ເຢຍລະມັນ ລ້ຳ! ຜະລິດເບຍຈາກນ້ຳທີ່ຣີໄຊເຄິນ


ເບຍຍີ່ຫໍ້ Reuse Brew ເບຍລາເກີເຢຍລະມັນຄລາສສິກທີ່ມີສ່ວນປະສົມຂອງນ້ຳໃຊ້ແລ້ວທີ່ນຳກັບມາຣີໄຊເຄິນໃໝ່ໂດຍພັດທະນາຂຶ້ນຈາກຄວາມຮ່ວມມືກັນລະຫວ່າງທາງໃຕ້ຂອງປະເທດເຢຍລະມັນ ກັບບໍລິສັດເຕັກໂນໂລຊີນ້ຳສັນຊາດອາເມຣິກາ Xylem ແລະ ມະຫາວິທະຍາໄລເທັກນິກມິວນິກ (TUM) ໂດຍສະເພາະພະແນກເຕັກໂນໂລຊີໂຮງເບຍ ແລະ ເຄື່ອງດື່ມ.

ໂດຍຂັ້ນຕອນທຳອິດຈະໃຫ້ເຄື່ອງຈັກສີດໂອໂຊນເຂົ້າໄປໃນນ້ຳ ຈາກນັ້ນກາກຕະກອນຈະຖືກທຳລາຍດ້ວຍຣັງສີ UV ແລະ ຈະຖືກບຳບັດຕໍ່ດ້ວຍເມັດໄຮໂດຣເຈນເປີອັອກໄຊ ໃນຂັ້ນຕອນສຸດທ້າຍ ນ້ຳຈະຖືກປ່ອຍຜ່ານຕົວກອງຄາບອນ ດ້ວນຂະບວນການດັ່ງກ່າວສາມາດກຳຈັດສິ່ງປົນເປື້ອນໄດ້ 99,999% ຜົນຄືໄດ້ນ້ຳສະອາດນັ້ນເອງ.

ປັດຈຸບັນຄວາມຕ້ອງການນ້ຳມີຫຼາຍຂຶ້ນ ແຕ່ການປ່ຽນແປງສະພາບອາກາດ ກໍເຮັດໃຫ້ເກີດໄພແຫ້ງແລ້ງຫຼາຍກວ່າເກົ່າ ໃນສ່ວນຂອງເບຍ Reuse Brew ທີ່ຜະລິດຈາກນ້ຳຣີໄຊເຄິນນີ້ ບໍ່ໄດ້ມີໄວ້ຂາຍ ແຕ່ຈະມີລອງດື່ມທີ່ງານ IFAT ພຽງເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/