ຜ່ານໄປຮຽບຮ້ອຍກັບການຈັບສະຫຼາກແບ່ງກຸ່ມ ບານໂລກ 2022 ທີ່ກາຕາ ໂດຍມີຄວາມເຮຮາເລັກໆໜ້ອຍໆ ຢູ່ທີ່ ກຸ່ມ H ເມື່ອທີມຊາດ ການາ ແລະ ອຸຣຸໄກວ ຖືກຈັບມາຢູ່ກຸ່ມດຽວກັນ. ນັ້ນໝາຍຄວາມວ່າທັງສອງທີມຈະໄດ້ໂຄຈອນມາພົບກັນອີກເທື່ອໜຶ່ງ ຫຼັງຈາກທີ່ຄູ່ນີ້ເຄີຍສ້າງເຫດການສຸດດຣາມ່າ ໄວ້ເມື່ອບານໂລກ 2010.
ຢ້ອນກັບໄປຮອບ 8 ທີມສຸດທ້າຍຂອງບານໂລກ 2010. ຕອນນັ້ນ ອຸຣຸໄກວສະເໝີກັບ ການາ 1-1 ແລະ ໃນນາທີສຸດທ້າຍຂອງການຕໍ່ເວລາພິເສດ 120 ນາທີ ການາກຳລັງຈະກາຍເປັນຜູ້ຊະນະໃນເກມນີ້ ເມື່ອ Dominic Adiyiah ເອົາຫົວຕີບານເຂົ້າປະຕູ ແຕ່ບານກຳລັງຈະຂ້າມເສັ້ນເປັນປະຕູຢູ່ແລ້ວ ແຕ່ກັບມີມືປິດສະໜາທີ່ບໍ່ໄດ້ໃສ່ຖົງມືຮັບບານ ຍື່ນມາປັດໝາກບານອອກໄປ. ນັ້ນກໍຄືມືຂອງ Luiz Suarez ກອງໜ້າຂອງທີມຊາດອຸຣຸໄກວ ເຮັດໃຫ້ລາວຖືກໃບແດງໄລ່ອອກຈາກສະໜາມໄປ ແລະ ການາກໍໄດ້ຈຸດໂທດໃນຈັງຫວະນັ້ນ.

ເກມເບິ່ງຄືວ່າຈະຈົບແລ້ວ ເພາະຂໍພຽງແຕ່ການາຍິງຈຸດໂທດລູກນີ້ເຂົ້າ ກໍຈະເປັນຝ່າຍທີ່ຊະນະທັນທີ. ແຕ່ມັນບໍ່ເປັນແນວນັ້ນ ເມື່ອ Asamoah Gyan ຍິງຈຸດໂທດລູກນັ້ນບໍ່ເຂົ້າ ເຮັດໃຫ້ເວລາ 120 ນາທີໄດ້ໝົດລົງໄປ ຈົນທັງສອງທີມຕ້ອງມາດວນຈຸດໂທດກັນ. ສຸດທ້າຍຜົນອອກມາເປັນອຸຣຸໄກວທີ່ສາມາດເອົາຊະນະການາໄປໄດ້ ສົ່ງຜົນໃຫ້ການາຕົກຮອບໄປແບບຢ່າງເຈັບປວດສຸດໆ ເພາະຈາກທີ່ຈະຜ່ານເຂົ້າຮອບໄປຢູ່ແລ້ວຕັ້ງສອງເທື່ອ ຈາກການທີ່ຈະຍິງປະຕູໃນນາທີສຸດທ້າຍ ແຕ່ກໍມາຖືກມືຂອງ Suarez ປັດໄວ້, ອີກເທື່ອໜຶ່ງກໍມາພາດຈຸດໂທດ ໄປແບບໜ້າເສຍດາຍ.

ການໂຄຈອນມາພົບກັນ ໃນຮອບ 12ປີ ຄັ້ງນີ້ ເຮັດໃຫ້ Kurt Okraku ປະທານສະມາຄົມບານເຕະຂອງປະເທດ ການາ ຕື່ນເຕັ້ນທີ່ຈະຖືໂອກາດນີ້ປຸກໃຈໃຫ້ນັກເຕະບານການາ ມາຮ່ວມແຮງຮ່ວມໃຈກັນແກ້ແຄ້ນອຸຣຸໄກວເພື່ອຫວັງລຶບບາດເກົ່າທີ່ເຄີຍຕົກຮອບຍ້ອນອຸຣຸໄກວ. ທັງສອງຈະສູ້ກັນໃນວັນທີ 2 ທັນວານີ້, ເຊິ່ງຈະເປັນການແຂ່ງຂັນນັດສຸດທ້າຍຂອງກຸ່ມ H ແລະ ອາດຈະເປັນເກມຕັດສິນໂອກາດການຜ່ານເຂົ້າຮອບຂອງທັງສອງ.

Kurt Okraku ໃຫ້ສຳພາດ ກັບ BBC Africa ວ່າ: “ມັນຮອດເວລາແກ້ແຄ້ນຂອງພວກເຮົາແລ້ວ. ເກມນັດນັ້ນເມື່ອ 12 ປີກ່ອນ ພວກເຮົາຄິດວ່າພວກເຮົາຈະເປັນຜູ້ຊະນະ ແຕ່ກໍຍ້ອນ ມືຂອງ Suarez ມາຊ່ວຍເຊບໄວ້. ເຖິງຢ່າງໃດ ມັນເປັນເລື່ອງທີ່ໜ້າສົນໃຈຫຼາຍສໍາລັບພວກເຮົາທີ່ຈະໄດ້ພົບກັບພວກເຂົາອີກເທື່ອໜຶ່ງ, ຊັດເຈນວ່າເຮົາມີຄວາມຊົງຈຳທີ່ດີກັບເລື່ອງນີ້”.
ຂອບໃຈຂໍ້ມູນຈາກ: https://cutt.ly/HDZUpZ8
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/