- ວັກຊີນ Pfizer ແມ່ນຫຍັງ?
ວັກຊີນ Pfizer ມີຊື່ທາງການວ່າ BNT162b2 ເປັນວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ຖືກຄິດຄົ້ນໂດຍ ບໍລິສັດ ໄຟເຊີ (Pfizer) ຮ່ວມກັບ ບໍລິສັດສັນຊາດເຢຍລະມັນທີ່ມີຊື່ວ່າ ໄບໂອເອັນເທັກ (BioNtech) ໂດຍວັກຊີນຊະນິດນີ້ ແມ່ນການສັງເຄາະສານພັນທຸກຳຮຽນແບບເຊື້ອພະຍາດຂຶ້ນມາ ດັ່ງນັ້ນ ວັກຊີນຊະນິດນີ້ຈຶ່ງບໍ່ມີອະນຸພາກຂອງເຊື້ອພະຍາດ ຫຼື ແບັກທີເຣຍທີ່ຕາຍແລ້ວຢູ່ເລີຍ.
ເມື່ອວັກຊີນຊະນິດນີ້ຖືກສັກເຂົ້າໄປໃນຮ່າງກາຍແລ້ວ ຢາຈະກະຕຸ້ນໃຫ້ເກີດການສ້າງໂປຣຕີນສ່ວນໜາມ (Spike Protein) ທີ່ຄືກັບເຊື້ອພະຍາດໂຄວິດ-19 ເມື່ອຮ່າງກາຍຮັບປະຕິກິລິຍາ ຫຼື ໂປຣຕີນສ່ວນໜາມທີ່ຄ້າຍຄືກັບໄວຣັສ ຮ່າງກາຍຈະສ້າງພູມຕ້ານທານໄວ້ເພື່ອປ້ອງກັນໄວຣັສ ຫຼື ພະຍາດທີ່ຈະເຂົ້າມາ.
- ວັກຊີນ Pfizer ມີປະສິດທິພາບແນວໃດ?
ວາລະສານທາງການແພດຂອງ The New England Journal Of Medicine ໃນເດືອນກັນຍາ ປີ 2020 ໄດ້ເຜີຍການທົດລອງວັກຊີນກັບ ອາສາສະໝັກ 43,548 ຄົນ ທີ່ມີອາຍຸຕັ້ງແຕ່ 16 ປີຂຶ້ນໄປ ພົບວ່າມີປະສິດທິພາບໃນການປ້ອງກັນການຕິດເຊື້ອແບບມີອາການໄດ້ 95%.
- ວັກຊີນ Pfizer ສັກແນວໃດ?
ວັກຊີນຊະນິດນີ້ແມ່ນສັກທັງໝົດ 2 ເຂັມ ທີ່ຫ່າງກັນ 21-28 ມື້ ໂດຍໃຊ້ວິທີການສັກເຂົ້າໄປໃນກ້າມຊີ້ນແຂນເບື້ອງເທິງ ແລະ ພູມຕ້ານທານຈະເລີ່ມເກີດຫຼັງຈາກສັກໄປແລ້ວ 12 ມື້ ແຕ່ພູມຕ້ານທານຈະເຮັດມີປະສິດທິພາບສູງສຸດເມື່ອສັກຄົບ 2 ເຂັມ.

- Pfizer ມີຜົນກະທົບແນວໃດ?
ຜົນການທົດລອງຄັ້ງທີສາມ ພົບວ່າ ວັກຊີນຊະນິດນີ້ ມີຜົນກະທົບບໍ່ຮຸນແຮງ ໃນກຸ່ມຄົນອາຍຸ 16 – 65 ປີ ແລະ ພົບຜົນກະທົບໄດ້ຫຼາຍທີ່ສຸດໃນກຸ່ມທີ່ມີອາຍຸ 55 ປີຂຶ້ນໄປ ໂດຍມີອາການປວດບໍລິເວນສັກ 83% ແລະ ພົບໃນຄົນກຸ່ມອາຍຸນ້ອຍ 71%, ອ່ອນເພຍ 47%, ປວດຫົວ 42%, ໜາວສັ່ນ 14%.
ຜົນກະທົບທີ່ຄົ້ນພົບໄດ້ຍາກ ແມ່ນ ເປັນລົມ, ວຽນຫົວ, ການເບິ່ງເຫັນຜິດປົກກະຕິ ຫຼື ຮູ້ສຶກຊາໃນຮ່າງກາຍ ຫາກມີອາການດັ່ງກ່າວນີ້ຫຼັງຈາກສັກວັກຊີນຊະນິດນີ້ຄວນແຈ້ງເຈົ້າໜ້າທີ່ສາທາລະນະສຸກທັນທີ.
- ວັກຊີນ Pfizer ເໝາະ ແລະ ບໍ່ເໝາະກັບໃຜ?
ວັກຊີນຊະນິດນີ້ເໝາະກັບຄົນທີ່ມີອາຍຸ 16 ປີຂຶ້ນໄປ, ຜູ້ທີ່ເຮັດວຽກດ້ານສາທາລະນະສຸກ, ຜູ້ທີ່ມີໂລກປະຈຳຕົວ, ຜູ້ທີ່ມີບັນຫາທາງພູມຕ້ານທານ, ຜູ້ທີ່ເຄີຍຕິດໂຄວິດ.
ວັກຊີນຊະນິດນີ້ບໍ່ເໝາະກັບ ຄົນທີ່ມີອາຍຸໜ້ອຍກວ່າ 16 ປີ, ຜູ້ທີ່ມີອາການພູມແພ້ຮຸນແຮງ, ຜູ້ທີ່ມີອາການພູມແພ້ສານທີ່ໃຊ້ກັບຢາ ຫຼື ເຄື່ອງສຳອາງເຊັ່ນ: ສານໂພລີ ເອທິລີນ ໄກຄອນ (Polyethylene glycol) ຫຼື ພໍລິຊໍເບດ (Polysorbate)
ທີ່ມາ: https://www.bangkokbiznews.com/news/detail/942919
ພາບ: bangkokbiznews
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/