ໂລມາ ວາກີຕາ ແພນດ້າແຫ່ງທະເລໃກ້ສູນພັນ ເຫຼືອພຽງ 6-8 ໂຕໃນໂລກ


ການສຳຫຼວດຄັ້ງຫຼ້າສຸດໃນປີ 2024 ພົບວ່າເຫຼືອໂລມາວາກີຕາ ພຽງ 6-8 ໂຕເທົ່ານັ້ນ ເຊິ່ງເປັນຕົວເລກທີ່ໜ້າເປັນຫ່ວງຫຼາຍ ໂດຍໂລມາວາກີຕາ ເປັນໂລມາທີ່ຂະໜາດນ້ອຍທີ່ສຸດໃນໂລກ ພວກມັນມີໃບໜ້າກົມ ແລະ ມີຮອຍຮອບດວງຕາຈຶ່ງມີຊື່ທີ່ເອີ້ນຫຼິ້ນໆວ່າ “ໝີແພນດ້າແຫ່ງທ້ອງທະເລ” ພ້ອມທັງຍັງມີຮອຍຍິ້ມທີ່ຄ້າຍກັບໂມນາລິຊາອີກດ້ວຍ.

ໃນທຸກໆປີ ຈະມີທີມນັກວິທະຍາສາດນານາຊາດຈະລວມຕົວໃນ “ທະເລເມັກຊິໂກ” ເພື່ອອອກຕາມຫາສັດລ້ຽງລູກດ້ວຍນົມໃນທະເລທີ່ຫາຍາກທີ່ສຸດໃນນັ້ນກໍຄື ໂລມາວາກີຕາ ເຊິ່ງພວກມັນມີທັງຄວາມໜ້າຮັກ ແລະ ໜ້າເອັນດູ ແຕ່ວ່າພວກໂລມາວາກີຕາ ຕ້ອງເສຍຊີວິດຈາກການຈົມນ້ຳຕາຍ ອັນເນື່ອງມາຈາກອຸປະກອນການປະມົງທີ່ຖືກຖິ້ມໄວ້ໃນອ່າວແຄລິຟໍເນຍຂອງເຂດປະເທດເມັກຊິໂກເປັນຈຳນວນຫຼວງຫຼາຍ.

ແຕ່ຢ່າງໃດກໍຕາມ ທີມນັກວິທະຍາສາດ ແລະ ລັດຖະບານເມັກຊິໂກຍັງຄົງເບິ່ງໂລກໃນແງ່ດີວ່າ ອາດຈະມີໂຕອື່ນໆທີ່ຢູ່ນອກພື້ນທີ່ການຄົ້ນຫາ ເນື່ອງຈາກໃນຄັ້ງຫຼ້າສຸດນີ້ພວກເຂົາສຳຫຼວດຄົ້ນຫາທີ່ຄິດເປັນຕົວເລກພຽງແຕ່ 12% ຂອງພື້ນທີ່ທັງໝົດທີ່ເຄີຍກວດສອບໃນປີ 2015 ແຕ່ເຖິງຢ່າງໃດກໍຍັງໜ້າເປັນຫ່ວງຢູ່ດີ.

ທີ່ມາ:
ngthai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/