ຖ້າເວົ້າເລື່ອງຢາຖູແຂ້ວ ແລະ ແປງຖູແຂ້ວ ເຮົາກໍຈະຄຸ້ນເຄີຍດີກັບແບຣນ “ຄອລເກດ” ຫຼາຍຄົນກໍອາດຈະກຳລັງໃຊ້ແບຣນນີ້ຢູ່, ແຕ່ຮູ້ບໍ່ວ່າ ຫຼ້າສຸດທາງແບຣນຄອລເກດໄດ້ເປີດຕົວແປງຖູຸແຂ້ວ Keep ທີ່ດ້າມຂອງມັນເຮັດມາຈາກອະລູມີນຽມທີ່ສາມາດໃຊ້ໄດ້ຕະຫຼອດຊີວິດ ແລະ ສ່ວນຫົວນັ້ນເຮົາສາມາດປ່ຽນໄດ້ເມື່ອມັນໝົດສະພາບແລ້ວ.

ທາງຜູ້ຜະລິດໄດ້ຄຳນຶງເຖິງແປງຖູແຂ້ວພລາສຕິກທີ່ເມື່ອໃຊ້ຈົນໝົດສະພາບແລ້ວກໍຈະຖືກຖິ້ມ ແລະ ກາຍມາເປັນຂີ້ເຫຍື້ອມະຫາສານຂອງໂລກ, ໃຊ້ເວລາຍ່ອຍສະຫຼາຍດົນ, ສົ່ງບັນຫາຕໍ່ສິ່ງແວດລ້ອມ ທາງຄອລເກດທີ່ຂາຍແປງຖູແຂ້ວໄປທົ່ວໂລກໄດ້ມີຄວາມພະຍາຍາມທີ່ຈະລົດຂີ້ເຫຍື້ອພລາສຕິກລົງ.

ມີການສົມທຽບວ່າ ຖ້າທຸກຄົນໃນສະຫະລັດອາເມຣິກາຫັນມາໃຊ້ແປງຖູແຂ້ວ Keep ຈະສາມາດປະຢັດແປງຖູແຂ້ວໄດ້ຫຼາຍກວ່າ 400 ລ້ານອັນພາຍໃນ 1 ປີ.
ການປ່ຽນພຽງແຕ່ຫົວແປງຖູແຂ້ວ ແທນທີ່ຈະປ່ຽນທັງໄມ້ຖູແຂ້ວ ກໍຖືວ່າເປັນການລົດຂີ້ເຫຍື້ອພລາສຕິກລົງໄປຫຼາຍ, ເຮົາມາຖ້າເບິ່ງນຳກັນວ່າ ນີ້ຈະເປັນຈຸດປ່ຽນໃໝ່ໃນການນຳໃຊ້ແປງຖຸູແຂ້ວບໍ່.
ຂອບໃຈຂໍ້ມູນຈາກ: