ຂໍ້ມູນຈາກ TransUnion ຊີ້ໃຫ້ເຫັນເຖິງຄວາມກັງວົນກ່ຽວກັບສະຖານະການທາງດ້ານການເງິນຂອງ Gen Z ໃນປັດຈຸບັນ, ພົບວ່າພວກເຂົາປະເຊີນກັບຄວາມຫຍຸ້ງຍາກທາງດ້ານການເງິນຫຼາຍກ່ວາຄົນໃນຍຸກ Millennials ເມື່ອທຽບໃນໄວອາຍຸດຽວກັນເມື່ອ 10 ປີກ່ອນ.
ຈາກການສຶກສາຂອງ TransUnion ໄດ້ສຳຫຼວດ Gen Z ທີ່ມີອາຍຸ 22-24 ປີ ຈໍານວນ 614 ຄົນ ແລະ ກຸ່ມ Millennials 623 ຄົນ ທີ່ມີອາຍຸ 22-24 ປີ ເມື່ອ 10 ປີກ່ອນ.
ຜົນຂອງການສຶກສາໄດ້ພົບເຫັນວ່າ ເຖິງແມ່ນວ່າຄ່າຄອງຊີບຈະເພີ່ມສູງຂຶ້ນ ໂດຍສະເພາະໃນພາວະທີ່ອັດຕາເງິນເຟີ້ສູງ, ແຕ່ Gen Z ໃນປັດຈຸບັນ ກັບມີລາຍໄດ້ສະເລ່ຍພຽງແຕ່ 45,493 ໂດລາ, ເຊິ່ງຕ່ຳກວ່າ Millennials ທີ່ມີອາຍຸເທົ່າກັນເມື່ອ 10 ປີກ່ອນ ເຊິ່ງມີລາຍໄດ້ສະເລ່ຍຢູ່ທີ່ 51,852 ໂດລາ (ຫຼັງຈາກທີ່ປັບອັດຕາເງິນເຟີ້ ແລ້ວ).
ນອກຈາກນີ້, Gen Z ຍັງມີອັດຕາສ່ວນໜີ້ສິນເມື່ອທຽບກັບລາຍໄດ້ສູງກວ່າ Millennials ຢູ່ທີ່ 16.05% ເມື່ອທຽບໃສ່ກັບ 11.76% (ເມື່ອ 10 ປີກ່ອນ), ສະທ້ອນໃຫ້ເຫັນເຖິງພາລະໜີ້ສິນທີ່ສູງທີ່ Gen Z ຕ້ອງແບກຮັບໄວ້.
ເມື່ອປຽບທຽບກັບ 10 ປີກ່ອນ, ຫຼັງຈາກຫັກລົບອັດຕາເງິນເຟີ້ແລ້ວ… Gen z ນີ້ມີໜີ້ສິນຫຼາຍກວ່າແຕ່ກ່ອນຫຼາຍ, ດັ່ງນີ້:
– ໜີ້ສິນກູ້ຢືມເຮືອນ +44%
– ໜິ້ສິນບັດເຄຣດິດ +26%
– ໜິ້ສິນຄ່າຜ່ອນລົດ +4%
ອີງຕາມຂໍ້ມູນ, ຍອດຄົງຄ້າງບັດເຄຣດິດສະເລ່ຍຂອງ Gen Z ອາຍຸ 22-24 ປີແມ່ນຢູ່ທີ່ 2,834 ໂດລາ, ເຊິ່ງສູງກວ່າ Millennials ທີ່ມີອາຍຸດຽວກັນເມື່ອ 10 ປີກ່ອນທີ່ມີຍອດຄົງຄ້າງບັດເຄຣດິດສະເລ່ຍທີ່ 2,248 ໂດລາ ຫຼື 27% (ຫຼັງຈາກທີ່ປັບອັດຕາເງິນເຟີ້ແລ້ວ).
ການສຶກສາຍັງຊີ້ໃຫ້ເຫັນວ່າ Gen Z ຮູ້ສຶກເຄັ່ງຕຶງຕໍ່ສະຖານະການທາງດ້ານການເງິນຂອງພວກເຂົາຫຼາຍກວ່າ Millennials ເຖິງ 14%. Gen Z ໄດ້ຕອບແບບສອບຖາມວ່າ ພວກເຂົາ “ມີຄວາມເຄັ່ງຕຶງຫຼາຍ” ກ່ຽວກັບສະຖານະການທາງດ້ານການເງິນຂອງພວກເຂົາເມື່ອປຽບທຽບກັບ Millennials ທີ່ຢູ່ໃນໄວເທົ່າກັນເມື່ອ 10 ປີກ່ອນ, ເຊິ່ງມີພຽງແຕ່ 8% ທີ່ຕອບແບບດຽວກັນ.
ໃນທາງກົງກັນຂ້າມ, ມີພຽງແຕ່ 8% ຂອງ Gen Z ທີ່ຕອບວ່າພວກເຂົາ “ມີຄວາມໝັ້ນໃຈຫຼາຍ” ກ່ຽວກັບສະຖານະການທາງດ້ານການເງິນຂອງພວກເຂົາ. ເມື່ອປຽບທຽບກັບ Millennials ທີ່ຢູ່ໃນໄວດຽວກັນເມື່ອ 10 ປີກ່ອນ, ເຊິ່ງມີພຽງ 13% ທີ່ຕອບແບບດຽວກັນ.
ຈາກຜົນການສຶກສາຍັງຊີ້ໃຫ້ເຫັນອີກວ່າ ອັດຕາເງິນເຟີ້ຍັງສົ່ງຜົນກະທົບຕໍ່ Gen Z ຢ່າງໜັກໜ່ວງ ຈາກຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນເຮັດໃຫ້ລາຍໄດ້ຂອງພວກເຂົາຫຼຸດລົງ. ໃນຂະນະນັ້ນ, ພາລະໜີ້ສິນທີ່ເພີ່ມສູງຂຶ້ນ ສົ່ງຜົນໃຫ້ເກີດຄວາມກັງວົນທາງດ້ານການເງິນ ແລະ ຄວາມກົດດັນໃນບັນດາຄົນຮຸ່ນນີ້.
ທັງນີ້, ຜູ້ຊ່ຽວຊານນຳໄດ້ແນະນໍາໃຫ້ Gen Z ວາງແຜນການໃຊ້ຈ່າຍຂອງພວກເຂົາຢ່າງລະມັດລະວັງ, ຊອກຫາວຽກພິເສດເພື່ອເພີ່ມລາຍຮັບຂອງຕົນເອງ, ຮຽນຮູ້ກ່ຽວກັບການຄຸ້ມຄອງໜີ້ສິນ ແລະ ລັດຖະບານຄວນມີນະໂຍບາຍສະໜັບສະໜູນ Gen Z ໃນການເຂົ້າເຖິງໂອກາດດ້ານການສຶກສາ, ການເຝິກອົບຮົມທັກສະ ແລະ ສ້າງໂອກາດການເຮັດວຽກທີ່ດີກວ່າ ເພື່ອຊ່ວຍໃຫ້ພວກເຂົາຜ່ານຜ່າວິກິດການທາງດ້ານການເງິນນີ້ໄປໄດ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/