ໜຸ່ມຍີ່ປຸ່ນ ໃສ່ແວ່ນຕາອັດສະລິຍະ ເຂົ້າເສັງມະຫາວິທະຍາໄລດັງ


ສຳນັກຂ່າວທ້ອງຖິ່ນໃນປະເທດຍີ່ປຸ່ນ ໄດ້ລາຍງານວ່າ ເຈົ້າໜ້າທີ່ຕຳຫຼວດໂຕກຽວວາງແຜນຍື່ນຟ້ອງຄະດີໄວໜຸ່ມອາຍຸ 18 ປີ ຕໍ່ພະນັກງານໄອຍະການໃນຂໍ້ຫາໃຊ້ແວ່ນຕາອັດສະລິຍະຕິດກ້ອງເພື່ອກ່າຍບົດສອບເສັງເຂົ້າມະຫາວິທະຍາໄລວາເຊດະ ມະຫາວິທະຍາໄລຊື່ດັງໃນປະເທຍີ່ປຸ່ນ.

ແຫຼ່ງຂ່າວຈາກໜ່ວຍສືບສວນໄດ້ລາຍງານວ່າ ໜຸ່ມໂຕກຽວລາຍນີ້ ຍັງເປັນນັກຮຽນມັດທະຍົມປາຍໃນຕອນເກີດເຫດ ໂດຍເຂົາຖືກສົງໄສວ່າໃຊ້ແວ່ນຕາອິເລັກໂຕຣນິກຖ່າຍຮູບບົດສອບເສັງ ແລະ ເຜີຍແຜ່ທາງສັງຄົມອອນລາຍເພື່ອຂໍຄຳຕອບ ໃນລະຫວ່າງທີ່ເສັງເຂົ້າຄະນະວິທະຍາສາດ ແລະ ວິສະວະກຳສ້າງສັນ ຂອງມະຫາວິທະຍາໄລດັ່ງກ່າວ.

ເຫດການນີ້ໄດ້ຖືກເປີດເຜີຍຫຼັງຈາກຜູ້ທີ່ມາໃຫ້ຄຳຕອບ ໄດ້ຕິດຕໍ່ຫາມະຫາວິທະຍາໄລ ໂດຍໄວໜຸ່ມຄົນດັ່ງກ່າວໄດ້ຖືກຕັດສິດ ພ້ອມໄດ້ບອກກັບເຈົ້າໜ້າທີ່ວ່າ ຕົນເອງກັງວົນວ່າຈະບໍ່ສາມາດເສັງເຂົ້າໄດ້ ຫຼັງຈາກເຮັດຄະແນນບໍ່ດີໃນການສອບເສັງ ຈົນຖືກມະຫາວິທະຍາໄລຫຼາຍແຫ່ງປະຕິເສດນັ້ນເອງ.

ຂອບໃຈຂ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/