ແນວໃດຈຶ່ງເອີ້ນວ່າ “ຄວາມຮັກແບບຜູ້ໃຫ່ຍ”


ເມື່ອເຮົາເຕີບໃຫ່ຍຂຶ້ນ ແລະ ຜ່ານປະສົບການມີການຄວາມຮັກມາແລ້ວ, ແນ່ນອນວ່າເຮົາຈະເຫັນໄດ້ຢ່າງຊັດເຈນວ່າ ຄວາມຮັກໃນຕອນໄວຮຽນ ແລະ ໄວເຮັດວຽກ ມັນມີຄວາມແຕກຕ່າງກັນຫຼາຍ. ເຮົາມາເບິ່ງນຳກັນວ່າລັກສະນະຄວາມຮັກແບບຜູ້ໃຫ່ຍນັ້ນເປັນແນວໃດ?

1.ຜິດກັນໃນເລື່ອງທີ່ເປັນບັນຫາແທ້ໆ

ເຊື່ອວ່າໃນທຸກຄວາມສຳພັນຍ່ອມມີບັນຫາ, ອຸປະສັກ ແລະ ຄວາມບໍ່ເຂົ້າໃຈກັນ ເນື່ອງຈາກຄົນສອງຄົນມີຄວາມຄິດ ແລະ ຈິດໃຈທີ່ແຕກຕ່າງກັນ. ຄວາມຮັກຂອງຜູ້ໃຫຍ່ນັ້ນ ຍາມເມື່ອມີບັນຫາພວກເຂົາຈະໂອ້ລົມ ເພື່ອປຶກສາຫາລືກັນວ່າ ບັນຫາແມ່ນຫຍັງ ແລະ ຈະປັບປຸງແກ້ໄຂແນວໃດ?

2. ຄິດເຖິງຄຳວ່າ “ພວກເຮົາ” ແທນທີ່ “ຂ້ອຍ ຫຼື ເຈົ້າ”

ຄວາມຮັກແບບຜູ້ໃຫ່ຍຈະໃຊ້ຄຳວ່າ “ພວກເຮົາ” ຫຼາຍກວ່າຄຳວ່າ “ຂ້ອຍ ຫຼື ເຈົ້າ” ເຊັ່ນ: ຊື້ອາຫານທີ່ພວກເຮົາທັງສອງມັກກິນ ຫຼື ຈອງການເດີນທາງໄປສະຖານທີ່ທີ່ພວກເຮົາທັງສອງຢາກໄປ ແລະ ອື່ນໆ. ທັງສອງປຶກສາເຊິ່ງກັນ ແລະ ກັນສະເໝີ ກ່ອນຈະຕັດສິນໃຈເຮັດຫຍັງ. ເນື່ອງຈາກ​ທັງ​ສອງໄດ້​ໃຫ້​ຄຸນຄ່າ​ ແລະ​ ໃສ່ໃຈຄວາມ​ຮູ້​ສຶກ​ຂອງ​ກັນ​ ແລະ ​ກັນ.

3. ແບ່ງປັນຄວາມຮັບຜິດຊອບເທົ່າທຽມກັນ

ຄວາມຮັກແບບຜູ້ໃຫຍ່ ພວກເຂົາຈະແບ່ງຄວາມຮັບຜິດຊອບໃຫ້ເທົ່າທຽມກັນ ຫຼື ຊ່ວຍເຫຼືອກັນ ບໍ່ວ່າຈະເປັນວຽກເຮືອນ ຫຼື ເຮັດວຽກອື່ນໆ ເພາະເມື່ອໃຊ້​ຊີວິດ​ຢູ່ຮ່ວມກັນ ຄວາມຮັບຜິດຊອບວຽກງານຕ່າງໆລ້ວນແຕ່ຕ້ອງມີຮ່ວມກັນ.

4. ເວົ້າເລື່ອງອະນາຄົດຮ່ວມກັນ

ທັງສອງຝ່າຍບໍ່ຮູ້ສຶກຢ້ານທີ່ຈະລົມກັນ ຫຼື ປຶກສາຫາລືກັນກ່ຽວກັບອະນາຄົດ ເຊັ່ນ: ການແຕ່ງງານ, ການສ້າງສາ, ການຫາເງິນ ແລະ ອື່ນໆ ເພາະວ່າທັງສອງຄົນມີຄວາມຈິງຈັງໃນຄວາມສໍາພັນຄັ້ງນີ້ ແລະ ຈະຊ່ວຍກັນທຳມາຫາກິນ ເພື່ອ​ເຮັດ​ໃຫ້​ເປົ້າ​ໝາຍ​ທີ່​ເຂົາ​ເຈົ້າ​ຕັ້ງ​ໄວ້​ໃຫ້​ເປັນ​ຈິງ.

5. ມີເວລາ ແລະ ພື້ນທີ່ສ່ວນຕົວໃຫ້ກັນ

ເຖິງແມ່ນວ່າເຮົາຈະເປັນຄົນຮັກກັນ ແຕ່ມັນ​ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ເຈົ້າ ແລະ ​ຄົນຮັກ​ຈະ​ຕ້ອງ​ຕິດ​ຕໍ່​ກັນ 24 ຊົ່ວ​ໂມງ​ ເຊັ່ນ: ຖ້າອີກຝ່າຍບໍ່ວ່າງ ແລະ ຕອບຊ້າ ຫຼື ໂທແລ້ວບໍ່ຮັບ ກໍບໍ່ໄດ້ສະແດງອາລົມໃຈຮ້າຍໃສ່ອີກຝ່າຍ ເພາະທັງສອງຝ່າຍຈະໃຫ້ອິດສະຫຼະໃນການໃຊ້ເວລາຢູ່ກັບຕົນເອງ, ໃນການເຮັດໜ້າທີ່ຂອງຕົນເອງ. ຄວາມສໍາພັນແບບນີ້ຈະຊ່ວຍໃຫ້ເຈົ້າ ແລະ ຄູ່ຂອງເຈົ້າບໍ່ຮູ້ສຶກອຶດອັດ ແລະ ເຂົ້າໃຈກັນ.

6. ຈະບໍ່ມີຄວາມຮູ້ສຶກຢາກປ່ຽນຄົນຮັກ ຫຼື ຕົວທ່ານເອງ

ທຸກຄັ້ງທີ່ເຮົາພົບກັບຄົນທີ່ຮັກເຮົາ. ເຮົາຈະຮັບໄດ້ໃນຕົວຕົນທີ່ເຂົາເປັນຢ່າງແທ້ຈິງ ເຖິງບໍ່ແມ່ນຊາຍຫນຸ່ມທີ່ສົມບູນແບບທີ່ເຄີຍຝັນ. ຄວາມຮັກແບບຜູ້ໃຫ່ຍ ແມ່ນຄວາມສໍາພັນທີ່ທັງສອງຝ່າຍຮັກ ແລະ ຈິງໃຈຕໍ່ກັນ.

ອ້າງອີງ:

https://cutt.ly/beyM8Tiw

https://cutt.ly/beyM8J9w

https://cutt.ly/yeyM4fme

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/