ໂຮງງານໃນໄທ ປິດຕົວໄປ 2,000 ກວ່າແຫ່ງ ຫຼັງສູ້ສິນຄ້າລາຄາຖືກຈາກຕ່າງປະເທດບໍ່ໄດ້


ໜັງສືພິມ ກຸງເທບ ທຸລະກິດລາຍງານວ່າ ເມື່ອບໍ່ດົນມານີ້ ໂຮງງານໃນໄທ ປິດຕົວໄປ 2,000 ກວ່າແຫ່ງ ສົ່ງຜົນກະທົບຕໍ່ພາກການຜະລິດໃນປະເທດ ເຊິ່ງກວມເອົາເກືອບ 1 ໃນ 4 ຂອງ GDP ຂອງປະເທດ ຫຼັງສູ້ສິນຄ້າລາຄາຖືກຈາກຕ່າງປະເທດບໍ່ໄດ້.

ໂດຍ ກຸງເທບທຸລະກິດ ລາຍງານຂໍ້ມູນຈາກ ກົມອຸດສາຫະກຳ ແຫ່ງປະເທດໄທ ລະບຸວ່າ ການປິດໂຮງການໃນໄທ ເດືອນ​ກໍລະກົດ 2023 ຫາ​ເດືອນ​ມິຖຸນາ 2024 ​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບ​ໃສ່ 12 ​ເດືອນ​ກ່ອນ. ດັ່ງນັ້ນ, ຈໍານວນຄົນວ່າງງານເພີ່ມຂຶ້ນ 80% ໃນໄລຍະດຽວກັນ ແລະ ມີຄົນງານຫຼາຍກວ່າ 51,500 ກາຍເປັນຄົນວ່າງງານ.

ຂະນະດຽວກັນ, ຈໍານວນການເປີດໂຮງງານໃໝ່ກໍຫຼຸດລົງ, ໂຮງງານໃຫຍ່ໆເລີ່ມປິດຕົວລົງ ຂະນະດຽວກັນ, ໂຮງງານຂະໜາດນ້ອຍໆຂຶ້ນມາເປີດແທນ ນອກຈາກນັ້ນ, ຜົນກະທົບໄດ້ແຜ່ລາມໄປສູ່ອຸດສາຫະກໍາຕ່າງໆທີ່​​ເປັນ​ກຳລັງ​ຂັບ​ເຄື່ອນ​ທີ່​ສຳຄັນ​ຂອງ​ເສດຖະກິດ ລວມທັງອຸດສາຫະກໍາລົດ.

ທ່ານ ແສນໄທ ວິລະກຸນ ປະທານສະມາຄົມ SME ແຫ່ງປະເທດໄທ ກ່າວວ່າ: ຜູ້ຜະລິດຂະໜາດນ້ອຍກຳລັງປະເຊີນກັບບັນຫາຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ. ຍ້ອນ​ລາຄາ​ນ້ຳມັນ​ເພີ່ມ​ຂຶ້ນ ແລະ ຄ່າຈ້າງຂ້ອນຂ້າງສູງ ບໍ່ພຽງແຕ່ເທົ່ານັ້ນ ຍັງຕ້ອງແຂ່ງຂັນກັບບໍລິສັດຂ້າມຊາດ ຜູ້ຜະລິດທີ່ບໍ່ສາມາດປັບຕົວໄດ້ໄວ ເຮັດໃຫ້ທຸລະກິດຕ້ອງຖືກປິດ ຫຼື ປ່ຽນໄປຜະລິດອັນອື່ນແທນ.

ນອກຈາກນີ້ ຮອງປະທານ ສະພາອຸດສາຫະກຳ ຂອງໄທ ຍັງໄດ້ຮຽກຮ້ອງໃຫ້ ລັດຖະບານພິຈາລະນາ ຫາວິທີປ້ອງກັນ ການລັກລອບໜີພາສີນໍາເຂົ້າ. ທ່າມກາງສົງຄາມການຄ້າລະຫວ່າງສະຫະລັດ ແລະ ຈີນ.

https://www.bangkokbiznews.com/business/1135836?anf=

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/