ໄພທຳມະຊາດເຊັ່ນ ພາຍຸລົມຝົນຂະໜາດໃຫຍ່ ເປັນອີກໜຶ່ງສັດຕູຕົວຮ້າຍຂອງມະນຸດ ແລະ ສິ່ງທີ່ມີຊີວິດອື່ນໆ ເພາະມັນສາມາດສ້າງຄວາມເສຍຫາຍຢ່າງຮຸນແຮງ ແລະ ເຮັດໃຫ້ສິ່ງທີ່ມີຊີວິດຂາດແຫຼ່ງທີ່ຢູ່ອາໄສ ຫຼື ອາດສູນພັນໄດ້.

ເຊັ່ນດຽວກັນກັບໄພທຳມະຊາດໃນເຫດການນີ້ ເພາະເມື່ອວັນທີ 14 ສິງຫາ ໜ່ວຍງານວິທະຍາສາດຂອງບຣາຊິລໄດ້ເປີດເຜີຍວ່າ ເຈົ້າໜ້າທີ່ໂຄງການຄິດຕາມຫາດຊາຍສາຍນ້ຳຊານໂຕສ (Santos Basin Beach Monitoring Project) ເຊິ່ງຮັບໜ້າທີ່ເຝົ້າຕິດຕາມສັດທະເລບໍລິເວນຊາຍຝັ່ງຕາເວັນອອກສຽງໃຕ້ ແລະ ຕອນໃຕ້ຂອງບຣາຊິລ ໄດ້ພົບຊາກນົກເພນກວິ້ນຈໍານວນ 596 ໂຕ ຕາຍຊະຊາຍເຕັມຊາຍຫາດຫຼາຍແຫ່ງໃນລັດຊານຕາກາຕາຣີນາ (Santa Catarina) ຫຼັງຈາກເກີດພາຍຸໝຸນນອກເຂດຮ້ອນ ເຊິ່ງມີຄວາມໄວລົມຫຼາຍກວ່າ 100 ກິໂລແມັດຕໍ່ຊົ່ວໂມງ.

ທາງດ້ານ ອັນເດຣ ບາເຣໂຕ (Andre Barreto) ນັກຊີວະວິທະຍາທີ່ເປັນຜູ້ປະສານງານການຕິດຕາມຊາຍຫາດແມ່ນ້ຳຊານໂຕສ ໄດ້ກ່າວວ່າ ຊາກນົກເພນກວິ້ນເຫຼົ່ານີ້ຖືກພົບເທິງຊາຍຫາດຫຼາຍແຫ່ງຂອງຟລໍຣຽນນໍໂປລິສ (Florianopolis) ເຊິ່ງເປັນເມືອງຫຼວງຂອງລັດຊານຕາກາຕາຣີນາ ຫຼັງຈາກພາຍຸໝຸນເຂດຮ້ອນໄດ້ເຄື່ອນຕົວຜ່ານພື້ນທີ່ຕອນໃຕ້ ແລະ ຕາເວັນອອກສຽງໃຕ້ຂອງບຣາຊິລ ເຮັດໃຫ້ສັດທະເລຈໍານວນຫຼາຍຖືກພັດຂຶ້ນຝັ່ງຊາຍຫາດຕັ້ງແຕ່ວັນທີ 9 ສິງຫາ. ນອກຈາກນີ້ ຍັງມີລາຍງານພົບຊາກສັດຊະນິດອື່ນໆ ອີກເຊັ່ນ: ນົກຍາງ ແລະ ເຕົ່າ.

ອັນເດຣ ບາເຣໂຕ ຍັງເຜີຍກັບສື່ທ້ອງຖິ່ນວ່າ ປົກກະຕິແລ້ວສັດທີ່ຖືກພົບຫຼັງພາຍຸໄຊໂຄລນ (Cyclone) ຈະເປັນສັດກຸ່ມທີ່ອ່ອນແອທີ່ສຸດເຊັ່ນ: ນົກເພນກວິ້ນທີ່ໜີຈາກຄື້ນຄວາມແຮງໄດ້ຍາກກວ່ານົກຊະນິດອື່ນໆ ເພາະມັນເປັນນົກທີ່ບິນບໍ່ໄດ້ ແລະ ເມື່ອມັນຂຶ້ນມາຫາຍໃຈເທິງໜ້ານ້ຳກໍຈະຈົມລົງໄປໃນທະເລ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment