ບໍລິສັດການບິນລາວ ປະກາດກຽມເລີ່ມໃຫ້ບໍລິການ ຖ້ຽວບິນໂດຍກົງຈາກນະຄອນຫຼວງວຽງຈັນ ໄປຫານະຄອນດານັງ ທີ່ຢູ່ທາງຕອນໃຕ້ຂອງປະເທດຫວຽດນາມ ແລະ ເປັນເມືອງທີ່ຄົນລາວ ນິຍົມໄປທ່ຽວຢູ່ຕະຫຼອດປີ ໃນເດືອນມີນາປີນີ້.
ຖ້ຽວບິນໂດຍກົງລະຫວ່າງສອງເມືອງຈະບິນທຸກອາທິດໃນວັນພະຫັດ ແລະ ວັນອາທິດ ຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ຖ້ຽວບິນດັ່ງກ່າວຈະອອກຈາກນະຄອນຫຼວງວຽງຈັນເວລາ 11:00 ໄປຮອດນະຄອນດານັງເວລາ 12:15 ໂມງ ແລະ ອອກຈາກນະຄອນດານັງເວລາ 13:00 ໂມງ ແລະ ຮອດສະໜາມບິນວັດໄຕ ນະຄອນຫຼວງວຽງຈັນໃນເວລາປະມານ ເວລາ 14:15 ໂມງ.

ການເດີນທາງໄປ-ກັບຈະມີມູນຄ່າປະມານ 260 ໂດລາ ໂດຍໃຊ້ເວລາບິນ 1 ຊົ່ວໂມງ 15 ນາທີ.
ໃນປີ 2012 ສາຍການບິນລາວ ໄດ້ບໍລິການບິນລົງສູ່ນະຄອນດານັງ ດ້ວຍເສັ້ນທາງ ວຽງຈັນ-ສະຫວັນນະເຂດ-ປາກເຊ-ດານັງ, ແຕ່ການບໍລິການດັ່ງກ່າວຕ້ອງຖືກໂຈະລົງ ຍ້ອນຄວາມຕ້ອງການມີໜ້ອຍເກີນໄປ. ແຕ່ຕໍ່ມາໃນປີ 2020 ສາຍການບິນລາວຕັ້ງໃຈຈະເປີດເສັ້ນທາງບິນຄືນໃໝ່ ແຕ່ຖືກຢຸດໃຫ້ບໍລິການໄປອີກເທື່ອໜຶ່ງ ຍ້ອນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

ນອກຈາກນີ້ ການບິນລາວ ຍັງໄດ້ດຳເນີນຖ້ຽວບິນໂດຍກົງປະຈຳວັນຈາກນະຄອນຫຼວງວຽງຈັນໄປຍັງນະຄອນຮ່າໂນ້ຍ ແລະ ໂຮ່ຈີມິນຂອງຫວຽດນາມ ນຳອິກ.

ດານັງ ຖືເປັນອີກໜຶ່ງບ່ອນທີ່ກາຍເປັນແຫຼ່ງທ່ອງທ່ຽວທີ່ນິຍົມສຳລັບຄົນລາວ ແລະ ບັນດາປະເທດອ້ອມຂ້າງ ເນື່ອງຈາກໄລຍະທາງທີ່ບໍ່ໄກກັນເກີນໄປ, ຄ່າເງິນບໍ່ແພງ ບວກກັບເປັນເມືອງທີ່ມີຊາຍຝັ່ງຕິດກັບທະເລ ທັດສະນີຍະພາບທີ່ສວຍງາມ ແລະ ແຫຼ່ງທ່ອງທ່ຽວ ອັນມີຊື່ສຽງດັງກ້ອງໄປທົ່ວໂລກ ຢ່າງ ສະພານທອງຄຳ ຫຼື Golden Bridge ຫຼື ສະພານລອຍຟ້າທີ່ມີມືຂະໜາດໃຫຍ່ຄໍ້າຢູ່ນັ້ນເອງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/