ເມື່ອຄວາມບັງເອີນບໍ່ແມ່ນຄວາມບັງເອີນອີກຕໍ່ໄປ? ເຂົ້າໃຈເຫດຜົນທາງຈິດວິທະຍາວ່າເປັນຫຍັງເຮົາຈຶ່ງມັກເຫັນເຫດການ ຫຼື ສິ່ງຂອງເດີມຢູ່ຊ້ຳໆ


ເຈົ້າ​ເຄີຍ​ບໍ່? ເວລາທີ່ໄປຊື້ຖົງໃບໃໝ່, ເມື່ອຈະເອົາມັນຂຶ້ນມາໃຊ້ກໍຈະເຫັນຄົນທີ່ໃຊ້ຖົງຍີ່ຫໍ້ດຽວກັນ ຊົງດຽວກັນຄືກັບຂອງເຮົາເຕັມໄປໝົດ ຫຼື ເມື່ອພວກເຮົາວາງແຜນທີ່ຈະໄປກິນເຂົ້າຢູ່ຮ້ານອາຫານຈັກແຫ່ງ, ເມື່ອເຂົ້າ IG ໄປເບິ່ງ ກໍຈະເຫັນໝູ່ຫຼາຍຄົນໂພສຮູບຮ້ານອາຫານນັ້ນ. ເຖິງແມ່ນວ່າໃນເວລາທີ່ເຮັດວຽກ ເມື່ອເຮົາເງີຍໜ້າຂຶ້ນຈາກຈໍຄອມພິວເຕີ ກໍ​ມັກ​ຈະ​ເຫັນ​ໂມງ​ບອກ​ເວ​ລາ​ເດີມໆ ຊ້ຳໆແບບບໍ່ໄດ້ຕັ້ງໃຈ ຈົນບາງຄັ້ງກໍຄິດວ່າ ​ ​ຊີວິດຂອງພວກເຮົາມັນເປັນແຫຼ່ງລວມເລື່ອງບັງເອີນແທ້ໆ.

ປາກົດການເຫຼົ່ານີ້ບໍ່ໄດ້ເກີດຂຶ້ນພຽງແຕ່ກັບເຮົາຜູ້ດຽວເທົ່ານັ້ນ, ມັນຍັງມັກເກີດຂຶ້ນກັບແຟນເພງທີ່ມັກວົງດົນຕີທີ່ມີຊື່ ແລະ ຕົວເລກຢູ່ທ້າຍ. ໂດຍພວກເຂົາມັກຈະພົບເຫັນຕົວເລກເຫຼົ່ານັ້ນໂດຍບັງເອີນຢູ່ຕະຫຼອດ ຄືກັບວ່ານີ້ແມ່ນເລື່ອງປາຕິຫານລະຫວ່າງພວກເຮົາ, ຕົວຢ່າງເຊັ່ນ: ແຟນເພງວົງ BNB129 ກໍມັກຈະເຫັນເລກ ‘129’ ຢູ່ທົ່ວທຸກແຫ່ງ, ບໍ່ວ່າຈະຢູ່ໃນຊອຍທີ່ເຂົາເຈົ້າຂັບລົດຜ່ານ, ຄ່າອາຫານຕາມສັ່ງ, ວິນາທີທີ່ຈອດຖ້າໄຟແດງ ຫຼື ແມ່ນວ່າ scene ທີ່ຢູ່ໃນລະຄອນ ຈົນກາຍເປັນປາກົດການໃນໂລກອອນລາຍ,  ເຊິ່ງໃຜພົບເຫັນເລກ 129 ຈະລວບລວມຫຼັກຖານເອົາມາໂພສລົງໃນ Twitter ແລະ ກາຍເປັນ hashtag ທີ່ມີຊື່ສຽງຄື: #129 ອີກລະ…

  • ມັນເປັນເລື່ອງບັງເອີນແທ້ໆ ຫຼື ມີບາງສິ່ງບາງຢ່າງທີ່ຫຼາຍກວ່ານັ້ນ?

ນັກຈິດຕະສາດ Carl Jung ໄດ້ອະທິບາຍເລື່ອງນີ້ວ່າເປັນ ‘Synchronicity’ ຫຼື ຄວາມບັງເອີນທີ່ຫາສາເຫດທີ່ຊັດເຈນບໍ່ໄດ້ ແຕ່ມັນມີຄວາມໝາຍຕໍ່ຜູ້ທີ່ປະສົບກັບເຫດການນັ້ນ.

  • ແລ້ວມັນກ່ຽວຫຍັງກັບການເຫັນຕົວເລກ ຫຼື ສິ່ງຂອງແບບຊໍ້າໆ?

ນັ້ນແມ່ນຍ້ອນວ່າສະໝອງຂອງມະນຸດມີການຮັບຮູ້ “ຮູບແບບ” ເຊິ່ງເປັນວິວັດທະນາການໜຶ່ງທີ່ເຮັດໃຫ້ມະນຸດສາມາດຢູ່ລອດໄດ້. ສະໝອງຂອງພວກເຮົາສາມາດຈື່ຈຳ ແລະ ຊອກຫາຮູບແບບຕ່າງໆໃນຊີວິດປະຈຳວັນໄດ້ຢ່າງວ່ອງໄວ ຈົນເບິ່ງຄືວ່າມັນເປັນເລື່ອງບັງເອີນ. ໂດຍສະເພາະຖ້າພວກເຮົາໃຫ້ຄວາມໝາຍ ຫຼື ໃຫ້ຄວາມສໍາຄັນກັບບາງສິ່ງບາງຢ່າງ ມັນອາດຈະເຮັດໃຫ້ພວກເຮົາເຫັນສິ່ງນັ້ນເລື້ອຍໆ, ຈົນເບິ່ງຄືວ່າມັນເປັນເລື່ອງບັງເອີນ.

  • ແລ້ວເຮົາຈະໃຊ້ເລື່ອງບັງເອີນເຫຼົ່ານີ້ມາປັບໃຊ້ໃນຊີວິດຈິງໄດ້ແນວໃດ?

ຈາກສິ່ງທີ່ເຫັນ “ໂດຍບັງເອີນ” ສູ່ເລື່ອງທີ່ “ຕັ້ງໃຈ” ໃຊ້ໃນຊີວິດຈິງ.

ມີຫຼາຍແນວຄວາມຄິດທາງທິດສະດີທີ່ເປັນແຫຼ່ງຂອງການພັດທະນາຕົນເອງ. ບໍ່ວ່າຈະເປັນການປັບປຸງພຶດຕິກໍາ, ການເຂົ້າໄປໃນ ແລະ ສໍາຫຼວດຄວາມຄິດຂອງຕົນເອງແລະ ແປຮູບອອກມາໃຫ້ເປັນການກະທໍາ. ລວມໄປເຖິງ Law of Attraction  ຫຼື “ກົດຂອງແຮງດຶງດູດ” ທີ່ເຄີຍເປັນເທຣນໃນການພັດທະນາຕົນເອງ ເຊິ່ງເລີ່ມຈາກແນວຄວາມຄິດທີ່ວ່າ ຄວາມຄິດໃນທາງບວກຂອງພວກເຮົາຈະເປັນພະລັງດຶງດູດໃຫ້ຈັກກະວານສົ່ງພະລັງງານທີ່ດີ ແລະ ເຮັດໃຫ້ເຮົາພົບແຕ່ສິ່ງທີ່ດີ ໂດຍຜ່ານສິ່ງທີ່ເອີ້ນວ່າ “Manifestation” ຫຼື ການຕັ້ງຈິດທີ່ມີຄວາມມຸ່ງໝັ້ນທີ່ຈະດຶງດູດພະລັງງານທີ່ດີເຂົ້າມາໃນຊີວິດ.

ຈາກຂໍ້ມູນຂ້າງເທິງເຮົາສາມາດສະຫຼຸບໄດ້ວ່າ ຖ້າພວກເຮົາມັກຈະພົບເຫັນຕົວເລກຊ້ໍາໆ, ສິ່ງຂອງຊ້ໍາໆ ຫຼື ເຫດການຊ້ໍາໆ ກໍອາດຈະບໍ່ແມ່ນຍ້ອນຄວາມບັງເອີນ. ແຕ່ມັນເປັນຍ້ອນວ່າເຮົາອາດໂຟກັດກັບບາງສິ່ງບາງຢ່າງໂດຍບໍ່ຮູ້ຕົວ ແລະ ຖ້າສິ່ງທີ່ພວກເຮົາໂຟກັດນັ້ນແມ່ນເລື່ອງທີ່ດີ ໃນຊີວິດກໍຈະເຮັດໃຫ້ເຮົາຍິ້ມໄດ້ ແລະ ບໍ່ມີຫຍັງຕ້ອງເປັນກັງວົນ.

ດັ່ງນັ້ນ, ພວກເຮົາສາມາດສືບຕໍ່ແນມຫາຕົວເລກ 129 ກໍໄດ້, ເພາະວ່າມັນເຮັດໃຫ້ເຮົາມີຄວາມາສຸກ.

ທີ່ມາ:

thematter

psychologytoday

pubmed.ncbi.nlm.nih

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/