Motorola ໄດ້ປະກາດເປີດຕົວສະມາດໂຟນ flagship ຂອງປີ 2023 ໂດຍມາພ້ອມຊິບເຊັດ Qualcomm Snapdragon 8 Gen 2, ມີເຊັນເຊີກ້ອງຫຼັກຂະໜາດໃຫຍ່ທີ່ມີຄວາມລະອຽດ 50 ລ້ານພິກເຊລ ເເລະ ຮອງຮັບການສາກເເບັດທີ່ໄວຂຶ້ນ 125W.
Motorola Edge 40 Pro ມີຮາດແວສ່ວນໃຫຍ່ຄ້າຍຄືກັນກັບ Moto X40 ທີ່ເປີດຕົວໃນປະເທດຈີນ. ແຕ່ມີການປັບເເຕ່ງໜ້າຕາ UI ໃຫ້ເບິ່ງສະອາດຂຶ້ນ ແລະໃກ້ຄຽງກັບການນໍາໃຊ້ Android 13 ທີ່ເປັນເເບບ Pure Android.

ສະຫຼຸບລາຍລະອຽດຂອງ Motorola Edge 40 Pro:
- ຈໍສະແດງຜົນຫຼັກແມ່ນ pOLED 2.5D, ເເບບ Endless Edge Display ຂະໜາດ 6.67 ນິ້ວ, ຄວາມລະອຽດ FHD+ (2400 x 1080 pixels) ອັດຕາສ່ວນພາບ 20:9, ຈໍສະແດງຜົນສີ 10-bit, ຮອງຮັບ Refresh Rate 165Hz ແລະ ຄວາມສະຫວ່າງສູງສຸດ 1,100 nits.
- ໜ່ວຍປະມວນຜົນ: Snapdragon 8 Gen 2 Octa Core
- RAM: 12GB LPDDR5X
- ROM: 256GB UFS 4.0
- ກ້ອງຫຼັງມີ 3 ເລນດັ່ງນີ້:
- ເລນຫຼັກມີຄວາມລະອຽດ 50 ລ້ານພິກເຊລ, ຮູຮັບແສງ f/1.8, ຮອງຮັບການກັນສັ່ນສະເທືອນ OIS, PDAF
- ເລນ Ultra-Wide Angle ມີຄວາມລະອຽດ 50 ລ້ານພິກເຊລ, ຮູຮັບແສງ f/2.2, ມຸມກວ້າງ 114 ອົງສາ ແລະ ຮອງຮັບການຖ່າຍພາບ Macro Vision.
- ເລນ Portrait 2x ມີຄວາມລະອຽດ 12 ລ້ານພິກເຊລ, ຮູຮັບແສງ f/1.6
- ກ້ອງໜ້າມີຄວາມລະອຽດ 60 ລ້ານພິກເຊລ, ຮູຮັບແສງ f/2.2
- ລະບົບປະຕິບັດການ Android 13
- ຮອງຮັບການເຊື່ອມຕໍ່ Wi-Fi 802.11 a/b/g/n/ac/ax, Bluetooth 5.3, 5G, NFC, ພອດ USB Type-C
- ແບັດເຕີຣີ 4600mAh ຮອງຮັບ 125W TurboPower
Motorola Edge 40 Pro ວາງຈຳໜ່າຍດ້ວຍກັນຢູ່ສອງສີຄື ສີຟ້າ ແລະ ສີດໍາ, ລາຄາ 899.99 ຍູໂຣ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/