ຄວາມຄິດລິເລີ່ມສ້າງໜຶ່ງແລວໜຶ່ງເສັ້ນທາງ (ພາສາຈີນກາງເວົ້າວ່າ ອີ່ຕ້າຍ ອີ່ລູ້ , ພາສາ ອັງກິດຂຽນວ່າ Belt & Road Initiative ຂຽນຫຍໍ້ວ່າ BRI) ແມ່ນສະເໜີຂຶ້ນມາໂດຍ ທ່ານ ສີຈິ້ນຜິງ, ປະທານປະເທດ ສປຈີນ ໃນປີ 2013 ໂດຍມີເຄົ້າຄວາມຄິດມາຈາກເສັ້ນ ທາງສາຍໄໝບູຮານທີ່ມີປະຫວັດຍາວນານເຖິງ 2 ພັນກວ່າປີແລ້ວ, ໃນຍຸກນັ້ນປະຊາຊົນໃນພາກພື້ນຢູເຣເຊຍ (ເຂດຕໍ່ກັນລະຫວ່າງທະວີບເອເຊຍ ແລະ ຢູໂຣບ) ໄດ້ຄົ້ນຫາ ແລະ ເປີດເສັ້ນທາງເພື່ອແລກປ່ຽນການຄ້າຂາຍ ແລະ ແລກປ່ຽນວັດທະນະທຳນຳກັນ ທັງເປັນການ ເຊື່ອມໂຍງຄວາມສີວິໄລລະຫວ່າງເອເຊຍ-ຢູໂຣບ-ອາຟຣິກາ ຈຶ່ງກາຍມາເປັນເສັ້ນທາງສາຍໄໝທີ່ທົ່ວໂລກຮູ້ຈັກດີ. ນໍ້າໃຈຂອງເສັ້ນທາງສາຍໄໝບູຮານຄືສັນຕິພາບ ແລະ ການຮ່ວມມື, “ ການເປີດກວ້າງ ແລະ ເຊື່ອມໂຍງກັນ, ຮຽນຮູ້ ແລະ ໄດ້ຮັບຜົນປະໂຫຍດ ຮ່ວມກັນ” ມັນໄດ້ແຜ່ວິວັດທະນາການຈາກຮຸ່ນສູ່ຮຸ່ນ ໄດ້ປະກອບສ່ວນສ້າງຄວາມຜາສຸກ ແລະການພັດທະນາໃຫ້ປະເທດຕ່າງໆທີ່ຕັ້ງຢູ່ຕາມລຽບເສັ້ນທາງຢ່າງຫຼວງຫຼາຍ.
ເມື່ອມາເຖິງສະຕະວັດທີ 21 ທີ່ເປັນຍຸກແຫ່ງການພັດທະນາ ແລະ ການຮ່ວມມື ມັນຍິ່ງມີຄວາມສຳຄັນຕໍ່ໂລກທີ່ຈະຢຶດຖືນໍ້າໃຈ ແລະ ແນວຄິດຂອງເສັ້ນທາງສາຍໄໝບູຮານມານຳໃຊ້ ໃຫ້ເປັນປະໂຫຍດຕໍ່ມວນມະນຸດ ໂດຍສະເພາະໃນຍາມທີ່ໂລກປັດຈຸບັນພວມປະເຊີນກັບ ວິກິດການເສດຖະກິດທີ່ຟື້ນຕົວຍາກ ແລະ ສະພາບການຂອງພາກພື້ນ ແລະ ຂອງໂລກທີ່ສັບສົນຢູ່ໃນຕອນນີ້. ສະນັ້ນ ທ່ານ ສີຈິ້ນຜິງ ຈິ່ງເປັນຜູ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໃນປີ 2013 ຈຸດປະສົງແມ່ນເພື່ອຍົກລະດັບການຮ່ວມມືໃນພາກພື້ນ ແລະ ການເຊື່ອມຈອດ ລະຫວ່າງທະວີບເພື່ອພັດທະນາຮ່ວມກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ.
ຂໍ້ລິເລີ່ມ ນີ້ປະກອບດ້ວຍ 2 ໂຄງການໃຫຍ່, ຄື : ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລສະຕະວັດທີ 21. ໜຶ່ງແລວ ແມ່ນເນັ້ນການຮວມຕົວ ກັນຂອງຈີນ ກັບເອເຊຍກາງ, ຣັດເຊຍ ແລະ ຢູໂຣບ, ເຊື່ອມໂຍງຈີນກັບອ່າວເປີເຊຍ, ເຂດທະເລເມດີເຕຣາເນ ຜ່ານເອເຊຍກາງ ແລະ ເອເຊຍຕາເວັນຕົກ, ເຊື່ອມຈອດຈີນກັບເອເຊຍຕາເວັນອອກ ສຽງໃຕ້ (ອາຊຽນ) ເອເຊຍໃຕ້ ແລະ ມະຫາສະມຸດອິນເດຍ; ໜຶ່ງເສັ້ນທາງ ແມ່ນຖືກອອກແບບ ແຄມຝັ່ງທະເລຈີນໄປຫາຢູໂຣບຜ່ານທະເລຈີນໃຕ້ ແລະ ມະຫາສະມຸດອິນເດຍເສັ້ນທາງໜຶ່ງ ແລະ ອີກເສັ້ນທາງໜຶ່ງແມ່ນຈາກແຄມຝັ່ງທະເລຈີນຜ່ານທະເລຈີນໃຕ້ໄປຫາມະຫາສະມຸດປາຊີຟິກ, ນີ້ຄືເສັ້ນທາງເຊື່ອມຈອດຂອງໂຄງການໜຶ່ງແລວໜຶ່ງເສັ້ນທາງ.

ສ່ວນການຮ່ວມມືຂອງໂຄງການທີ່ຍິ່ງໃຫຍ່ມະຫຶມານີ້ກວມເອົາ 5 ຂະແໜງການໃຫຍ່ຄື: ການປະສານງານ ດ້ານນະໂຍບາຍ, ການເຊື່ອມໂຍງສິ່ງອຳນວຍຄວາມສະດວກ ໂດຍສະເພາະແມ່ນການ ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ການຄ້າທີ່ກວ້າງຂວາງ, ການເຊື່ອມໂຍງດ້ານການເງິນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ. ເພື່ອເປັນການຮອງຮັບ ແລະ ເຂົ້າເຖິງແຫຼ່ງທຶນໄດ້ງ່າຍກວ່າເກົ່າ ຈີນກໍໄດ້ຮ່ວມກັບປະເທດ ແລະ ເຂດແຄວ້ນອື່ນໆທັງໃນເອເຊຍ ແລະ ພາກພື້ນອື່ນສ້າງຕັ້ງທະນາຄານລົງທຶນເພື່ອການພັດທະນາໂຄງລ່າງພື້ນຖານເອເຊຍ (AIIB) ຂຶ້ນມາ ແລະ ໄດ້ເລີ່ມປ່ອຍເງິນກູ້ໃຫ້ປະເທດທີ່ຕັ້ງຢູ່ລຽບໜຶ່ງແລວໜຶ່ງເສັ້ນທາງຫຼາຍຮ້ອຍຕື້ໂດລາສະຫະລັດແລ້ວ.
ເປົ້າໝາຍພັດທະນາທີ່ຈິງໃຈ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຮ່ວມກັນ, ໃນປີ 2019 ມີ 125 ປະເທດ ແລະ ເຂດແຄວ້ນທີ່ພັດທະນາແລ້ວ ແລະ ພວມພັດທະນາ ພ້ອມກັບ 29 ອົງການຈັດຕັ້ງສາກົນ ໄດ້ເຊັນສັນຍາຮ່ວມມືກັບໂຄງການນີ້ແລ້ວ 170 ສະບັບ ເຊິ່ງກວມເອົາ 40% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງໂລກ. ໃນ 5 ປີຜ່ານມານີ້ໜຶ່ງແລວໜຶ່ງເສັ້ນທາງໄດ້ມີການລົງທຶນໄປແລ້ວ 460 ຕື້ໂດລາ. ນັບແຕ່ປີ 2013-2018 ການຄ້າສິນຄ້າລະຫວ່າງຈີນກັບບັນດາປະເທດລຽບແລວທາງກໍບັນລຸ 600 ຕື້ກວ່າໂດລາ. ພາບໂຄງການທີ່ເຫັນໄດ້ຢ່າງເດັ່ນຊັດ ຂອງໜຶ່ງແລວໜຶ່ງເສັ້ນທາງກໍມີຫຼາຍ, ເຊັ່ນ: ໂຄງການລົດໄຟຄວາມໄວສູງລາວ-ຈີນ, ລົດໄຟ ໄທ-ຈີນ, ລົດໄຟຄວາມໄວສູງຈາກນະຄອນຫຼວງຈາກາຕາ-ບັນດຸງ ອິນໂດເນເຊຍ, ທາງລົດໄຟຈາກປະເທດຮົງກາຣີ-ແຊັກບີ, ທ່າເຮືອ ກະວາດາ, ທ່າເຮືອ ຮຳບັນໂຕຕາ ແລະ ທ່າເຮືອ ກາລີຟາ ກໍພວມກໍ່ສ້າງໄປຕາມແຜນ; ມາຮອດເດືອນມີນາຜ່ານມານີ້ ຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງຈີນກັບຢູໂຣບກໍໄດ້ແລ່ນເຖິງ 50 ນະຄອນຂອງ 15 ປະເທດ ຫລາຍກວ່າ 14.000 ຖ້ຽວ. ໂຄງການເຊື່ອມໂຍງການຄ້າອີກຈຳນວນໜຶ່ງກໍ່ມີ ສວນອຸດສາຫະກຳຈີນ-ເບລາຣຸດ ແລະ ເຂດຮ່ວມມືເສດຖະກິດການຄ້າຄອງຊູເອດລະຫວ່າງຈີນ-ອີຢິບ. ນີ້ເປັນພຽງຕົວຢ່າງຈຳນວນໜຶ່ງຂອງຜົນສຳເລັດການຮ່ວມມືຂອງໜຶ່ງ ແລວໜຶ່ງເສັ້ນທາງນັບແຕ່ເລີ່ມຕົ້ນສ້າງມາ. ແຕ່ກໍມີຫາງສຽງຈາກຝ່າຍຕາເວັນຕົກຈຳນວນໜຶ່ງວ່າ ໂຄງການໜຶ່ງແລວໜຶ່ງເສັ້ນທາງທີ່ຈີນເປັນຜູ້ລິເລີ່ມແມ່ນເປັນກັບດັກໜີ້ສິນທີ່ຈີນມີຕໍ່ປະເທດພວມພັດທະນາ ແລະ ເປັນການແຜ່ອິດທິພົນທາງເສດຖະກິດຂອງຈີນ, ແຕ່ຄຽງຄູ່ກັບການສ້າງສາທີ່ນອນຢູ່ໃນຂອບຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງປະເທດຕ່າງໆດຳເນີນໄປຢ່າງເລິກເຊິ່ງ ແລະ ໄດ້ບັນລຸໝາກຜົນຕ່າງໆ, ຜ່ານຈາກໂຄງການທາງລົດໄຟ, ເຮັດໃຫ້ແຜ່ນດິນໃຫຍ່ອາຟຣິກາມີຄົມມະນາຄົມສະດວກຂຶ້ນ, ຜ່ານຈາກການຮ່ວມມືດ້ານພະລັງງານແສງຕາເວັນນຳເອົາສະພາບແວດລ້ອມທີ່ດີງາມມາໃຫ້ການຢູ່ຂອງປະຊາຊົນຫວຽດນາມ, ຜ່ານຈາກການເປີດດ່ານທີ່ມີຄວາມສະສດວກສະບາຍ, ເຂົ້າໄກ່ນ້ອຍ, ກາເຟດາວ, ເບຍລາວຂອງລາວໄດ້ຂຶ້ນສູ່ໂຕະອາຫານຂອງຈີນ, ຜ່ານຈາກການໄປມາຫາສູ່ກັນແລະການແລກປ່ຽນກັນດ້ານວັດທະນະທຳ, ເຮັດໃຫ້ສີວິໄລ, ມີຄວາມເຂົ້າໃຈກັນຢ່າງເລິກເຊິ່ງກວ່າເກົ່າ, ເຊິ່ງທັງໝົດເຫຼົ່ານີ້ກໍເປັນການຕອບຄຳສົງໄສຈາກພວກຝ່າຍຕາເວັນຕົກ.

ສຳລັບປະເທດລາວເຮົາທີ່ເປັນປະເທດບໍ່ຕິດກັບທະເລກໍຍິ່ງຈະໄດ້ຮັບຜົນປະໂຫຍດຈາກໂຄງການນີ້ຢ່າງຫຼວງຫຼາຍເພື່ອເຊື່ອມຕໍ່ກັບພາກພື້ນແລະໂລກ, ດັ່ງທ່ານບຸນຍັງ ວໍລະຈິດ ເຄີຍໃຫ້ສຳພາດໃນເວລາທີ່ເພິ່ນເດີນທາງໄປຮ່ວມກອງປະຊຸມຄັ້ງທີ 1 ໃນປີ 2017 ວ່າ : “ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແທດເໝາະກັບນະໂຍບາຍຫັນປະເທດທີ່ບໍ່ມີທາງອອກສູ່ ທະເລເປັນປະເທດເຊື່ອມຈອດກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນຂອງ ສປປ ລາວ ສູງທີ່ສຸດ ໂດຍໂຄງການທາງລົດໄຟລາວ-ຈີນ ຄືກະແຈສຳຄັນໃນ ການບັນລຸນະໂຍບາຍດັ່ງກ່າວຂອງ ສປປ ລາວ ”.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/