ເຊື່ອວ່າຫຼາຍຄົນອາດເຄີຍເປັນ ຫຼື ກຳລັງເປັນຢູ່ໃນຕອນນີ້ ຄືການຕື່ນຂຶ້ນມາໃນກາງເດິກ ເຊິ່ງເປັນສິ່ງທີ່ໜ້າຫງຸດຫງິດຫຼາຍ ບາງຄົນເຮັດວຽກມາເມື່ອຍໝົດມື້ກໍຫວັງວ່າຈະໄດ້ພັກຜ່ອນເຕັມທີ່ແຕ່ມາຕື່ນເອົາກາງເດິກເເບບງົງໆ. ສຳລັບຄົນທີ່ນອນຫຼັບຍາກຢູ່ເເລ້ວຕ້ອງມາຕື່ນກາງເດິກແບບນີ້ຈະຕ້ອງໄດ້ມາເລີ່ມຕັ້ງໃຈໃນການກ່ອມໃຫ້ຕົນເອງນອນຫຼັບອີກຄັ້ງ ຫຼື ອາດຈະບໍ່ສາມາດນອນໄດ້ເລີຍຈົນຮອດເເຈ້ງ. ໂດຍການນອນຫຼັບໆຕື່ນໆນີ້ສົ່ງຜົນໃຫ້ເຮົານອນຫຼັບບໍ່ພຽງພໍ ເເລ້ວຍັງສົ່ງຜົນເສຍຕໍ່ສຸຂະພາບ ເມື່ອດົນໄປອາດກໍໃຫ້ເກີດຜົນເສຍທີ່ໃຫຍ່ຫຼວງຕາມມາ.
ມື້ນີ້ເຮົາຈະມາເວົ້າເຖິງສາເຫດ ເເລະ ວິທີເເກ້ໄຂສຳລັບຄົນທີ່ຢູ່ໃນພາວະນີ້ມາຝາກກັນ
- ສາເຫດທີ່ເຮັດໃຫ້ຫຼັບຕື່ນໆຕອນກາງເດິກ
- ຄວາມກົດດັນເປັນໜຶ່ງໃນສາເຫດທີ່ເຮັດໃຫ້ເຮົາມີອາການຫຼັບໆຕື່ນໆຕອນກາງເດິກ, ເພາະເຮົາອາດຈະມີຄວາມກັງວົນຕ່າງໆ ເຊິ່ງກໍ່ໃຫ້ເກີດຄວາມເຄັ່ງຕຶງສະສົມຈົນເຮົດຮ່າງກາຍຮູ້ສຶກເມື່ອຍໂດຍບໍ່ຮູ້ຕົວ. ນອກຈາກນີ້ແລ້ວຍັງລວມເຖິງຄວາມຮູ້ສຶກກັງວົນກ່ຽວກັບເລື່ອງຕ່າງໆ ບໍ່ວ່າຈະເປັນເລື່ອງສ່ວນຕົວ ຫຼື ວຽກ.
- ເມື່ອເຮົາບໍ່ສະບາຍ, ເຈັບທ້ອງ, ປວດຕາມຕົວ, ເປັນພະຍາດກ່ຽວກັບການນອນບໍ່ຫຼັບ ຫຼື ມີບັນຫາເລື່ອງລະບົບທາງເດີນຫາຍໃຈຢູ່ນັ້ນ ແນ່ນອນອາການເຫຼົ່ານີ້ສາມາດລົບກວນໃນຂະນະທີ່ເຮົານອນໂດຍບໍ່ຮູ້ຕົວ.
- ລອງສັງເກດເບິ່ງວ່າສະພາບເເວດລ້ອມອ້ອມຂ້າງທີ່ພັກຂອງເຮົານັ້ນມີຮ້ານຄ້າ ຫຼື ຮ້ານກິນດື່ມທີ່ມີສຽງດັງຈາກການເປີດເພງຢູ່ຕະຫຼອດເວລາບໍ່? ເເຖວນັ້ນຕິດກັບຫົນທາງທີ່ມີລົດເເລ່ນຕະຫຼອດເວລາບໍ່? ມີສຽງລົບກວນຕະຫຼອດຕອນກາງຄືນຈາກການສັນຈອນໄປມາຕະຫຼອດເວລາບໍ່? ລວມເຖິງເເສງທີ່ສ່ອງເຂົ້າມາໃນຫ້ອງຕອນກາງຄືນມັນລົບກວນການນອນຢູ່ບໍ່? ສະພາບແວດລ້ອມເຫຼົ່ານີ້ສາມາດເປັນເຫດຜົນໜຶ່ງທີ່ເຮັດໃຫ້ຮ່າງກາຍຂອງເຮົາຫຼັບບໍ່ສະໜິດ ແລະ ເຮັດໃຫ້ເຮົາມີອາການຫຼັບໆຕື່ນໆນັ້ນເອງ
- ການກິນອາຫານແມ່ນສາເຫດໜຶ່ງທີ່ເຮັດໃຫ້ເຮົາຫຼັບໆຕື່ນໆໃນກາງເດິກ. ເນື່ອງຈາກໃຜທີ່ມັກກິນເຂົ້າຕອນເດິກເເລ້ວຖິ້ມຕົວລົງນອນທັນທີ ເເນ່ນອນວ່າອາຫານທີ່ກິນເຂົ້າໄປນັ້ນມັນຈະເຮັດໃຫ້ເເໜ້ນທ້ອງ, ທ້ອງອືດ, ຮູ້ສຶກອຶດອັດຍ້ອນອາຫານບໍ່ຍ່ອຍ, ບາງຄົນກໍມີອາການປວດຈຸກສຽດຈົນຕ້ອງຕື່ນຂຶ້ນມາກາງເດິກ.

- ວິທີເເກ້ບັນຫາການນອນບໍ່ຫຼັບ
- ການຈັດບ່ອນນອນເໝາະສົມ ສະດວກສະບາຍ ເໝາະສໍາລັບການນອນ, ງຽບສະງົບບໍ່ມີສຽງລົບກວນ ເເລະ ມີອຸນຫະພູມທີ່ເຢັນກຳລັງດີ.
- ຜ່ອນຄາຍກ້າມຊີ້ນກ່ອນນອນເຊັ່ນ: ການນວດເພື່ອຜ່ອນຄາຍຮ່າງກາຍ ຫຼື ການເເຊ່ນ້ຳອຸ່ນ
- ຫຼີກເວັ້ນການນອນໃນກາງເວັນ ຫຼື ການໃຊ້ຢາທີ່ເຮັດໃຫ້ເກີດອາການເຫງົານອນໃນລະຫວ່າງມື້
- ເມື່ອຮູ້ສຶກຢາກນອນ ຕ້ອງເຂົ້ານອນທັນທີ, ເຂົ້ານອນໃນເວລາດຽວກັນທຸກຄືນຕາມເວລາ ຮ່າງກາຍຈະຈື່ເວລາທີ່ຕ້ອງເຂົ້ານອນເອງ.
- ຫຼີກເວັ້ນການກິນອາຫານຫຼາຍ ຫຼື ອາຫານທີ່ຍ່ອຍຍາກກ່ອນນອນ ເພາະມັນຈະເຮັດໃຫ້ເຈັບທ້ອງ ເນື່ອງຈາກມີກົດໄຫຼຢ້ອນ, ຖ້າທ້ອງວ່າງໃຫ້ກິນອາຫານເບົາໆເຊັ່ນ: ເຂົ້າຈີ່ຕ່ອນນ້ອຍໆ, ນົມອຸ່ນ ຫຼື ນ້ຳໝາກໄມ້.
- ຖ້ານອນບໍ່ຫຼັບໃຫ້ເຮັດກິດຈະກຳເບົາໆເຊັ່ນ: ອ່ານປຶ້ມ, ຟັງເພງ ຫຼື ນັ່ງສະມາທິ ເມື່ອຮູ້ສຶກຢາກນອນເເລ້ວໃຫ້ເຂົ້ານອນ.
- ກ່ອນນອນຄວນເຮັດໃຫ້ສະໝອງໂລ່ງ ປອດໂປ່ງ, ບໍ່ເອົາຄວາມກັງວົນ, ຄວາມກົດດັນ, ຄວາມຜິດຫວັງ ຫຼື ຄວາມເສຍໃຈມາຄິດ ເຮັດໃຫ້ຈິດໃຈຜ່ອນຄາຍກ່ອນນອນ. ໃຊ້ກິ່ນຫອມເພື່ອຊ່ວຍໃຫ້ເຮົານອນຫຼັບເຊັ່ນ: ກິ່ນວານິລາ, ກິ່ນລາເວັນເດີ, ຢູຄາລິບຕັດ ຫຼື ຄາໂມມາຍ ທີ່ຊ່ວຍຜ່ອນຄາຍ ບັນເທົາຄວາມຄຽດ, ເຮັດໃຫ້ຈິດໃຈສະຫງົບ ເເລະ ປອດໂປ່ງ.

- ຫຼີກເວັ້ນການດື່ມກາເຟ, ຊາທີ່ມີຄາເຟອີນ ຫຼື ນ້ຳອັດລົມ ເພາະຈະເຮັດໃຫ້ນອນບໍ່ຫຼັບໄດ້ ແລະ ປະສິດທິພາບການນອນລົດລົງ, ລົດການດື່ມເເອລກໍຮໍລົງເຖິງແມ່ນວ່າມັນອາດຈະຊ່ວຍໃຫ້ນອນຫຼັບ ເເຕ່ຖ້າຫຼາຍເກີນກໍອາດຈະສົ່ງຜົນເສຍຕໍ່ຮ່າງກາຍ.
- ອອກກຳລັງກາຍເປັນປະຈຳ ແຕ່ບໍ່ຄວນອອກກຳລັງກາຍກ່ອນນອນ. ເນື່ອງຈາກວ່າມັນຈະເຮັດໃຫ້ຮ່າງກາຍມີການຕື່ນຕົວ ເຮັດໃຫ້ນອນບໍ່ຫຼັບ.
- ປຶກສາທ່ານໝໍ ຫຼື ນັກບຳບັດ ເຊິ່ງອາດຈະມີການແນະນໍາໃຫ້ກິນຢານອນຫຼັບ, ຢາຜ່ອນຄາຍ, ຫຼື ໄດ້ຮັບການໃຫ້ຄໍາປຶກສາ ຫຼື ມີຕາຕະລາງການປະຕິບັດສໍາລັບທ່ານເພື່ອເຝິກບຳບັດໃນການນອນຫຼັບ.
- ກິນອາຫານທີ່ມີແມັກນີຊຽມສູງເຊັ່ນ: ຜັກກາດນາ, ຜັກກູດ, ຫອຍນາງລົມ, ຖົ່ວເຫຼືອງ, ຖົ່ວດິນ, ໝາກມ່ວງຫິມະພາ, ໝາກເຜັດ ແລະ ໝາກກ້ວຍສຸກ ເພາະມີແມັກນີຊຽມທີ່ຊ່ວຍລົດຜ່ອນອາການການຊຶມເສົ້າ ແລະ ມີຜົນຕໍ່ຂະບວນການຄວບຄຸມການນອນ ມັນເປັນສານທີ່ຊ່ວຍສ້າງເມລາໂທນີນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/