“ມົດ” ເອີ້ນໄດ້ວ່າເປັນສັດຊະນິດໜຶ່ງທີ່ເຮົາສາມາດພົບເຫັນໄດ້ທົ່ວໄປໃນຊີວິດປະຈໍາວັນ ແຕ່ວ່າມີຈັກຄັ້ງບໍ່ທີ່ເຮົາຈະມີໂອກາສໄດ້ເຫັນໜ້າມັນແບບໃກ້ໆແຈ້ງໆ. ຢ່າງໃດກໍດີເບິ່ງຄືວ່າພວກເຮົາຈະມີໂອກາດໄດ້ເຫັນໜ້າມັນແບບໃກ້ໆແລ້ວ ເພາະຊ່າງພາບຊາວລິທົວເນຍໄດ້ໃຊ້ກ້ອງຈຸລະທັດຂະຫຍາຍມັນອອກເຖິງ 5 ເທົ່າແລະສາມາດບັນທຶກຮູບພາບທີ່ເຜີຍໃຫ້ເຫັນໜ້າຕາອັນແທ້ຈິງຂອງມົດມາໄດ້.
ຮູບພາບທີ່ເຫັນຕໍ່ໄປນີ້ເປັນຜົນງານຂອງ Eugenijus Kavaliauskas ຊ່າງຖ່າຍຮູບຊາວລິທົວເນຍ ທີ່ໄດ້ສົ່ງຮູບພາບ “ໃບໜ້າຂອງມົດ” ເຂົ້າໃນການປະກວດການຖ່າຍຮູບພາບ Nikon’s Small World ຄັ້ງທີ 48 ໂດຍຈັດຂຶ້ນເມື່ອວັນທີ 14 ຕຸລາ 2022 ທີ່ຜ່ານມາ.

ຮູບພາບມົດດັ່ງກ່າວນີ້ Eugenijus ໄດ້ໃຊ້ກ້ອງຈຸລະທັດຂະຫຍາຍມັນອອກເຖິງ 5 ເທົ່າແລະສາມາດບັນທຶກໃບໜ້າແທ້ໆຂອງມົດໄວ້ໄດ້ທີ່ເອີ້ນໄດ້ວ່າໃຜທີ່ເຫັນຮູບນີ້ກໍຄືຈະກັບມາແນມເບິ່ງມົດອີກຄືເກົ່າບໍ່ໄດ້ ເພາະຮູບມົດນີ້ມັນຄ້າຍຄືກັບຮູບມະນຸດເອລ່ຽນຫຼືສັດປະຫຼາດທີ່ຫຼຸດອອກມາຈາກຮູບເງົາສະຫຍອງຂວັນ ແລະ ທີ່ເຫັນສີແດງໆນັ້ນກໍບ່ແມ່ນຕາຂອງມົດແຕ່ຢ່າງໃດ ເພາະມັນເປັນພຽງສ່ວນໜຶ່ງຂອງໜວດມົດ ສ່ວນຕາແທ້ຂອງມັນແມ່ນຈະຢູ່ຂ້າງຫຼັງບໍລິເວນມຸມຂວາຂອງຮູບ.
ທັງນີ້ ຫຼັງຈາກທີ່ຮູບນີ້ຖືືກເຜີຍແຜ່ອອກມາມັນກໍໄດ້ກາຍເປັນກະແສ ແລະເປັນທີ່ເວົ້າເຖິງໄປທົ່ວອິນເຕີເນັດ. ພ້ອມນັ້ນຊາວໂຊຊຽວຫຼາຍຄົນຕ່າງກໍພາກັນອອກມາສະແດງຄໍາເຫັນກ່ຽວກັບຮູບພາບດັ່ງກ່າວ ຕົວຢ່າງເຊັ່ນ “ໃສວ່າມົດມັກກິນຂອງຫວານແຕ່ຕາຄືບໍ່ອ່ອນໂຍນເລີຍ”, “ນີ້ມັນບໍ່ແມ່ນມົດແລ້ວ ມັນແມ່ນປີສາດຄັກໆ”, “ໂຊກດີເນາະທີ່ມັນໂຕນ້ອຍ”….
ແລະທຸກຄົນເດເມື່ອເຫັນພາບນີແລ້ວຮູ້ສຶກແນວໃດ ຄອມເມັ້ນບອກພວກເຮົາແດ່.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/