ເດັນມາກສັ່ງແບນ! ໝີ່ເຜັດເກົາຫຼີ ເຫດຈາກເຜັດເກີນມາດຕະຖານ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ໜ່ວຍງານດ້ານປະສຸສັດ ແລະ ອາຫານຂອງປະເທດເດັນມາກ ໄດ້ອອກມາປະກາດແຈ້ງເຕືອນ ແລະ ເອີ້ນຄືນຜະລິດຕະພັນໝີ່ເຄິ່ງສຳເລັດຮູບຍີ່ຫໍ້ຊຳຍັງ ຈາກປະເທດເກົາຫຼີໃຕ້ຈຳນວນ 3 ຣົດຊາດໄດ້ແກ່ ບູດັກ 3 ເທົ່າ, ຣົດສະໄປຊີແອນຮອດຊິກເກັນ 2 ເທົ່າ ແລະ ຮັອດຊິກເກັນ.

ອັນເນື່ອງມາຈາກກວດພົບສານໃຫ້ຄວາມເຜັດແຄັບໄຊຊິນໃນປະລິມານທີ່ສູງເກີນມາດຕະຖານທີ່ກຳນົດໄວ້ ເຊິ່ງອາດກໍ່ໃຫ້ເກີດອາການເປັນພິດຕໍ່ຮ່າງກາຍໄດ້ ພ້ອມທັງຍັງຖອດລາຍການໝີ່ຍີ່ຫໍ້ດັ່ງກ່າວອອກຈາກຜະລິດຕະພັນອາຫານທີ່ອະນຸຍາດໃຫ້ຈຳໜ່າຍໃນເດັນມາກ.

ຢ່າງໃດກໍຕາມ ປະກາດແຈ້ງນີ້ກາຍເປັນກະແສໃນໂລກອອນລາຍໃຫ້ໄດ້ວິພາກວິຈານ ໂດຍມີຊາາວເນັດບາງຄົນໄດ້ຄອມເມັນວ່າ “ຄົນເດັນມາກມີແນວໂນ້ມບໍ່ມັກກິນອາຫານຣົດຊາດເຂັ້ມຂຸ້ນ ຍົກຕົວຢ່າງເຊັ່ນ ກິນພຽງກຸ້ງຊຸບແປ້ງທອດທຳມະດາກໍອາດຈະເບິ່ງວ່າເຜັດເກີນໄປ ຈຶ່ງບໍ່ໜ້າແປກທີ່ໝີ່ຊຳຍັງ ອາດຈະເຜັດຈົນເປັນອັນຕະລາຍຕໍ່ສຸຂະພາບ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/