ເຄີຍໄດ້ຍິນສຽງແປກໆຕອນກາງຄືນໃນເຮືອນຂອງຕົນເອງບໍ່? ເຄີຍສົງໄສບໍ່ວ່າສຽງພວກນັ້ນມາຈາກໃສ? ເຫດການດັ່ງກ່າວອາດຈະເຮັດໃຫ້ເຮົາຄິດໄປເອງວ່າເປັນສຽງຂອງພະລັງງານບາງຢ່າງທີ່ເຮົາເບິ່ງບໍ່ເຫັນກໍເປັນໄດ້! ແຕ່ກ່ອນຈະຄິດໄປທາງນັ້ນ ເຮົາມາຮູ້ຈັກກັບປາກົດການຕ່າງໆເຫຼົ່ານັ້ນຜ່ານທາງວິທະຍາສາດທີ່ອະທິບາຍໄວ້ກັນກ່ອນ.

- ສຽງຫຼັງຄາດັງເປັນບາດ: ສ່ວນຫຼາຍເກີດຂຶ້ນກັບເຮືອນທີ່ຫາກໍສ້າງແລ້ວ ມີສຽງດັງເປັນບາດ ຄືກັບມີຄົນເອົາເຫຼັກມາຟາດກັບໂຄງຫຼັງຄາ, ບາງຄັ້ງເຮົາກໍຮູ້ສຶກເຖິງແຮງສັ່ນສະເທືອນນັ້ນ ຫຼື ບາງຄັ້ງເຮົາກໍໄດ້ຍິນສຽງເຫຼັກດັງແປະໆ ເຊິ່ງສຽງທັງໝົດນີ້ແມ່ນເກີດຂຶ້ນເມື່ອເກີດຄວາມຮ້ອນສະສົມ ວັດສະດຸເລີຍເກີດອາການຢືດ ຫຼື ຫົດຕົວ.

- ສຽງລູກແກ້ວຫຼົ່ນ ຫຼື ກິ້ງ: ສຽງນີ້ເຮົາມັກຈະໄດ້ຍິນຕອນກາງຄືນ ເກີດຂຶ້ນຈາກການຢືດຫົດຕົວຂອງເຫຼັກເສີມໃນພື້ນຄອນກີດທີ່ຖືກແດດ ເມື່ອເຫຼັກຢືດຫົດຕົວ ກໍຈະເກີດສຽງກ້ອງຜ່ານຝາເຮືອນມາຮອດຫູເຮົາ.
- ສຽງດັງແຮງໆ: ກໍລະນີນີ້ອາດຈະເຮັດໃຫ້ບ້ານສັ່ນໜ້ອຍໜຶ່ງ ເຮັດໃຫ້ຝາບ້ານ, ຄານ, ເສົາເຮືອນແຕກ ຫຼື ເຮືອນຫງ່ຽງ ເປັນໄປໄດ້ຫຼາຍວ່າມີບັນຫາທີ່ຖານຂອງເຮືອນ ໃນກໍລະນີນີ້ແມ່ນຢູ່ໃນຂັ້ນອັນຕະລາຍ ໃຫ້ແກ້ໄຂໂດຍໄວ.

- ສຽງດັງຈາກທໍ່ນ້ຳ ຫຼື ເທິງເພດານ: ເກີດຈາກການໄຫຼລົງຂອງທໍ່ນ້ຳຖິ້ມທີ່ຕິດຕັ້ງຢ່າງບໍ່ຖືກຕ້ອງ ຫຼື ເກີດສຽງດັງໃນທໍ່ນ້ຳເມື່ອເປີດ-ປິດກ໊ອກນ້ຳ, ບັນຫາດັ່ງກ່າວເກີດຈາກການປ່ຽນແປງຄວາມດັນໃນທໍ່ຢ່າງຮຸນແຮງ ເຮັດໃຫ້ນ້ຳຕຳກັບປະຕູນ້ຳ ຫຼື ທໍ່ ເຮັດໃຫ້ເກີດສຽງດັງ.
- ສຽງຄືມີຄົນຍ່າງ ຫຼື ແລ່ນໃນເຮືອນ: ສຽງດັ່ງກ່າວອາດມາຈາກການຢືດຫົດຕົວຂອງໂຄງສ້າງໄມ້ ໂດຍສະເພາະເຮືອນໄມ້ທີ່ເປັນພື້ນໄມ້ ເມື່ອພື້ນດັ່ງກ່າວຫົດຕົວພໍແລ້ວ ສຽງດັ່ງກ່າວກໍຈະຫາຍໄປ.

ສຽງທີ່ເກີດຂຶ້ນດັ່ງກ່າວລ້ວນແຕ່ມີສາເຫດ ເພາະສະນັ້ນ ເມື່ອເກີດສຽງດັງຂຶ້ນຢູ່ພາຍໃນເຮືອນ ກໍຢ່າຟ້າວຕົກໃຈເກີນໄປ ໃຫ້ມີສະຕິຟັງກ່ອນວ່າສຽງດັ່ງກ່າວມາຈາກບ່ອນໃດ ແລ້ວຈຶ່ງກວດທີ່ມາເພື່ອຫາທາງແກ້ໄຂຕໍ່ໄປ.