ເຊື່ອວ່າຍຸກສະໄໝນີ້ການເບິ່ງລາຍການບັນເທີງ, ຮູບເງົາ, ຊີຣີ້, ເພງ, ສາລະຄະດີ ຫຼື ອື່ນໆ ສ່ວນຫຼາຍແມ່ນບໍ່ໄດ້ຈຳກັດພຽງການເບິ່ງໃນໂທລະພາບເທົ່ານັ້ນ ເພາະວ່າປັດຈຸບັນມີຫຼາຍແພລັດຟອມສະຕຣີມມິງໃຫ້ເຮົາເລືອກເບິ່ງຕາມໃຈມັກ.

ເຊິ່ງ YouTube ເອງກໍຖືວ່າເປັນແພລັດຟອມບໍລິການເບິ່ງວິດີໂອຍອດນິຍົມອັນດັບຕົ້ນໆຂອງໂລກ ແລະ ມີຟີເຈີຫຼາກຫຼາຍໃຫ້ຜູ້ໃຊ້ໄດ້ເພີດເພີນໃນການໃຊ້ງານ ໂດຍຫຼ້າສຸດນີ້ມີລາຍງານວ່າ YouTube ກຳລັງທົດສອບການເຮັດໂຄສະນາສຳລັບຊ່ອງໂທລະພາບໃນການທີ່ຈະສະຕຣີມໃຫ້ເບິ່ງແບບສົດໆ ເຊິ່ງຕອນນີ້ມີການທົດລອງ ກັບລາຍການໂທລະພາບ, ຮູບເງົາ ແລະ ຊ່ອງໂທລະພາບຕ່າງໆ ໂດຍຄາດວ່າຈະເລືອກຜູ້ໃຊ້ເຂົ້າມາລອງບໍລິການນີ້ຢ່າງຈຳກັດ.

ໂດຍຕອນນີິ້ YouTube ກຳລັງສຳຫຼວດຄວາມສົນໃຈຂອງຜູ້ຮັບຊົມ, ຖ້້້າເປັນໄປຕາມແຜນ ກໍອາດຈະເຫັນຜູ້ຜະລິດລາຍການໄດ້ຮັບສ່ວນລົດຄ່າບໍລິການຂອງ Google ບາງຢ່າງຄືກັນກັບທີ່ Content Creator ໄດ້ຮັບກ່ອນໜ້ານີ້ ແລະ ເບິ່ງຄືວ່າແຮງຊຸກຍູ້ຈະເພີ່ມຂຶ້ນເມື່ອ YouTube ໄດ້ເຮັດຂໍ້ຕົກລົງກັບ NFL Sunday Ticket ຈະໄດ້ກຽມສະຕຣີມເທິງ YouTube TV, YouTube Primetime Channel ໃນໄລຍະຕົ້ນປີນີ້.

ນອກຈການີ້ YouTube ກຽມເປີດການສ້າງລາຍໄດ້ຈາກທາງ Short (ຟີເຈີຂອງ YouTube ທີ່ຄ້າຍຄື TikTok) ໂດຍຄາດຫວັງກຳໄລທີ່ຫຼາຍກວ່າ TikTok.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/