ເປັນຫຍັງຈຶ່ງມັກຕົກຂຸມຮັກ bad boy ຊ້ຳຍັງຕັດໃຈບໍ່ໄດ້?


ເປັນຫຍັງຄົນເຮົາຈຶ່ງມັກຈະຮັກຄົນນິດໄສບໍ່ດີ, ຄົນທີ່ເຂົາບໍ່ຮັກເຮົາ ແລະ ເມື່ອເສຍໃຈຈາກເຂົາກໍຍັງຕັດໃຈບໍ່ໄດ້ອີກ? ທັ້ງໆທີ່ບາງຄົນຖືກທຳຮ້າຍຄວາມຮູ້ສຶກ ແລະ ຖືກປະຕິບັດບໍ່ດີແຕ່ກໍຍັງຄົງໃຫ້ອະໄພເຂົາຊ້ຳໆ? ອາລົມແບບວ່າຮູ້ໝົດແຕ່ມັນອົດບໍ່ໄດ້

ປາກົດການນີ້ມີຄຳອະທິບາຍໃນທາງຈິດຕະວິທະຍາໄວ້ຫຼາຍແງ່ມຸມເລີຍ ເຊິ່ງທຸກຄົນສາມາດສຳຫຼວດຕົນເອງ ແລະ ຄົນໃກ້ຕົວທີ່ອາດກຳລັງຕົກຢູ່ໃນສະຖານະການນີ້ໄປພ້ອມໆກັນວ່າເລິກໆແລ້ວທ່ານອາດຈະມີໜຶ່ງໃນບັນຫາເຫຼົ່ານີ້ຢູ່ພາຍໃນໃຈກໍເປັນໄດ້!

  • ຄວາມທ້າທາຍ

ສຳລັບບາງຄົນ ການທົນຢູ່ກັບຄົນນິດໄສບໍ່ດີ ແລະ ຕັດໃຈບໍ່ໄດ້ອາດເປັນເພາະຄວາມທ້າທາຍທີ່ຢາກເອົາຊະນະ ຍິ່ງອີກຝ່າຍເສີຍຊາເທົ່າໃດຍິ່ງຮູ້ສຶກຢາກເອົາຊະນະໃຈເຂົາໃຫ້ໄດ້ເທົ່ານັ້ນ ແລະ ເມື່ອເລີ່ມຖອຍຫ່າງກໍມັກຈະຖືກເຂົາຖ່ວງດຶງໄວ້ ພໍກັບໄປເຂົາກໍບໍ່ສົນໃຈໃຍດີກໍ່ໃຫ້ເກີດອາລົມລຸ້ນລະທຶກເຮັດໃຫ້ໄປໃສບໍ່ໄດ້ຈັກເທື່ອ

  • ຄວາມຜູກພັນທາງອາລົມ

ບາງຄົນກໍອາດຈະອອກຈາກຄວາມສຳພັນເປັນພິດ (toxic relationships) ນີ້ບໍ່ໄດ້ ຍ້ອນມີຄວາມຜູກພັນທາງອາລົມ (Emotional Attachment) ເມື່ອຜ່ານເວລາທີ່ທັງຍາກລຳບາກ ແລະ ມີຄວາມສຸກມານຳກັນດົນນານກໍເກີດຄວາມຜູກພັນເລິກເຊິ່ງເຮັດໃຫ້ຍາກທີ່ຈະຕັດໃຈ ເຖິງວ່າອີກຝ່າຍຈະນິດໄສບໍ່ດີກໍຕາມ

  • ຄວາມເຄີຍຊິນ

ຫາກຄົບກັບຄົນນິດໄສບໍ່ດີມາເປັນເວລາດົນນານ ສຸດທ້າຍກໍຈະຮູ້ສຶກລຶ້ງເຄີຍກັບນິດໄສຂອງເຂົາເຮັດໃຫ້ບໍ່ກ້າອອກຈາກ Comfort Zone ໄປເຈິຫຍັງໃໝ່ໆ ທັງຍັງຢ້ານການປ່ຽນແປງ, ຢ້ານການຢູ່ຄົນດຽວເຊິ່ງນີ້ກໍເປັນສາເຫດທີ່ຫຼາຍຄົນກຳລັງພົບເຈິເຊັ່ນກັນ

  • ຄວາມຄາດຫວັງ

ບາງຄົນມັກຈະຫວັງວ່າຄົນນິດໄສບໍ່ດີຄົນນີ້ (ທີ່ນິດໄສບໍ່ດີກັບເຮົາມາໂດຍຈະຫຼອດ) ຈະສາມາດກັບຕົວກັບໃຈ ແລະ ປ່ຽນແປງໄປໃນທາງທີ່ດີຂຶ້ນໄດ້ ຈຶ່ງອົດທົນຖ້າໃຫ້ມື້ນັ້ນມາເຖິງ ແຕ່ຫຼາຍຄັ້ງກໍເປັນພຽງຄວາມຫວັງທີ່ບໍ່ເຄີຍເກີດຂຶ້ນຈິງ ເພາະຢ່າລືມວ່າຖ້າເຂົາຍອມປ່ຽນເຂົາຄືຈະປ່ຽນແຕ່ດົນແລ້ວ

  • ການໃຫ້ຄຸນຄ່າໃນຕົນເອງຕ່ຳ (Low Self-Esteem)

ບາງຄົນອາດຈະຮັກຄົນນິດໄສບໍ່ດີຍ້ອນຮູ້ສຶກວ່າຕົນເອງໄຮ້ຄ່າ ບໍ່ຄູ່ຄວນກັບສິ່ງທີ່ດີກວ່ານີ້ ເຮັດໃຫ້ຍອມຮັບພຶດຕິກຳບໍ່ດີຂອງອີກຝ່າຍທີ່ກະທຳຕໍ່ຕົນ ໂດຍຄິດວ່າຕົນເອງບໍ່ດີພໍເລີຍສົມຄວນໄດ້ຮັບສິ່ງບໍ່ດີ ທັ້ງໆທີ່ໃນຄວາມເປັນຈິງແລ້ວທຸກຄົນລ້ວນຄູ່ຄວນກັບສິ່ງດີໆທັງນັ້ນ ‘ຢ່າຢຽດຢາມຕົນເອງເລີຍເດີ້’

  • ຈື່ຄວາມເຊື່ອ ແລະ ຄ່ານິຍົມແບບຜິດໆ

ບາງຄົນຈົດຈຳເອົາຄວາມເຊື່ອ ແລະ ຄ່ານິຍົມທາງສັງຄົມ-ວັດທະນະທຳແບບຜິດໆມາດຳເນີນຊີວິດຮັກເຊັ່ນ: ມີຄວາມຮັກກໍຕ້ອງເຈັບປວດເປັນເລື່ອງທຳມະດາ, ຮັກແທ້ຕ້ອງທຸ່ມເທທຸກຢ່າງ ຫຼື ຄິດວ່າການໃຊ້ຄວາມຮຸນແຮງ, ຫຶງຫວງ ເປັນການສະແດງຄວາມຮັກ ເຊິ່ງມັນບໍ່ແມ່ນເລີຍ ຄວາມຮັກທີ່ດີຕ້ອງຮັກແລ້ວສະບາຍໃຈບໍ່ແມ່ນເຈັບປວດ

  • ເຄີຍຊິນກັບຄວາມສຳພັນເປັນພິດ (toxic) ມາແຕ່ຍັງນ້ອຍ

ບາງຄົນອາດຈະເຄີຍເຫັນພໍ່ແມ່ຜິດຖຽງກັນ, ຮ້າຍດ່າ ຫຼື ເຖິງຂັ້ນທຳຮ້າຍຮ່າງກາຍກັນຈົນອາດຄິດວ່າມັນເປັນເລື່ອງປົກກະຕິໃນຊີວິດຄູ່ ທັງທີ່ຄວາມເປັນຈິງແລ້ວມັນບໍ່ແມ່ນເລື່ອງປົກກະຕິເລີຍ

  • ກົນໄກປ້ອງກັນທາງຈິດ (Defense Mechanism)

ອີກໜຶ່ງສາເຫດທາງຈິດຕະວິທະຍາທີ່ເອີ້ນກັນວ່າ ‘ກົນໄກການປ້ອງກັນທາງຈິດ’  ຄືການປະຕິເສດຄວາມຈິງ,  ຕົວະຕົນເອງວ່າຄວາມສຳພັນມັນບໍ່ໄດ້ບໍ່ດີປານນັ້ນ, ຫາຂໍ້ອ້າງໃຫ້ຄົນຮັກ, ບິດເບືອນຄວາມຄິດເຂົ້າຂ້າງເຂົາເພື່ອໃຫ້ຕົນເອງຮູ້ສຶກດີຂຶ້ນຕົວຢ່າງເຊັ່ນ: ຄິດວ່າເຂົາທຳຮ້າຍເຮົາເພາະຮັກເຮົາຫຼາຍເກີນໄປ, ຄິດວ່າເຂົາຫຶງຫວງເພາະຫ່ວງໃຍ ເຊິ່ງລ້ວນເປັນຄວາມເຂົ້າໃຈຜິດທັງນັ້ນ

  • ຢ້ານສັງຄົມແນມວ່າລົ້ມເຫຼວໃນຄວາມສຳພັນ

ບາງຄົນຢ້ານຄຳຕິສິນນິນທາ, ຢ້ານຖືກຄົນອື່ນແນມວ່າບໍ່ປະສົບຜົນສຳເລັດໃນຊີວິດຮັກຫາກຈະຖອນຕົວອອກຈາກຄວາມສຳພັນອັນເປັນພິດນີ້ ໂດຍສະເພາະຜູ້ຍິງທີ່ມັກຖືກສອນໃຫ້ເປັນແມ່ບ້ານແມ່ເຮືອນ ແລະ ຍອມຜູ້ຊາຍຢູ່ສະເໝີ

ສຸດທ້າຍນີ້ຫາກທ່ານ ຫຼື ຄົນໃກ້ຊິດກຳລັງຕິດຢູ່ໃນກັບດັກຄວາມຮັກທີ່ມີໃຫ້ຄົນນິດໄສບໍ່ດີຢູ່ ພວກເຮົາຢາກແນະນຳວ່າການຮັກໃຜຈັກຄົນມັນເປັນເລື່ອງຂອງຫົວໃຈເຮົາບໍ່ອາດບັງຄັບໃຈຕົນເອງໄດ້ສະເໝີໄປ ແຕ່ຂະນະດຽວກັນກໍຢ່າລືມວ່າເຮົາສາມາດເລືອກສິ່ງທີ່ຈະເຮັດໄດ້ເດີ້ນັ້ນກໍຄືການຮຽນຮູ້ທີ່ຈະຮັກຕົນເອງໃຫ້ຫຼາຍຂຶ້ນ ເຕີມຄວາມຮັກໃຫ້ຕົນເອງໃນທຸກໆມື້, ແນມເຫັນຄຸນຄ່າໃນຕົນເອງ, ເຊື່ອໝັ້ນວ່າເຮົາຄູ່ຄວນກັບສິ່ງທີ່ດີກວ່ານີ້ ແລະ ທີ່ສຳຄັນຄືກ້າທີ່ຈະປ່ອຍມືເມື່ອຮູ້ວ່າຄວາມຮັກນັ້ນບໍ່ເປັນຜົນດີກັບເຮົາແລ້ວ

ເພາະຊີວິດມີພຽງແຕ່ເທື່ອດຽວ ຢ່າເສຍເວລາໄປກັບຄົນທີ່ບໍ່ຄູ່ຄວນເລີຍເດີ້ ຂໍຈົ່ງເລືອກຮັກຄົນທີ່ພ້ອມຈະຮັກ ແລະ ເບິ່ງແຍງເຮົາຢ່າງດີທີ່ສຸດເພາະນັ້ນຄືສິ່ງທີ່ທຸກຄົນສົມຄວນໄດ້ຮັບ

ຂອບໃຈຂໍ້ມູນຈາກ: https://thestandard.co/life/love-cruel-people/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/