ປະຕິເສດບໍ່ໄດ້ເລີຍວ່າສັດລ້ຽງທີ່ຂຶ້ນຊື່ວ່າແມວ ມີຫຼາກຫຼາຍບຸກຄະລິກ, ບາງຄັ້ງກໍເສີຍຊາ, ບາງຄັ້ງກໍອອດອ້ອນພັນແຄ່ງພັນຂາ, ແຕ່ບາງຄັ້ງກໍນອນໝົດມື້ ຈົນເຮັດໃຫ້ຜູ້ເປັນເຈົ້າຂອງຕ້ອງງົງກັບບຸກຄະລິກຂອງແມວ.
ຫຼາຍຄັ້ງມະນຸດເຮົາອາດເຄີຍຊອກຫາບຸກຄົນຕົ້ນແບບ ຫຼື ແຮງບັນດານໃຈຕ່າງໆເພື່ອເປັນແນວທາງໃນການໃຊ້ຊີວິດໃຫ້ດີຍິ່ງຂຶ້ນ, ແຕ່ທ່ານເຄີຍສັງເກດບໍ່ວ່າ ແມວກໍສາມາດເປັນຕົ້ນແບບແນວຄວາມຄິດໃນການໃຊ້ຊີວິດທີ່ດີໃຫ້ແກ່ມະນຸດໄດ້ຄືກັນ. ສະນັ້ນ, ມື້ນີ້ເຮົາມາຖອດເຄັດລັບວິຊາຊີວິດຈາກແມວຂອງເຮົາກັນເທາະ.

- ມັກສັງເກດ
ແມວມີນິດໄສມັກສັງເກດ ຫຼາຍຄັ້ງມັນຈຶ່ງເບິ່ງສິ່ງໃດໜຶ່ງ ບໍ່ວ່າຈະເປັນໂຕຈີ່ຈ້ຽມ, ກະປອມ ຫຼື ນົກ. ແມວມັກສັງເກດເບິ່ງດ້ວຍຄວາມງຽບ ແລະ ສາຍຕາສຸມໃສ່ເປົ້າໝາຍທີ່ຢູ່ຕໍ່ໜ້າດ້ວຍສະມາທິຂັ້ນສູງ ເມື່ອໄດ້ຈັງຫວະທີ່ເໝາະສົມ ມັນຈະໂດດເຂົ້າໄປຄຸບເຫຍື່ອທັນທີ ແລະ ຫຼາຍຄັ້ງມັນກໍເຮັດໄດ້ດີບໍ່ເຄີຍກັບມາມືເປົ່າ. ສິ່ງນີ້ແມວກຳລັງຈະບອກເຮົາວ່າ ຖ້າມະນຸດຢາກໄດ້ສິ່ງໃດ ຈົ່ງເປັນຄົນທີ່ມັກສັງເກດ, ມີສະມາທິຈົດຈໍ່ ແລະ ເບິ່ງຈັງຫວະເວລາທີ່ເໝາະສົມ.

- ກ້າທີ່ຈະສ່ຽງ
ແມວມີຄວາມສາມາດໃນການໂດດສູງຈາກບ່ອນໜຶ່ງໄປອີກບ່ອນໜຶ່ງ. ບາງບ່ອນກໍສູງເກີນກວ່າທີ່ຄົນເຮົາຈະເຊື່ອວ່າແມວຈະມີຄວາມສາມາດໂດດຂຶ້ນໄປໄດ້, ແຕ່ຫຼາຍຄັ້ງເຮົາກໍຕ້ອງແປກໃຈໃນຄວາມກ້າຫານຂອງມັນ. ສິ່ງນີ້ ແມວກຳລັງສອນເຮົາວ່າ ມະນຸດຢ່າຈຳກັດຄວາມສາມາດຂອງຕົນເອງ, ຈົ່ງກ້າຫານທີ່ຈະເອົາຊະນະໃຈຂອງຕົນ ລອງເຮັດໃນສິ່ງທີ່ເຄີຍຢ້ານມາຕະຫຼອດຊີວິດ ແລະ ໃນທີ່ສຸດຈະຮູ້ວ່າມະນຸດກໍສາມາດເຮັດໄດ້.

- ຢູ່ກັບປັດຈຸບັນ
ເຄີຍສົງໄສບໍ່ວ່າ ເປັນຫຍັງແມວຈຶ່ງເລືອກທີ່ຈະນອນຢູ່ເສີຍໆ, ບາງເທື່ອກໍນັ່ງຊົມນົກຊົມຕົ້ນໄມ້, ບາງເທື່ອກໍແລ່ນໄປແລ່ນມາ. ຕາມທຳມະດາແລ້ວ ແມວບໍ່ມັກຄິດລະອຽດຊັບຊ້ອນຄືມະນຸດ ເພາະຊີວິດຂອງມັນຢູ່ກັບປັດຈຸບັນ. ສິ່ງນີ້ແມວກຳລັງສອນເຮົາວ່າ ເລື່ອງບາງຢ່າງໃນຊີວິດຂອງມະນຸດ, ບໍ່ວ່າຈະເປັນເລື່ອງຄວາມຜິດພາດໃນອະດີດ, ການສູນເສຍ, ຜິດຫວັງ ຈົ່ງລອງປ່ອຍວາງມັນລົງ ໃຊ້ຊີວິດຄວາມສຸກກັບເວລາໃນປັດຈຸບັນ.

- ຕັ້ງໃຈຟັງສຽງອ້ອມຂ້າງ
ແມວມີປະສາດຫູທີ່ດີ ສາມາດໄດ້ຍິນສຽງໃນຄວາມຖີ່ລະດັບຄື້ນສຽງ Ultrasound ທີ່ມະນຸດບໍ່ສາມາດໄດ້ຍິນໄດ້. ໃນເວລາທີ່ມັນນອນ ເມື່ອໄດ້ຍິນສຽງການເຄື່ອນເໜັງຂອງວັດຖຸໃດໜຶ່ງອ້ອມຂ້າງ ຫູຂອງມັນຈະເໜັງຕີງໄປມາ. ຍ້ອນລັກສະນະພິເສດດັ່ງກ່າວ ມັນຈຶ່ງມີຄວາມສາມາດຈັດການກັບເຫຍື່ອຈຳພວກສັດນ້ອຍໆທີ່ເຂົ້າມາໃກ້ໄດ້ຢ່າງວ່ອງໄວ. ສິ່ງນີ້ແມວກຳລັງຈະສອນເຮົາວ່າ ຈົ່ງເປັນຜູ້ຟັງໃຫ້ຫຼາຍຂຶ້ນ ແລະ ໃສ່ໃຈສິ່ງທີ່ເກີດຂຶ້ນອ້ອມຂ້າງ ມັນຈະຊ່ວຍໃຫ້ມະນຸດບໍ່ສູນເສຍໂອກາດຕ່າງໆໃນຊີວິດ. ແຕ່ເຖິງຢ່າງໃດກໍຕາມ, ການທີ່ມະນຸດເອີ້ນຊື່ມັນ ແຕ່ມັນຍັງນອນເສີຍ ຄວາມຈິງແລ້ວມັນອາດໄດ້ຍິນເປັນຢ່າງດີ ແຕ່ມັນຈົງໃຈບໍ່ຕອບສະໜອງ ຫຼື ອາດຈະກຳລັງລຳຄານສຽງມະນຸດທີ່ເອີ້ນມັນກໍເປັນໄປໄດ້.

- ກ້າທີ່ຈະເປັນຕົວຂອງຕົນເອງ
ຖ້າທ່ານເຄີຍລ້ຽງທັງໝາ ແລະ ແມວ ທ່ານຈະຮູ້ດີວ່າສັດລ້ຽງທັງສອງຊະນິດ ມີນິໄສທີ່ແຕກຕ່າງກັນ ແຕ່ທັງສອງກໍມີເອກະລັກເປັນຕົວຂອງຕົນເອງ. ສຳລັບນິດໄສຂອງແມວແລ້ວ ຫຼາຍຄົນອາດບອກວ່າມັນມີຫຼາຍບຸກຄະລິກ, ບາງຄັ້ງກໍມັກມາອອດອ້ອນມະນຸດ, ແຕ່ບາງຄັ້ງເມື່ອເຮົາເຂົ້າໃກ້ ຊ້ຳພັດຖືກນາບຂູ່ດ້ວຍສຽງ ແລະ ອຸ້ງເລັບທີ່ແຫຼມຄົມ. ເຖິງວ່າມັນຈະເປັນແບບນັ້ນ ກໍຍັງມີຫຼາຍຄົນທີ່ນິຍົມລ້ຽງແມວ. ສິ່ງນີ້ແມວກຳລັງສອນເຮົາວ່າ ຈົ່ງກ້າທີ່ຈະເປັນຕົວຂອງຕົນເອງ ແລະ ເຊື່ອສະເໝີວ່າເຮົາຈະເໝາະສົມກັບສິ່ງທີ່ຄູ່ຄວນກັບເຮົາ ເຊິ່ງອາດເປັນຄົນທີ່ຮັກ ແລະ ສະໜັບສະໜູນໃນສິ່ງທີ່ເຮົາເປັນ.
ແຫຼ່ງຂໍ້ມູນອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/