ເວລາຂອງໝີຂົ້ວໂລກກຳລັງຫຼຸດລົງ ຫາກໂລກຮ້ອນຂຶ້ນອີກ 2 ອົງສາ


ຈາກງານນວິໄຈໃໝ່ທີ່ເຜີຍແຜ່ໃນວາລະສານ Communications Earth & Environment ນັກວິທະຍາສາດໄດ້ພິຈະລະນາແບບຈຳລອງສະພາບອາກາດຄັ້ງໃໝ່ທີ່ມາຈາກຄະນະກຳມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບອາກາດ (IPCC) ເພື່ອສຶກສາວ່າຍາມໃດທີ່ນ້ຳກ້ອນໃນທະເລຂອງອ່າວຮັດສັນຈະບາງລົງເກີນໄປ ເກີນກວ່າທີ່ໝີຂົ້ວໂລກຈະຢູ່ລອດໄດ້.

ພວກເຂົາໄດ້ພົບວ່າ ຫາກອຸນຫະພູມໂລກເພີ່ມຂຶ້ນແຕະລະດັບ 1.6 ອົງສາ ຮອດ 2.1 ອົງສາ ປະຊາກອນໝີຂົ້ວໂລກທາງໃຕ້ຂອງອ່າວຈະສູນພັນ ຫາຍໄປໝົດ ແລະ ຫາກອຸນຫະພູມຂຶ້ນໄປຮອດ 2.2 ອົງສາ – 2.6 ອົງສາ ໝີຂົ້ວໂລກທີ່່ຢູ່ທາງຕອນເໜືອຂອງອ່າວກໍຈະຫາຍຕາມໄປເຊັ່ນກັນ.

ແຕ່ເມື່ອໂລກຮ້ອນຂຶ້ນ ອຸນຫະພູມທີ່ສູງຂຶ້ນນັ້ນກໍໄດ້ທຳລາຍວັດຖະຈັກດັ່ງກ່າວ ມັນຈະເຮັດໃຫ້ແຜ່ນນ້ຳກ້ອນກໍ່ຕົວໜ້ອຍລົງ ແລະ ລະລາຍຂຶ້ນໄວ ເຊິ່ງໝາຍຄວາມວ່າໝີຂົ້ວໂລກຈະມີເວລາຫາອາຫານໜ້ອຍລົງ ແລະ ຕ້ອງອົດອາຫານໃນລະດູໃບໄມ້ປົ່ງດົນກວ່າປົກກະຕິ ທັງໝົດນີ້ຕ່າງສົ່ງຜົນຕໍ່ຄວາມຢູ່ລອດຂອງມັນ.

ສຳລັບນັກວິທະຍາສາດແລ້ວ ໝີຂົ້ວໂລກຂອງອ່າວຮັດສັນນັ້ນຖືວ່າເປັນປະຊາກອນໝີຂົ້ວໂລກທີ່ຢູ່ໃຕ້ສຸດ ເຮັດໃຫ້ມັນສາມາດເປັນຕົວບົ້ງຊີ້ໄດ້ວ່າແມ່ນຫຍັງຈະເກີດຂຶ້ນຕໍ່ໄປກັບປະຊາກອນໝີຂົ້ວໂລກອີກ 17 ກຸ່ມທີ່ເຫຼືອ ຜົນກະທົບດັ່ງກ່າວອາດຈະຂຶ້ນກັບໝີໝົດສາຍພັນ ແລະ ມັນກຳລັງເລີ່ມຂຶ້ນແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/