ແຈກຟຣີແລ້ວ! Cities Skylines ໃນ Epic Games ຮອດວັນທີ 17 ມີນາ ນີ້


Cities Skylines ເປັນເກມທີ່ໄດ້ຮັບນິຍົມຫຼາຍ ໂດຍຕົວເກມຈະເຮັດໃຫ້ຜູ້ຫຼິ້ນ ສາມາດສ້າງເມືອງ, ພັດທະນາ ແລະ ວາງແຜນຜັງເມືອງ ໃນແບບຂອງຕົນເອງ. ເປີດຕົວໃນປີ 2015 ໂດຍບໍລິສັດ Colossal Order (ບໍລິສັດພັດທະນາວິດີໂອເກມຈາກ ຟິນແລນ). ຈຸດເດັ່ນຂອງເກມນີ້ແມ່ນເນັ້ນຄວາມສົມຈິງ ໃນການບໍລິຫານເມືອງ ໂດຍມີທັງລະບົບການແບ່ງເຂດປົກຄອງ, ການເສຍພາສີ, ການບໍລິການສາທາລະນະ ການຂົນສົ່ງສາທາລະນະ ໃນແຕ່ລະພື້ນທີ່ ເປັນຕົ້ນ.

ໂດຍປົກກະຕິແລ້ວເກມນີ້ຖືກວາງຂາຍຢູ່ຮ້ານຄ້າ Steam ດ້ວຍລາຄາ 29.99 ໂດລ້າ ຫຼືປະມານ 345,000 ກີບ. ແຕ່ຫຼ້າສຸດ ໃນຮ້ານຄ້າ Epic Games ໄດ້ເປີດໃຫ້ດາວໂຫຼດ ແລະ ຫຼິ້ນເກມນີ້ແບບຟຣີໆໄດ້ເລີຍຈົນຮອດວັນທີ 17 ມີນານີ້.

ດາວໂຫຼດໄດ້ທີ່: https://store.epicgames.com/digitalgame2u/cities-skylines

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/