ໃນເດືອນກັນຍາທີ່ຜ່ານມາ ເງິນກີບ ລາວ ມີການເໜັງຕີງໃນທິດທາງທີ່ແຂງຄ່າຂຶ້ນເລັກນ້ອຍ ເມື່ອທຽບກັບເດືອນ ສິງຫາ ເນື່ອງຈາກຄວາມຕ້ອງການເງິນຕາຕ່າງປະເທດຫຼຸດລົງ. ຕາມການລາຍງານຂອງ ທະນາຄານແຫ່ງ ສປປ ລາວ.

ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງລາຍງານການເຄື່ອນໄຫວຂອງທະນາຄານແຫ່ງ ສປປ ລາວ ໃນໄລຍະເດືອນ ສິງຫາ-ກັນຍາ ວ່າ: ປັດຈຸບັນ ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ທັງສະພາບພາຍໃນ ແລະ ສາກົນ, ລວມທັງຄວາມຜັນຜວນຂອງເງິນໂດລາ ແຕ່ໂດຍລວມ ໃນເດືອນກັນຍາທີ່ຜ່ານມາ ເງິນກີບ ລາວ ມີການເໜັງຕີງໃນທິດທາງທີ່ແຂງຄ່າຂຶ້ນ ແລະ ເງິນເຟີ້ ຫຼຸດລົງ.

ສະພາບອັດຕາແລກປ່ຽນ ເດືອນກັນຍາ ທຽບໃສ່ ເດືອນສິງຫາໜັງຕີງໃນທິດທາງທີ່ແຂງຄ່າຂຶ້ນ ໂດຍ ກີບທຽບກັບໂດລາ 0.32% ຈາກ 22,136.40 ກີບ/ໂດລາ ມາເປັນ 22,100.00 ກີບ/ໂດລາ.

ສ່ວນເງິນກີບທຽບກັບ ເງິນບາດໄທ ແມ່ນແຂງຄ່າຂຶ້ນ 0.35% ຈາກ 683.43 ກີບ/ບາດ ມາເປັນ 681.08 ກີບ/ບາດ.

ສ່ວນຕ່າງອັດຕາແລກປ່ຽນ ລະຫວ່າງທຸລະກິດ ກັບຕະຫຼາດ ຍັບເຂົ້າໃກ້ກັນມາຢູ່ໃນລະດັບ 2.54% ສໍາລັບເງິນກີບທຽບກັບໂດລາ ແລະ 0.76 ສໍາລັບເງິນກີບ ທຽບກັບເງິນບາດໄທ.

ຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ອະທິບາຍເຖິງສາເຫດທີ່ເຮັດໃຫ້ ເງິນກີບ ແຂງຄ່າຂຶ້ນໃນເດືອນກັນຍາ ແມ່ນເນື່ອງມາຈາກ ຄວາມຕ້ອງການເງິນຕາຕ່າງປະເທດ ແລະ ພັນທະໜີ້ສິນຕໍ່ຕ່າງປະເທດຫຼຸດລົງ, ບວກກັບທ່າອ່ຽງຂອງເງິນໂດລາ ແລະ ເງິນບາດໃນຕະຫຼາດສາກົນ ປັບໂຕອ່ອນຄ່າລົງ ເມື່ອທຽບກັບເດືອນສິງຫາ.

ນອກຈາກນີ້ ກໍຍັງຍ້ອນການເປີດໂຕທົດລອງ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດແບບລວມສູນ ຫຼື LFX ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ເຂົ້າມານຳໃຊ້ຈຳນວນຫຼາຍ ສົ່ງຜົນເຮັດໃຫ້ການເໜັງຕີງຂອງອັດຕາແລກປ່ຽນມີຄວາມສະຫງົບ ແລະ ຫຼຸດຜ່ອນຄວາມຜັນຜວນລົງ.

ຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ ຫຼື Lao Foreign Exchange (LFX)ເປັນ Platform ຊື້-ຂາຍເງິນຕາ ທີ່ອະນຸຍາດໃຫ້ ບຸກຄົນ ແລະ ນິຕິບຸກຄົນ ສາມາດເຂົ້າຮ່ວມການຊື້-ຂາຍເງິນຕາ ໄດ້ຢ່າງສະດວກ, ສອດຄ່ອງກັບການດໍາເນີນທຸລະກິດ ແລະ ສາມາດຕິດຕາມກວດກາໄດ້.

ໂດຍມີເປົ້າໝາຍເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ແລະ ຄຸ້ມຄອງອັດຕາແລກປ່ຽນໃຫ້ກ້າວເຂົ້າສູ່ຄວາມ ໝັ້ນທ່ຽງເທື່ອລະກ້າວ ແລະ ເປັນການຊຸກຍູ້ໃຫ້ສັງຄົມຫັນມາແລກປ່ຽນໃນລະບົບເພີ່ມຂຶ້ນ.

ອັດຕາເງິນເຟີ້ຂອງລາວ ໃນເດືອນກັນຍາ 2024 ຢູ່ໃນລະດັບ 21.7% ຫຼຸດລົງຈາກເດືອນສິງຫາແມ່ນ 24.3%, ຕາມຂໍ້ມູນຈາກ ສູນສະຖິຕິແຫ່ງຊາດ.

ອີງຕາມທະນາຄານແຫ່ງ ສປປ ລາວ, ອັດຕາເງິນເຟີ້ໃນລາວ ໄດ້ບັນລຸເຖິງ 2 ຕົວເລກ ນັບຕັ້ງແຕ່ເດືອນພຶດສະພາ 2022 ແລະ ສູງສຸດ 41.26 ເປີເຊັນ ໃນເດືອນກຸມພາ 2023. ເຊິ່ງລັດຖະບານລາວ ວາງເປົ້າໝາຍ ທີ່ຈະດຶງອັດຕາເງິນເຟີ້ລົງມາເປັນຕົວເລກດຽວ ພາຍໃນທ້າຍປີນີ້. ເຖິງຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້, ຄະນະລັດຖະບານໄດ້ກ່າວຕໍ່ສະພາແຫ່ງຊາດວ່າບໍ່ມີທ່ອ່ຽງທີ່ຈະສາມາດ ບັນລຸຕາດເປົ້າໝາຍດັ່ງກ່າວໄດ້.

ທີ່ມາ: ທຫລ