ດັ່ງທີ່ເຄີຍມີການລາຍງານໄປກ່ອນໜ້ານີ້ວ່າ ສະຫະລັດອາເມຣິກາ ລັດໂອໄຮໂອ ຈະແຈກຮາງວັນໃຫ້ກັບປະຊາຊົນທີ່ສັກວັກຊີນໂຄວິດ-19 ມີຕັ້ງແຕ່ຮາງວັນນ້ອຍໆເຊັ່ນ: ປີ້ລົດໄຟ ໄປເຖິງຮາງວັນໃຫຍ່ໆເຊັ່ນ: ທຶນການສຶກສາສຳລັບເຍົາວະຊົນ-ໄວໜຸ່ມ ແລະ ເງິນ 1 ລ້ານໂດລາ!!!. ຫຼ້າສຸດໄດ້ຜູ້ໂຊກດີປະຈຳງວດທຳອິດແລ້ວ ເປັນນັກວິສະວະກອນກົນຈັກສາວ ໄດ້ຮາງວັນ 1 ລ້ານໂດລາ ແລະ ເຍົາວະຊົນມັດທະຍົມຕົ້ນທີ່ໄດ້ທຶນການສຶກສາໄປ.

ວິສະວະກອນສາວ ໄດ້ເລົ່າວ່າ ຕອນໄດ້ເມືອເຮືອນທີ່ຢູ່ຊານເມືອງ ລາວກໍຮ້ອງດັງໆອອກມາຈົນພໍ່ແມ່ຕົກໃຈ ເມື່ອລາວໄດ້ຮັບແຈ້ງຈາກພາກສ່ວນທີ່ກ່ຽວຂ້ອງວ່າ ຕົນເອງໄດ້ເປັນຜູ້ໂຊກດີໄດ້ຮັບຮາງວັນ 1 ລ້ານໂດລາ ຈາກການສັກວັກຊີນ.
ສຳລັບຜູ້ສັກວັກຊີນທີ່ເປັນເຍົາວະຊົນ ບໍ່ໄດ້ມີສິດໃນການຮັບ 1 ລ້ານໂດລາ ແຕ່ພວກເຂົາຈະໄດ້ທຶນການສຶກສາເຕັມຈຳນວນ ແລະ ຜູ້ທີ່ໄດ້ຮັບທຶນຄັ້ງນີ້ກໍເປັນໜຸ່ມນ້ອຍທີ່ກຳລັງຮຽນຢູ່ຊັ້ນ ມ.ຕົ້ນ ຊື່ວ່າ ໂຈເຊບ ຄອສເຕລໂລ, ແມ່ຂອງລາວບອກວ່າ ຕອນທີ່ໄດ້ຮັບໂທລະສັບຈາກພາກສ່ວນທີ່ກ່ຽວຂ້ອງໂທມາແຈ້ງ ຕົນເອງຈົນເຂົ່າອ່ອນລົງໄປນັ່ງກັບພື້ນເລີຍ.

ຜູ້ຄົນເກືອບ 3 ລ້ານຄົນທີ່ມາລົງທະບຽນລຸ້ນຮາງວັນມີທັງຜູ້ໃຫຍ່ອາຍຸ 18 ປີຂຶ້ນໄປ ລຸ້ນ 1 ລ້ານໂດລາ ແລະ ເຍົາວະຊົນ 12-17 ປີທີ່ສາມາດສັກວັກຊີນໄດ້ ຕ່າງກໍໃຈຈົດໃຈຈໍ່ໃນການລຸ້ນຮາງວັນ, ທຶນການສຶກສາມະຫາວິທະຍາໄລເຕັມຈຳນວນ ເຊິ່ງໃນນີ້ລວມທັງຄ່າຫໍພັກ, ຄ່າຮຽນ ແລະ ຄ່າໜັງສືຕ່າງໆ ເຕັມຈຳນວນຈົນຈົບປະລິນຍາຕີ.
ການຊິງຮາງວັນຍັງມີອີກ 4 ຄັ້ງ ໂດຍຈະປະກາດຜົນທຸກໆວັນພຸດ. ລັດຖະບານໄດ້ເປີດເຜີຍວ່າ ໂຄງການດັ່ງກ່າວເລີ່ມມາຕັ້ງແຕ່ວັນທີ 12 ພຶດສະພາ ແລະ ຈະເປັນແຮງຈູງໃຈໜຶ່ງ ໃຫ້ປະຊາຊົນມາສັກວັກຊີນກັນຫຼາຍຂຶ້ນ.

ຂອບໃຈທີ່ມາຈາກ:
https://www.nationtv.tv/main/content/378825059/?aig=
https://www.voathai.com/a/ohio-vaccine-lottery-05272021/5906800.html
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/