ເປີດຮັບສະມັກ ຊາວໜຸ່ມລາວ ທີ່ມີເງື່ອນໄຂ ສະໝັກເຂົ້າຮ່ວມ ກອງປະຊຸມທາງໄກພາຍໃຕ້ໂຄງການຊາວໜຸ່ມເດີນທະເລປະຈຳປີ 2021. ຊາວໜຸ່ມທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້່ແມ່ນຈະໄດ້ຮັບປະໂຫຍດດ້ານການກຽມຄວາມພ້ອມລ່ວງໜ້າ ເພື່ອສົ່ງເສີມຄວາມຮູ້ ຄວາມສາມາດຂອງທັກສະການສົນທະນາເທິງເຮືອ ແລະ ກຽມຄວາມພ້ອມລ່ວງໜ້າເພື່ອສະໝັກ ເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນໃນອານາຄົດ.
ເງື່ອນໄຂການສະໝັກມີດັ່ງນີ້:
- ເປັນພົນລະເມືອງລາວ ແລະ ຖືສັນຊາດລາວ, ເປັນສະມາຊິກຊາວໜຸ່ມ ອາຍຸລະຫວ່າງ 18 – 30 ປີ.
- ສາມາດເວົ້າ, ຂຽນ, ອ່ານ ພາສາອັງກິດໃນລະດັບດີ.
- ມີຄວາມຮູ້ ແລະ ມີຄວາມສົນໃຈກ່ຽວກັບເສດຖະກິດ, ວັດທະນະທຳຂອງອາຊຽນ ແລະ ຍີ່ປຸ່ນ
- ມີຄອມພິວເຕີ້ເປັນຂອງຕົນເອງ ແລະ ສາມາດນຳໃຊ້ອິນເຕີເນັດໄດ້
- ຜູ້ເຂົ້າຮ່ວມຕ້ອງຮັບປະກັນຕົນເອງວ່າສາມາດເຂົ້າຮ່ວມປະຊຸມແຕ່ຕົ້ນຈົນຈົບກອງປະຊຸມຕາມວາລະຂອງເຈົ້າພາບ.
- ຜູ້ເຂົ້າຮ່ວມກອງປະຊຸມຕ້ອງບໍ່ເຄີຍເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ອາຊຽນ – ຍີ່ປຸ່ນມາກ່ອນ.
ສາມາດສອບຖາມຂໍ້ມູນເພີ່ມຕື່ມທີ່ ພະແນກອາຊຽນ, ກົມພົວພັນຮ່ວມມືຕ່າງປະເທດ ສຊປລ ໂທລະສັບ ຫຼື ວັອດແອັບ 02055057373 (ເວລາລັດຖະການ)
ທີ່ມາ: https://bit.ly/3gBjERg
ພາບ: thetravelintern, Lao Youth Union


ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/