ໜອນອາດເປັນສິ່ງທີ່ຫຼາຍໆຄົນຢ້ານ ແຕ່ຖ້າຫາກໂລກນີ້ຂາດມັນໄປກໍຈະເຮັດລະບົບນິເວດຈະຂາດແຄນສານອາຫານ, ພູມີປະເທດຈະເຕັມໄປດ້ວຍຊາກສົບຂອງສັດ ແລະ ພືດທີ່ຕາຍແລ້ວ. ເພາະສະນັ້ນໜອນຈຶ່ງມີບົດບາດສຳຄັນໃນລະບົບນິເວດ ເນື່ອງຈາກມັນເຮັດໜ້າທີ່ເປັນຕົວຍ່ອຍສະຫຼາຍເນື້ອເຍື່ອອິນຊີທີ່ຕາຍແລ້ວ ແລະ ນຳເອົາຄາບອນໄດອັອກໄຊ, ນ້ຳ, ແຮ່ທາດຕ່າງໆກັບມາໝຸນວຽນເພື່ອໃຫ້ພືດ ແລະ ສັດນານາຊະນິດສາມາດນຳໄປໃຊ້ໄດ້
Jim Dill ຜູ້ຊ່ຽວຊານດ້ານການຄຸ້ມຄອງສັດຕູພືດຂອງມະຫາວິທະຍາໄລ Maine Cooperative Extension ກ່າວວ່າ “ໜອນສາມາດຍ່ອຍສະຫຼາຍໄດ້ໄວ ແລະ ຍັງກິນເສດອາຫານ, ມູນສັດ ແລະ ສິ່ງຂອງຕ່າງໆທີ່ມະນຸດໝັກໄວ້ເພື່ອເຮັດເປັນປຸ໋ຍໄດ້ດີ ແລະ ຍັງຊ່ວຍດຶງດູດເຊື້ອຣາ ແລະ ແບັດທີເຣັຍທີ່ເປັນປະໂຫຍດຕໍ່ປຸ໋ຍອີກດ້ວຍ”

ແມງວັນໄດ້ວາງໄຂ່ໃນຊາກສິ່ງທີ່ຕາຍໄປແລ້ວ ຫຼື ກັບລັງເນົ່າເປື່ອຍ, ຫຼັງຈາກນັ້ນ 2 – 3 ຊົ່ວໂມງໄຂ່ທີ່ຝັກອອກມາສາມາດກາຍເປັນໜອນຫຼາຍພັນຕົວທີ່ພ້ອມຈະກັດກິນ ແລະ ຍ່ອຍອາຫານໄປພ້ອມກັນ. ໃນທຸກໆພາກສ່ວນຂອງໜອນເຫຼົ່ານີ້ ຖືກອອກແບບມາເພື່ອລ້ຽງ ແລະ ຍ່ອຍສານອິນຊີທີ່ເນົ່າເປື່ອຍ, ພວກມັນສາມາດເຮັດອຸນຫະພູມໄດ້ສູງເຖິງ 120 ອົງສາຟາເຣນຮາຍ ເຊິ່ງຄວາມຮ້ອນນັ້ນຊ່ວຍເລັ່ງອັດຕາການສະຫຼາຍຕົວ.
ທີ່ມາ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/