ່ວນຕົວ, ຄອບຄົວ, ເຮືອນ. ສິດທີດັ່ງກ່າວຈະໄດ້ຖືກນຳເຂົ້າໃນບົດສົນທະນາກ່ຽວກັບຄວາມກ້າວໜ້າຂອງເທັກໂນໂລຢີ, ອຳນາດການສືບສວນຂອງເຈົ້າໜ້າທີ່ລັບທີ່ຕ້ອງເຈລະຈາກັບຜູ້ກໍ່ການຮ້າຍ, ການເກັບກຳຂໍ້ມູນຂອງອົງການເຊັ່ນ: Facebook ແລະ Google.
- ສິດທິໃນການຫຼົບໄພ

ສິດທິໃນການຫຼົບໄພແມ່ນເປັນທີ່ນຳໃຊ້ກັນຕັ້ງແຕ່ສະໄໝກ່ອນ ເຊິ່ງຈະມີສາສະໜາເຂົ້າມາກ່ຽວຂ້ອງ. ໂບດໄດ້ຮັບສິດທິປົກປ້ອງທຸກຄົນ ລວມໄປເຖິງຄາຕະກອນ ເຊິ່ງແມ່ນຊ່ອງທາງທີ່ພວກເຂົາໃຊ້ຫຼົບໄພ. ທຸກມື້ນີ້, ສິດທິໃນການຫຼົບໄພແມ່ນປົກປ້ອງຄົນທີ່ກຳລັງໜີອອກຈາກປະເທດບ້ານເກີດຕົນເອງເນື່ອງຈາກການຖືກກົດຂີ່ຂົ່ມເຫັງ.
- ສິດທິໃນການແຕ່ງງານ ແລະ ມີຄອບຄົວ

ຜູ້ທີ່ມີອາຍຸພ້ອມໃນການແຕ່ງງານສາມາດມີສິດດັ່ງກ່າວໂດຍບໍ່ມີຂໍ້ຈຳກັດທາງສີຜິວ, ເຊື້ອຊາດ ຫຼື ສາສະໜາ. ພວກເຂົາສາມາດແຕ່ງງານ ແລະ ມີຄອບຄົວໄດ້. ທັງສອງຈະຕ້ອງໄດ້ມີຄວາມພ້ອມຍອມຮັບໂດຍບໍ່ມີການບັງຄັບກັນ. ໃນທາງກົງກັນຂ້າມ, ບໍ່ມີຜູ້ໃດສາມາດແຕ່ງງານກັບຄົນທີ່ບໍ່ຍິນຍອມໄດ້. ສິດທິໃນການແຕ່ງງານນັ້ນບໍ່ແມ່ນສິດທິເຕັມຮູບແບບ, ມັນຕ້ອງໄດ້ສອດຄ່ອງກັບກົດໝາຍຂອງບາງປະເທດທີ່ກຳນົດເງື່ອນໄຂຕ່າງໆ ເຊັ່ນ: ການແຕ່ງງານກັບຍາດຕິພີ່ນ້ອງ.
- ສິດທີໃນການຄິດໄດ້ຢ່າງອິດສະຫຼະ, ສາສະໜາ, ຄວາມຄິດເຫັນ ແລະ ການສະແດງອອກ

ທຸກຄົນມີສິດໃນການອອກຄຳເຫັນ, ເລືອກສາສະໜາ ແລະ ປ່ຽນຄວາມເຊື່ອຂອງພວກເຂົາ. ພວກເຂົາຍັງມີສິດໃນການຊອກຫາ ແລະ ຕິດຕໍ່ສື່ສານຜ່ານຊ່ອງທາງສື່ທຸກຮູບແບບໄດ້. ໃນຫຼາຍປະເທດ, ສິດທິໃນການສະແດງອອກ ຫຼື ສິດທິໃນການປາກເວົ້າ ນັບວ່າເປັນສິດທີ່ສຳຄັນທີ່ສຸດ ເພາະມັນປົກປ້ອງພວກເຂົາໄດ້.
- ສິດທິໃນວຽກງານ

ສິດທີ່ກວມລວມຄວາມກັງວົນຕ່າງໆທີ່ກ່ຽວກັບວຽກງານ, ທຸກຄົນມີສິດທີ່ຈະເຮັດວຽກ ແຕ່ພວກເຂົາກໍຕ້ອງມີສິດປ້ອງກັນ “ເງື່ອນໄຂທີ່ເອື້ອອຳນວຍ” ແລະ ປ້ອງກັນພວກເຂົາຈາກການຖືກໄລ່ອອກ. ທຸກຄົນຈະຕ້ອງໄດ້ຮັບຄ່າແຮງເທົ່າກັນເມື່ອເຮັດວຽກດຽວກັນ ໂດຍບໍ່ອີງໃສ່ເພດ ຫຼື ສີຜິວ.
- ສິດທິໃນການສຶກສາ

ສິດທິໃນການສຶກສາແມ່ນບູລິມະສິດທຳອິດຂອງໂລກ. ອົງການ UDHR ໄດ້ກ່າວວ່າ ການສຶກສາຈະຕ້ອງບໍ່ມີຄ່າໃຊ້ຈ່າຍໃດໆຕະຫຼອດການຮຽນຊັ້ນມັດທະຍົມ. ການສຶກສາຕໍ່ເນື່ອງເຊັ່ນທາງດ້ານການເຕັກນິກ ແລະ ການສຶກສາສາມັນ ຄວນຈະເຂົ້າເຖິງໄດ້. ແຕ່ວ່າ ຜູ້ຍິງທົ່ວໂລກຍັງຕ້ອງພົບກັບບັນຫາການປິດກັ້ນທາງການສຶກສາ.
- ສິດທິໃນການໄດ້ຮັບການຊ່ວຍເຫຼືອສັງຄົມ

ການໃຫ້ບໍລິການແກ່ສັງຄົມ ແມ່ນເພື່ອຢືນຢັນວ່າທຸກຄົນມີມາດຕະຖານການໃຊ້ຊີວິດທີ່ເທົ່າກັນ. ການມີຊີວິດທີ່ດີ ແລະ ສຸຂະພາບຂອງແຕ່ລະບຸກຄົນໃນຄົວເຮືອນນັບຕັ້ງແຕ່ ເສື້ອຜ້າ, ເຮືອນ, ອາຫານ, ນ້ຳ, ການເຂົ້າເຖິງການປິ່ນປົວ ແລະ ຄວາມປອດໄພ.
ທີ່ມາ: https://cutt.ly/aYxsTPK
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/