ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ ກໍລະກົດ ປີ 2022 ບັນລຸໄດ້ປະມານ 968 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 427 ລ້ານໂດລາ, ສ່ວນມູນຄ່າການນໍາເຂົ້າ ມີປະມານ 541 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 114 ລ້ານໂດລາ.
ໂດຍສິນຄ້າສົ່ງອອກຫຼັກປະກອບມີ: ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ຄຳປະສົມ, ຄຳແທ່ງ, ເຍື່ອໄມ້ ແລະ ເສດເຈ້ຍ, ແຮ່ທອງ, ຢາງພາລາ, ແຮ່ເຫຼັກ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ນໍ້າຕານ, ເກີບ… ແລະ ໃນນັ້ນສິນຄ້າສົ່ງອອກຫຼັກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ມີມູນຄ່າປະມານ 54 ລ້ານໂດລາ, ຄຳປະສົມ, ຄຳແທ່ງ ປະມານ 44 ລ້ານ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 34 ລ້ານໂດລາ, ແຮ່ທອງ ປະມານ 34 ລ້ານໂດລາ ແລະ ຢາງພາລາ ປະມານ 29 ລ້ານໂດລາ.

ສ່ວນສິນຄ້ານຳເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຍື່ອໄມ້ ແລະ ເສດເຈ້ຍ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ສັດທີ່ມີຊີວິດ, ສາຍໄຟຟ້າ, ເຄເບິ້ລ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ແລະ ໃນນັ້ນສິນຄ້ານຳເຂົ້າຫຼັກ 5 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ນ້ຳມັນກາຊວນ ມີມູນຄ່າປະມານ 79 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ປະມານ 56 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 35 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ປະມານ 34 ລ້ານໂດລາ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ປະມານ 22 ລ້ານໂດລາ.

ບັນດາປະເທດ ທີ່ ສປປ ລາວ ສົ່ງອອກຫຼັກ ໄດ້ແກ່: ຈີນ ມູນຄ່າປະມານ 162 ລ້ານໂດລາ, ຫວຽດນາມ 105 ລ້ານໂດລາສະຫະລັດ, ໄທ 47 ລ້ານໂດລາ, ອອສເຕຣເລຍ 30 ລ້ານໂດລາ ແລະ ສິງກະໂປ 13 ລ້ານໂດລາ.
ສ່ວນບັນດາປະເທດ ທີ່ ສປປ ລາວ ນໍາເຂົ້າຫຼັກ ໄດ້ແກ່: ໄທ ມີມູນຄ່າປະມານ 264 ລ້ານໂດລາ, ຈີນ 142 ລ້ານໂດລາ, ຫວຽດນາມ 34 ລ້ານໂດລາ, ສ.ອາເມລິກາ 31 ລ້ານໂດລາ ແລະ ຍີ່ປຸ່ນ 13 ລ້ານໂດລາ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກໍລະກົດ ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ.
ຂອບໃຈຂໍ້ມູນຈາກ: https://cutt.ly/5XrOvKo
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment