ໂຄງການແລກປ່ຽນຊາວໜຸ່ມລາວ-ຍີ່ປຸ່ນ ຫຼື Diversity Voyage in Lao PDR ເປີດໃຫ້ສະໝັກແລ້ວ ສຳລັບນັກສຶກສາທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລ ແລະ ວິທະຍາໄລ ປີທີ 1 -3 ທົ່ວປະເທດ. ໂຄງການນີ້ ເປັນໂຄງການທີ່ນັກສຶກສາລາວຈະໄດ້ແລກປ່ຽນ, ໂອ້ລົມສົນທະນາ ກັບນັກສຶກສາຈາກມະຫາວິທະຍາໄລ ໂຕໂຢ (Toyo University) ປະເທດຍີ່ປຸ່ນ ຜ່ານລະບົບປະຊຸມອອນລາຍ (Online Conference).

ສຳລັບເງື່ອນໄຂຂອງການສະໝັກ:
- ນັກຮຽນ ທີ່ກໍາລັງສຶກສາ ຢູ່ມະຫາວິທະຍາໄລ ຫຼື ວິທະຍາໄລ ຊັ້ນປີ ທີ 1 – 3 ໃນທົ່ວປະເທດ.
- ມີຄວາມສາມາດໃນການສື່ສານ ພາສາອັງກິດ ໄດ້ໃນລະດັບດີ.
- ມີຄວາມສົນໃຈ ໃນວັດທະນະທໍາຂອງຍີ່ປຸ່ນ.
- ມີຄວາມສົນໃຈ ດ້ານການພັດທະນາແບບຍືນຍົງ ແລະ ການສົ່ງເສີມການທ່ອງທ່ຽວແບບອະນຸລັກ.
- ສາມາດແນະນໍາ ນະຄອນຫຼວງວຽງຈັນ ແລະ ວັດທະນາທໍາລາວ ໃຫ້ນັກສຶກສາ ຍີ່ປຸ່ນ ຜ່ານທາງອອນລາຍໄດ້.
- ມີຄວາມຄິດສ້າງສັນ, ມີອັດທະຍາໄສດີ, ກ້າສະແດງອອກ ແລະ ມີຄວາມເປັນຜູ້ນໍາ.
- ສາມາດເຂົ້າຮ່ວມໂຄງການໄດ້ ໃນວັນທີ 1-7/09/2021 (7 ມື້, ຕອນບ່າຍ 13:30-17:30) ມື້ລະ ປະມານ 3-4 ຊມ.
ສາມາດສະໝັກອອນລາຍໄດ້ແລ້ວທີ່: https://bit.ly/2021sm-DVOVientiane
ລາຍລະອຽດເພີ່ມຕື່ມ: https://j-gift.org/…/Invitation-to-Diversity-Voyage-in
ພາບຈາກ: YouTube
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/