ເລີ່ມຕົ້ນປີໃໝ່ ຢາກປ່ຽນນິດໄສນອນຕື່ນສວາຍ


ຫຼາຍຄົນເມື່ອເລີ່ມຕົ້ນປີກໍມັກຈະຕັ້ງໜຶ່ງໃນເປົ້າໝາຍຢາກຕື່ນເຊົ້າ ແຕ່ກໍເຮັດບໍ່ໄດ້ຈັກເທື່ອ ເຖິງແມ່ນວ່າການນອນຕື່ນເຊົ້າຈະເປັນເລື່ອງຍາກ ແຕ່ຖ້າເຮັດໄດ້ມັນຈະຊ່ວຍເພີ່ມປະສິດທິພາບໃນການໃຊ້ຊີວິດຂອງເຮົາໄດ້ ແຕ່ຈະມີວິທີໃດແດ່ທີ່ສາມາດປ່ຽນຄົນຕື່ນສວາຍແບບພວກເຮົາໃຫ້ກາຍເປັນຄົນຕື່ນເຊົ້າໄດ້ນັ້ນເຮົາມາຕິດຕາມພ້ອມກັນເລີຍ

ຄິດຫາຂໍ້ດີຂອງການຕື່ນເຊົ້າ

  • ມີເວລາຫຼາຍຂຶ້ນ: ບໍ່ວ່າຈະເປັນເວລາອອກກຳລັງກາຍຕອນເຊົ້າທີ່ຊ່ວຍກະຕຸ້ນໃຫ້ເຮົາສົດຊື່ນກ່ອນເລີ່ມຕົ້ນໄປເຮັດວຽກໃນຕອນເຊົ້າ
  • ມີເວລາເຮັດວຽກເພີ່ມຂຶ້ນ: ເມື່ອເຮົາຕື່ນເຊົ້າຂຶ້ນເວລາກໍຈະເພີ່ມຂຶ້ນ ແລະ ການເຮັດວຽກມີປະສິດທິພາບຫຼາຍຂຶ້ນ, ມີສະມາທິຫຼາຍຂຶ້ນ
  • ຜິວພັນຜ່ອງໃສ: ການເຂົ້ານອນໄວ ແລະ ຕື່ນເຊົ້າຊ່ວຍໃຫ້ໃບໜ້າສົດໃສ, ອາການກ້ອງຕາດຳ ຫຼື ຮອຍຕ່າງໆກໍດູດີຂຶ້ນ
  • ມີເວລາໃຫ້ຕົນເອງຫຼາຍຂຶ້ນ: ເຊັ່ນເວລາຈິບກາແຟ, ກິນເຂົ້າເຊົ້າ, ຊົມນົກຊົມສວນ, ອ່ານປຶ້ມອ່ານໜັງສືພິມ ກິດຈະກຳເຫຼົ່ານີ້ຈະຊ່ວຍເພີ່ມພະລັງກ່ອນເລີ່ມຕົ້ນເຮັດວຽກດ້ວຍຄວາມສະບາຍໃຈ ແລະ ບໍ່ຮີບຮ້ອນຟ້າວຟັ່ງອີກດ້ວຍ

ຕັ້ງເປົ້າໝາຍໃນການຕື່ນເຊົ້າ

ສາເຫດທີ່ເຮົາຍັງຕື່ນເຊົ້າບໍ່ໄດ້ທຸກມື້ນີ້ອາດມີສາເຫດຍ້ອນເຮົາຍັງບໍ່ໄດ້ເລີ່ມຕັ້ງເປົ້າໝາຍວ່າຈະຕື່ນມາເຮັດຫຍັງ ຈຶ່ງເຮັດໃຫ້ເຮົາບໍ່ຮູ້ສຶກຢາກຕື່ນ ຖ້າຕື່ນມາແລ້ວບໍ່ມີຫຍັງເຮັດ ສະນັ້ນລອງຕັ້ງເປົ້າໝາຍເລັກໆນ້ອຍໆເຊັ່ນ: ຕື່ນມາອອກກຳລັງກາຍ, ຕື່ນມາຈິບກາເຟຕອນເຊົ້າ, ຕື່ນເພື່ອກິນເຂົ້າເຊົ້າ ແລະ ອີກຫຼາຍໆເປົ້າໝາຍແລ້ວແຕ່ບຸກຄົນວ່າເປົ້າໝາຍໃດຈະເປັນແຮງຈູງໃຈໃຫ້ເຮົາຢາກຕື່ນເຊົ້າໄດ້.

ຕັ້ງໂມງປຸກໃຫ້ໄວຂຶ້ນ 15 ນາທີ

ຖ້າການຕື່ນເຊົ້າບາດດຽວບໍ່ແມ່ນທາງເລືອກ ລອງຕື່ນເຊົ້າກ່ອນມື້ວານພຽງ 15 ນາທີແລ້ວມື້ຕໍ່ໄປຈຶ່ງເພີ່ມໄປອີກເລື້ອຍໆ ວິທີນີ້ຈະເຮັດໃຫ້ບໍ່ທໍລະມານຕົນເອງເກີນໄປ.

ເລືອກສຽງໂມງປຸກ

ຫຼາຍຄົນອາດຈະຄິດວ່າໂມງປຸກຈັງຫວະໄວໆສຽງດັງໆຈະຊ່ວຍປຸກໃຫ້ຕື່ນໄດ້ດີທີ່ສຸດ ແຕ່ແທ້ຈິງແລ້ວສຽງທີ່ຊ່ວຍໃຫ້ປຸກໄດ້ດີທີ່ສຸດຄືສຽງຂອງທຳມະຊາດບໍ່ວ່າຈະເປັນສຽງນ້ຳຕົກ, ສຽງນົກຮ້ອງ, ສຽງຕົ້ນໄມ້ໃບຫຍ້າ ຊ່ວຍໃຫ້ອາລົມໃນຕອນຕື່ນເບີກບານກວ່າສຽງໂມງປຸກແບບປົກກະຕິ.

ປິດແສງ ສີ ສຽງ ກ່ອນນອນ

ການຕື່ນເຊົ້າສຳພັນໄປເຖິງການນອນທີ່ມີຄຸນະພາບ ເນື່ອງຈາກວ່າເຮົາມັກຈະເຄີຍຊິນກັບການເບິ່ງໜ້າຈໍກ່ອນນອນເປັນປະຈຳ ເຮັດໃຫ້ແສງຈາກໜ້າຈໍໄປລົບກວນການເຮັດວຽກຂອງຮໍໂມນທີ່ຊື່ວ່າ ‘ເມລາໂທນິນ ‘(melatonin) ເຊິ່ງເປັນຮໍໂມນທີ່ເຮັດໃຫ້ເກີດຄວາມຮູ້ສຶກຢາກນອນ ເມື່ອຮູ້ສຶກນອນຫຼັບຍາກເມື່ອຕື່ນມາກໍຈະຕື່ນບໍ່ເຕັມອີ່ມບໍ່ສົດຊື່ນໃນຕອນເຊົ້າ ດັ່ງນັ້ນຄວນປິດແສງ ສີ ສຽງບໍ່ໃຫ້ລົບກວນກ່ອນເຂົ້ານອນ.

ຕື່ນແລ້ວຮີບລຸກອອກຈາກຕຽງ

ເພາະຖ້າເຮົາຕື່ນແລ້ວແຕ່ຍັງນອນຢູ່ເທິງຕຽງບໍ່ອອກໄປໃສຍິ່ງຈະເຮັດໃຫ້ເພີ່ມຄວາມຂີ້ຄ້ານຂຶ້ນເທົ່ານັ້ນ ຫຼື ຖ້າໃຜລຸກອອກຈາກຕຽງໄດ້ຍາກອີກວິທີໜຶ່ງຄືຕັ້ງໂມງປຸກໃວ້ໄກຈາກຕຽງໃຫ້ຕົນເອງໄດ້ລຸກຍ່າງໄປປິດໂມງປຸກ.

ເປີດຜ້າມ່ານຮັບແສງແດດຍາມເຊົ້າ

ແສງແດດອ່ອນໆໃນຍາມເຊົ້າຈະຊ່ວຍໃຫ້ຮ່າງກາຍຕື່ນຕົວ ແລະ ຜະລິດສານທີ່ເຮັດໃຫ້ອາລົມແຈ່ມໃສ ຄວາມສະຫວ່າງໃນຕອນເຊົ້າທີ່ສ່ອງເຂົ້າມາຈະຊ່ວຍປຸກໃຫ້ເຮົາຕື່ນໄດ້ໂດຍບໍ່ຕ້ອງເພິ່ງໂມງປຸກ.

ດື່ມນ້ຳ 1 ແກ້ວຫຼັງຈາກຕື່ນນອນ

ຂະນະທີ່ເຮົານອນຫຼັບຕອນກາງຄືນອາດໃຫ້ເກີດພາວະຂາດນ້ຳໄດ້ ການດື່ມນ້ຳຈະຊ່ວຍເພີ່ມຄວາມສົດຊື່ນອາລົມດີຂຶ້ນອີກດ້ວຍ.

ດ້ວຍວິທີຂ້າງຕົ້ນນີ້ກໍຊ່ວຍປ່ຽນເຮົາຈາກຄົນນອນຕື່ນສວາຍໃຫ້ກາຍເປັນຄົນຕື່ນເຊົ້າໄດ້ ແຕ່ທີ່ສຳຄັນຄືຕ້ອງພະຍາຍາມເຮັດຢ່າງຕໍ່ເນື່ອງທຸກມື້ ບໍ່ເວັ້ນແມ້ແຕ່ມື້ທີ່ບໍ່ວຽກຫຼືມື້ທີ່ບໍ່ໄດ້ອອກໄປໃສກໍຕ້ອງຕື່ນເຊົ້າໃຫ້ເກີດຄວາມສະໝ່ຳສະເໝີຈົນກາຍເປັນນິດໄສມັກນອນຕື່ນເຊົ້າໄປເລີຍ ເຖິງແມ່ນວ່າມັນອາດຈະບໍ່ງ່າຍແຕ່ຖ້າເຮັດໄດ້ລ້ວນແຕ່ສົ່ງຜົນດີຕໍ່ປະສິດທິພາບໃນການໃຊ້ຊີວິດປະຈຳວັນແນ່ນອນ

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/pwLimQUo

https://cutt.ly/ewLimAVt

https://cutt.ly/UwLimKjA

https://cutt.ly/uwLim7D2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/