ເປັນຫຍັງຈຶ່ງຄວນຮັກຕົນເອງໃຫ້ພໍ ແລ້ວຄ່ອຍໄປຮັກຄົນອື່ນ


ໂດຍປົກກະຕິແລ້ວ ເມື່ອເວົ້າເຖິງຄວາມຮັກ ຫຼາຍຄົນ​ມັກ​ຄິດ​ເຖິງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ຄົນ​ອື່ນ ຫຼື​ ຄວາມ​ຮັກ​ທີ່​ເຮົາ​ໄດ້​ຮັບ​ຈາກ​ຄົນ​ອື່ນ ເຊັ່ນ: ພໍ່​ແມ່, ພີ່​ນ້ອງ, ໝູ່​ເພື່ອນ, ຄູ​ອາ​ຈານ, ແລະ ​ຄົນ​ຮັກ ກັນແມ່ນບໍ?

ເຊື່ອວ່າຫຼາຍຄົນຄົງເຄີຍໄດ້ຍິນຄຳວ່າ: “ຖ້າເຈົ້າຍັງບໍ່ຮູ້ຈັກຮັກຕົນເອງ ເຈົ້າຈະຮັກຄົນອື່ນໄດ້ແນວໃດ?” ຫຼື “ເມື່ອເຈົ້າຮັກຕົນເອງຫຼາຍພໍ ເຈົ້າຈະສົ່ງຄວາມຮັກໃຫ້ແກ່ຄົນອື່ນໄດ້.” ເຊິ່ງມັນໝາຍຄວາມວ່າ: ການຮຽນຮູ້ຄວາມຮັກໂດຍການເຮັດສິ່ງທີ່ດີໃຫ້ກັບຕົນເອງກ່ອນທີ່ຈະເຜີຍແຜ່ຄວາມຮັກໃຫ້ຄົນອື່ນ. ເພາະຄົນທີ່ຮັກຕົນເອງຈະສາມາດສ້າງຄວາມສຸກ ແລະ ເຕີມເຕັມໃຫ້ຕົນເອງຢ່າງບໍ່ຢຸດຢັ້ງ ພ້ອມທັງມີຄວາມຮັກອັນບໍລິສຸດທີ່ຈະມອບໃຫ້ຄົນອື່ນນັ້ນເອງ. 

ໃນເມື່ອເຮົາເກີດມາເພື່ອໃຊ້ຊີວິດໃນສັງຄົມ ຄົນເຮົາຍ່ອມຕ້ອງຮຽນຮູ້ທີ່ຈະຮັກຕົນເອງ ເພາະຫາກວ່າໃນມື້ທີ່ບໍ່ມີໃຜຮັກເຮົາ ແລະ​ ເຮົາ​ບໍ່ຮັກຕົນເອງ ຊີວິດຈະດໍາເນີນຕໍ່ໄປໄດ້ແນວໃດ? ສະນັ້ນ, ຖ້າຢາກມີຄວາມສຸກ ແລະ ປະສົບຜົນສຳເລັດ, ຕ້ອງເລີ່ມຕົ້ນດ້ວຍ “ຮັກຕົນເອງກ່ອນຄິດຮັກຄົນອື່ນ.”

•ຢ່າຄາດຫວັງຄວາມຮັກຈາກຜູ້ອື່ນ ຖ້າເຈົ້າບໍ່ສາມາດໃຫ້ຄວາມຮັກກັບຕົນເອງໄດ້.

ເມື່ອເວົ້າເຖິງຄວາມຮັກ, ແນ່ນອນບາງຄັ້ງເຮົາກໍອາດເກີດຄວາມຄາດຫວັງ. ໂດຍສະເພາະໃນເວລາທີ່ເຮົາຮັກຄົນອື່ນ ຍ່ອມມີ​ຄາດຫວັງ​ວ່າຄົນນັ້ນຕ້ອງມອບຄວາມຮັກໃຫ້ເຮົາ ເປັນ​ການ​ຕອບ​ແທນ ເຊິ່ງວ່າມັນມີຄວາມເປັນໄປໄດ້ວ່າຈະ “ສົມຫວັງ ຫຼື ຜິດຫວັງ” . ສະນັ້ນ, ຢຸດຄາດຫວັງວ່າຕ້ອງໃຫ້ຄົນອື່ນມາຮັກເຈົ້າ ເພາະມັນເປັນສິ່ງທີ່ເຮົາຄວບຄຸມບໍ່ໄດ້. ແຕ່ສິ່ງທີ່ເຮົາເຮັດໃຫ້ກໍຄື: “ຮັກຕົນເອງ” ການຮັກຕົນເອງຄືຄວາມຮັກທີ່ດີທີ່ສຸດ ແລະ ເມື່ອເຮົາຮັກຕົນເອງຫຼາຍພໍເຮົາຈະບໍ່ຄາດຫວັງກັບຄົນອື່ນ ພ້ອມທັງມອບຄວາມຮັກເມດຕາໃຫ້ແກ່ຄົນອື່ນຈາກໃຈຈິງ.

•ຄວາມຮັກທີ່ດີສ້າງໄດ້ ໂດຍບໍ່ຕ້ອງລໍຖ້າຮັບຈາກໃຜ.

ຄວາມຮັກບໍ່ຈຳເປັນຕ້ອງໄປຮ້ອງຂໍຈາກໃຜ ເພາະເຮົາສ້າງມັນຂຶ້ນມາໄດ້ໂດຍການ ພະຍາຍາມຮູ້ຈັກ ແລະ ເຂົ້າໃຈຕົນເອງໃຫ້ຫຼາຍ, ເຫັນຄຸນຄ່າໃນຕົນເອງ, ເຊື່ອໃນຄວາມສາມາດຂອງຕົນເອງ, ໃຫ້ອະໄພຕົນເອງ, ສ້າງຄວາມສຸກໃຫ້ຕົນເອງ ພ້ອມທັງຍິ້ມ​ຫົວຫຼາຍໆ ນີ້​ແມ່ນ​ຄວາມ​ຮັກ​ທີ່​ດີ​ທີ່​ບໍ່​ຈໍາ​ເປັນ​ຕ້ອງ​ເພິ່ງ​ອາ​ໄສ​ຈາກໃຜ.

ນອກຈາກນີ້, LaoX ໄດ້ນຳ 7 ວິທີການຮັກ ແລະ ເມດຕາແກ່ຕົນເອງມາໃຫ້ໄດ້ປະຕິບັດນຳກັນ

1. ເຝິກສະຕິ: ໃສ່ໃຈຄວາມຄິດ ແລະ ຄວາມຮູ້ສຶກຂອງຕົນເອງໂດຍບໍ່ຕັດສິນ ເຊິ່ງຊ່ວຍຫຼຸດຜ່ອນການເວົ້າ-ຄິດ ໃນແງ່ລົບ ແລະ ເພີ່ມຄວາມຮັບຮູ້ແກ່ຕົນເອງ.

2. ເວົ້າກັບຕົນເອງຄືກັບເວົ້າກັບໝູ່: ເວົ້າໃຫ້ກຳລັງໃຈຕົນເອງ, ເຕືອນຕົນເອງວ່າຄວາມຜິດພາດ ແລະ ຄວາມລົ້ມເຫຼວແມ່ນ ຄວາມປົກກະຕິຂອງຊີວິດ ແລະ ປະຕິບັດຕໍ່ຕົນເອງດ້ວຍຄວາມເມດຕາ ແລະ ຄວາມເຂົ້າໃຈ.

3. ທ້າທາຍຕົນເອງໃນແງ່ລົບ: ເມື່ອສັງເກດເຫັນວ່າຕົນເອງມີຄວາມຄິດໃນແງ່ລົບ, ເຝິກຄິດໃຫ້ເປັນທາງບວກຫຼາຍຂຶ້ນ.ຕົວຢ່າງ: ແທນທີ່ຈະເວົ້າວ່າ “ເປັນຫຍັງຂ້ອຍຈຶ່ງເຮັດມັນບໍ່ໄດ້ດີເລີຍ?” ພະຍາຍາມເວົ້າວ່າ “ທຸກຄົນເຄີຍເຮັດຜິດພາດ ຄັ້ງຕໍ່ໄປຂ້ອຍຈະເຮັດໄດ້ດີກວ່ານີ້.”

4. ເບິ່ງແຍງຕົນເອງ: ເບິ່ງແຍງສຸຂະພາບກາຍ ແລະ ຈິດໃຈໃຫ້ດີດ້ວຍການເຮັດກິດຈະກຳທີ່ເຮັດໃຫ້ທ່ານມີຄວາມສຸກ, ຜ່ອນຄາຍ ແລະ ຈິດໃຈສະຫງົບ.

5. ການສະໜັບສະໜູນຈາກຄົນອ້ອມຂ້າງ: ພາຕົນເອງໄປຢູ່ໃນແວດລ້ອມທີ່ເຕັມໄປດ້ວຍພະລັງບວກ, ຄົນອ້ອມຂ້າງທີ່ສະໜັບສະໜູນ ແລະ ໃຫ້ກຳລັງໃຈເຈົ້າ ໂດຍຫລີກເວັ້ນຄົນທີ່ຄິດໃນແງ່ລົບ.

ອ້າງອີງ:

https://cutt.ly/8eyM4CkP

https://cutt.ly/GeyM7sX2

https://cutt.ly/9eyM5p9J

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/