ໃຜເປັນແດ່? ໂສດ ເຫງົາ ຢາກມີແຟນ ແຕ່ບໍ່ມັກຕອບແຊັດ


ທ່ານເປັນຄົນໜຶ່ງທີ່ກຳລັງມີອາການແບບນີ້ ຫຼື ຄົນອ້ອມຂ້າງຂອງທ່ານມີພຶດຕິກຳດັ່ງກ່າວນີ້ຢູ່ບໍ່ “ໂສດ ເຫງົາ ຢາກມີແຟນ ແຕ່ບໍ່ມັກຕອບແຊັດ” ປາກກໍເວົ້າວ່າ ຢາກມີແຟນ ແຕ່ພຶດຕິກຳກັບກົງກັນຂ້າມ ໂດຍການຫຼີກເວັ້ນ, ບໍ່ຢາກຕອບແຊັດ ແລະ ປະຕິເສດການສານສຳພັນຕໍ່ກັບຄົນທີ່ເຂົ້າມາໃນຊີວິດ.

ເປັນຫຍັງ ຄົນເຮົາຈຶ່ງເກີດມີຄວາມຮູ້ສຶກເຫຼົ່ານີ້ ຫຼືວ່າ ມີສາເຫດມາຈາກຫຍັງກັນແທ້ ເຮົາມາຊອກຄຳຕອບນຳກັນ

1.ຫວງຄວາມສຸກທີ່ມີຢູ່ແລ້ວ

ຄົນທີ່ຈົ່ມວ່າຕົນເອງໂດດດ່ຽວ ຫຼື ຢາກມີຄົນເຂົ້າຫາ, ແຕ່ໃນຕົວຈິງແລ້ວຄົນປະເພດນີ້ພຽງແຕ່ຈົ່ມເວົ້າເທົ່ານັ້ນ ຄືກັບວ່າເປັນການຊອກເນື້ອຫາຍົກເລື່ອງນີ້ຂຶ້ນມາໂອ້ລົມສົນທະນາ ເພາະຄົນເຫຼົ່ານີ້ ແມ່ນຄົນທີ່ມີຄວາມສຸກກັບການເປັນໂສດຢູ່ແລ້ວ. ສະນັ້ນ, ຢ່າແປກໃຈເລີຍ ເມື່ອຄົນເຫຼົ່ານີ້ມັກຈະເວົ້າວ່າເຫງົາ, ຈົ່ມວ່າຕ້ອງການໃຜຈັກຄົນເຂົ້າມາເຕີມເຕັມ ເພາະໃນຄວາມຈິງແລ້ວເມື່ອມີຄົນເຂົ້າມາຈິງຈັງພວກເຂົາຈະປະຕິເສດຢ່າງໄວວາ.

2. ຢ້ານຄວາມຜິດຫວັງ ຫຼື ອົກຫັກ

ຄົນປະເພດນີ້ອາດເຄີຍມີຄວາມສຳພັນຄັ້ງເກົ່າທີ່ຈົບລົງໄດ້ບໍ່ດີ ອັນສົ່ງຜົນໃຫ້ເລືອກທີ່ຈະບໍ່ຮັກ ແລະ ຢ້ານວ່າຮັກຄັ້ງຕໍ່ໄປຈະເປັນແບບເກົ່າຄືນອີກ ຫຼື ບາງຄົນອາດບໍ່ມີປະສົບການໂດຍກົງ, ແຕ່ເຫັນຄົນອ້ອມຂ້າງເຄີຍເສຍໃຈຈາກຄວາມຮັກ. ດັ່ງນັ້ນ, ຈຶ່ງບໍ່ກ້າທີ່ຈະເປີດໃຈ ແລະ ເລີ່ມຕົ້ນຄວາມສໍາພັນ ເພາະຢ້ານຈະຜິດຫວັງ, ເສຍໃຈ ແລະ ຄືດັ່ງຜ່ານມາ

3. ບໍ່ກ້າເຊື່ອໃຈໃຜ ຫຼື ໄວ້ໃຈຄົນອື່ນງ່າຍໆ

ຄົນປະເພດນີ້ ອາດຈະມີອາການຮ້າຍແຮງກວ່າຄົນທີ່ຢ້ານຄວາມຜິດຫວັງ ຫຼື ອົກຫັກ. ເພາະ​ເຂົາ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ທາງ​ຈິດ​ໃຈ​ ໂດຍ​ການ​ຖືກທຳລາຍ​ຄວາມ​ໄວ້​ວາງ​ໃຈ​ທີ່​​ໄດ້​ມອບ​ໃຫ້ໄປ​ໝົດ​ແລ້ວ. ດ້ວຍເຫດນີ້, ພວກເຂົາຈຶ່ງສ້າງກຳແພງໄວ້ສູງເພື່ອປ້ອງກັນຕົນເອງບໍ່ໃຫ້ເຈັບປວດ, ເປັນການຍາກຫຼາຍທີ່ຈະໄວ້ວາງໃຈຄົນອື່ນ ແລະ ບໍ່ຢາກເປີດໃຈໃຫ້ກັບໃຜອີກ.

4. ຄວາມຢ້ານກົວການປ່ຽນແປງ

ການເປັນຄົນໂສດໃຜວ່າຈະບໍ່ມີຄວາມສຸກ. ແຕ່ຖ້າຫາກມີແຟນຈະມີຄວາມສຸກຫຼາຍຂຶ້ນກວ່າເກົ່າບໍ່? ເພາະການມີແຟນຄືການມີໃຜອີກຄົນໜຶ່ງເຂົ້າມາເຕີມເຕັມ ແນວໃດກໍຕາມ ຄົນໂສດຍັງຢ້ານທີ່ຈະເລີ່ມຕົ້ນ ຫຼື ກ້າວອອກຈາກໂລກຂອງຄົນໂສດ ແນ່ນອນວ່າຈາກເຄີຍຢູ່ຄົນດຽວ, ໄປໃສໄປຄົນດຽວ, ໃຊ້ຊີວິດແບບຄົນໂສດ ພໍມີຄົນເຂົ້າມາ ຫຼາຍໆຢ່າງກໍຈະປ່ຽນໄປ. ດັ່ງ​ນັ້ນ​, ຈຶ່ງຂໍເລືອກຢູ່ຄົນດຽວອາດຈະດີກວ່າ.

5. ຮູ້ສຶກວ່າຕົນເອງບໍ່ດີພໍທີ່ຈະມີຄວາມຮັກ ຫຼື ມີໃຜ.

ບາງຄົນຢ້ານທີ່ຈະເລີ່ມຕົ້ນຄວາມສໍາພັນກັບໃຜຜູ້ໜຶ່ງ ເພາະຄິດວ່າຕົນເອງບໍ່ສົມຄວນມີຄວາມຮັກ ແລະ ມີຄົນຮັກແພງຫຼາຍ. ໂດຍຄິດວ່າຕົນເອງມີຂໍ້ບົກພ່ອງຫຼາຍຢ່າງ, ຮູ້ສຶກວ່າບໍ່ດີພໍ ອາດຈະເປັນຍ້ອນຄວາມບໍ່ສົມບູນແບບບາງຢ່າງເຊັ່ນ: ເປັນພຽງຄົນທໍາມະດາ, ບໍ່ມີສະເໜ່, ບໍ່ມີຄວາມສາມາດ, ເປັນຄົນທຸກຍາກ ເປັນຕົ້ນ. ສະນັ້ນ, ພວກເຂົາຈຶ່ງບໍ່ຢາກໃຫ້ໃຜມາເດືອດຮ້ອນ ຫຼື ຮັບພາລະກັບເຂົາ. ສະນັ້ນ, ຈຶ່ງຮູ້ສຶກວ່າຢູ່ຄົນດຽວອາດຈະດີກວ່າ.

6. ບໍ່​ແນ່​ໃຈ​ວ່າ​ຕົນເອງຮັກຄົນນັ້ນແທ້ ຫລື ພຽງອາລົມເຫງົາ

ຄົນປະເພດນີ້ຈະມັກໂຕ້ແຍ້ງກັບຕົນເອງວ່າ ຮູ້ສຶກຮັກແທ້ໆ ຫຼື ເປັນພຽງອາລົມເຫງົາຈຶ່ງຢາກມີຄົນອື່ນເຂົ້າມາ. ເມື່ອພວກເຂົາຮູ້ສຶກສັບສົນຈຶ່ງຢ້ານວ່າຈະຕັດສິນໃຈຜິດ ແລະ ທໍາຮ້າຍຄວາມຮູ້ສຶກຂອງຄົນອື່ນຕື່ມອີກ. ສະນັ້ນ, ຂໍເລືອກທີ່ຈະຢູ່ຄົນດຽວໄປກ່ອນ

ສຸດທ້າຍແລ້ວ, ແຕ່ລະຄົນຍ່ອມມີປະສົບການ ຫຼື ເຄີຍຜ່ານເລື່ອງລາວຕ່າງໆທີ່ແຕກຕ່າງກັນ ມັນຍ່ອມເຮັດໃຫ້ເຮົາຕ້ອງປ້ອງກັນຕົນເອງຫ່າງຈາກຄວາມເຈັບປວດ. ສະນັ້ນ, ຈົ່ງສ້າງຄວາມສຸກທີ່ເກີດຈາກການຮັກຕົນເອງ ແລະ ເປີດໃຈທີ່ຈະຮັບຄົນອື່ນເຂົ້າມາໃນຊີວິດເມື່ອເຮົາພ້ອມຢາກມີເຂົາຢ່າງແທ້ຈິງ.

ອ້າງອີງ:

https://cutt.ly/aeyM59b1

https://cutt.ly/WeyM6Muo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/